ວັນທີ 5 ມີນາປີ 2022, ຕອນບ່າຍມື້ດຽວກັນຫຼັງພິທີເປີດກອງປະຊຸມຄັ້ງທີ 5 ຂອງສະພາປະຊາຊົນແຫ່ງຊາດຈີນຊຸດທີ 13,ທ່ານສີຈິ້ນຜິງ ເລຂາທິການໃຫຍ່ຄະນະກຳມະການສູນກາງພັກຄອມມູນິດຈີນ ປະທານປະເທດຈີນໄດ້ເຂົ້າຮ່ວມການພິຈາລະນາກັບຄະນະຜູ້ແທນເຂດປົກຄອງຕົນເອງມົງໂກໃນ. ສຳລັບປີນີ້ທ່ານສີຈິ້ນຜິງໄດ້ເຂົ້າຮ່ວມການພິຈາລະນາກັບຄະນະຜູ້ແທນມົງໂກໃນເປັນປີທີ 5 ລຽນຕິດແລ້ວໃນໄລຍະຈັດກອງປະຊຸມສະພາປະຊາຊົນແຫ່ງຊາດຈີນ ແລະ ສະພາປຶກສາການເມືອງປະຊາຊົນແຫ່ງຊາດຈີນ ຫຼື ເອີ້ນແບບສັ້ນໆວ່າ ກອງປະຊຸມສອງສະພາ.
ປີ 2018, ທ່ານສີຈິ້ນຜິງໄດ້ຖືກເລືອກຕັ້ງໃຫ້ເປັນຜູ້ແທນສະພາປະຊາຊົນແຫ່ງຊາດຢູ່ເຂດປົກຄອງຕົນເອງມົງໂກໃນ. ເປັນຫຍັງທ່ານຈຶ່ງໄດ້ເຂົ້າຮ່ວມການເລືອກຕັ້ງຜູ້ແທນສະພາປະຊາຊົນແຫ່ງຊາດຢູ່ເຂດປົກຄອງຕົນເອງມົງໂກໃນ? ທ່ານສີຈິ້ນຜິງກ່າວວ່າ, ຈຸດປະສົງກໍແມ່ນເພື່ອສະແດງໃຫ້ເຫັນເຖິງຄວາມເອົາໃຈໃສ່ຂອງສູນກາງພັກຄອມມູນິດຈີນທີ່ມີຕໍ່ເຂດຊາຍແດນ ແລະ ເຂດຊົນເຜົ່າ, ສະແດງໃຫ້ເຫັນເຖິງຄວາມຕັດສິນໃຈຂອງສູນກາງພັກທີ່ເລັ່ງຊຸກຍູ້ການພັດທະນາເຂດແຄວ້ນທີ່ດ້ອຍພັດທະນາ ແລະ ການເອົາຊະນະໃນບັ້ນລຶບລ້າງຄວາມທຸກຍາກ.
ໃນເດືອນສິງຫາປີ 2021, ໃນກອງປະຊຸມວຽກງານຊົນເຜົ່າຂັ້ນສູນກາງ, ທ່ານສີຈິ້ນຜິງໄດ້ບັນລະຍາຍຢ່າງເປັນລະບົບແນວຄິດສຳຄັນກ່ຽວກັບການປັບປຸງ ແລະເພີ່ມທະວີວຽກງານຊົນເຜົ່າຂອງພັກຄອມມູນິດຈີນ. ຈາກນັ້ນເຄິ່ງປີ, ທ່ານສີຈິ້ນຜິງ ໄດ້ເນັ້ນໜັກເຖິງຄວາມສາມັກຄີຂອງຊົນເຜົ່າອີກຄັ້ງໜຶ່ງໃນເວລາພິຈາລະນາກັບຄະນະຜູ້ແທນມົງໂກໃນ, ເຊິ່ງສະແດງໃຫ້ເຫັນເຖິງຄວາມສຳຄັນຂອງວຽກງານຊົນເຜົ່າ. ສູນກາງພັກຄອມມູນິດຈີນໄດ້ເນັ້ນໜັກວ່າ, ຕ້ອງຖືເອົາການສ້າງສະຕິປະຊາຄົມປະຊາຊາດຈີນໃຫ້ໜັກແໜ້ນນັ້ນເປັນຫຼັກໃນວຽກງານຊົນເຜົ່າຂອງພັກໃນຍຸກໃໝ່, ນີ້ແມ່ນການວາງນະໂຍບາຍທີ່ສຳຄັນ, ທັງແມ່ນຜົນສະຫຼຸບທີ່ສຳຄັນ. ໃນເທື່ອນີ້, ທ່ານສີຈິ້ນຜິງໄດ້ສະເໜີຕື່ມວ່າ, ຕ້ອງເຮັດວຽກທີ່ເປັນຮູບປະທຳທີ່ສາມາດຈັບບາຍໄດ້, ກໍຕ້ອງເຮັດວຽກຈຳນວນຫຼວງຫຼາຍທີ່ເຊື່ອມສານຈິດໃຈແບບງຽບໆ. ວຽກງານເຕົ້າໂຮມຄວາມສາມັກຄີຊົນເຜົ່າ ໃນຄວາມເປັນຈິງແລ້ວ ກໍແມ່ນວຽກງານເຕົ້າໂຮມຄວາມສາມັກຄີກັບຄົນ. ທ່ານສີຈິ້ນຜິງເຄີຍກ່າວເນັ້ນມາຫຼາຍເທື່ອແລ້ວວ່າ, ການເຮັດວຽກງານສາມັກຄີຊົນເຜົ່າໃຫ້ດີ, ສິ່ງສຳຄັນຂຶ້ນຢູ່ກັບຄວາມຈິງໃຈ. ຄວາມສັດທາຂອງປະຊາຊົນຄືການເມືອງໃຫຍ່ທີ່ສຸດ, ຂໍແຕ່ປະຊາຊົນມີຄວາມສັດທາ, ປະຊາຊົນບັນດາເຜົ່າກໍສາມາດເຕົ້າໂຮມສະຕິປັນຍາ ແລະ ກຳລັງແຮງໃຫ້ເປັນກຳແພງເພັດທີ່ແຂງແກ່ນໄດ້.
ປະຫວັດສາດສັງຄົມມະນຸດທີ່ມີມາຢ່າງຍາວນານໄດ້ຢັ້ງຢືນວ່າ, ຢູ່ປະເທດທີ່ມີຫຼາຍຊົນເຜົ່າ, ຖ້າມີຄວາມປອງດອງ ແລະ ຄວາມສາມັກຄີລະຫວ່າງຊົນເຜົ່າ, ປະເທດນັ້ນກໍຈະຈະເລີນຮຸ່ງເຮືອງ ສັງຄົມກໍຈະມີຄວາມສະຫງົບ, ປະຊາຊົນຢູ່ເຢັນເປັນສຸກ; ກົງກັນຂ້າມ, ຖ້າຊົນເຜົ່າບໍ່ມີຄວາມສາມັກຄີ ແລະ ຄວາມປອງດອງກັນແລ້ວ, ປະເທດນັ້ນກໍຈະຊຸດໂຊມລົງ, ສັງຄົມເກີດມີຄວາມປັ່ນປ່ວນ, ປະຊາຊົນຈະໄດ້ຮັບຜົນກະທົບຢ່າງຮ້າຍແຮງ.