ວິທະຍຸສາກົນແຫ່ງປະເທດຈີນຫຼື CRI ລາຍງານໃຫ້ຮູ້ວ່າ: ກົນໄກ BRIC ທີ່ນຳພາໂດຍປະເທດທີ່ຈະເລີນໃໝ່ ແລະ ປະເທດທີ່ກຳລັງພັດທະນາ ພວມຈັດກອງປະຊຸມສຸດຍອດຢູ່ນະຄອນໂຈຮານເນັສເບີກ ຂອງປະເທດອາຟຣິກາໃຕ້. ນັບແຕ່ເລີ່ມຕົ້ນສ້າງຕັ້ງຂຶ້ນເປັນຕົ້ນມາ, ໃນຖານະເປັນຜູ້ຕາງໜ້າຂອງຕະຫຼາດຈະເລີນໃໝ່ ແລະ ປະເທດກຳລັງພັດທະນາ, ປະເທດ BRIC ໄດ້ເສີມຂະຫຍາຍບົດບາດໃນການຮັກສາຄວາມໝັ້ນທ່ຽງຂອງສະຖານະການ ແລະ ມີການຂະຫຍາຍຕົວໄວໃນການພັດທະນາ ເຊິ່ງໄດ້ສ້າງພະລັງໃຫ້ກັບການພັດທະນາທົ່ວໂລກ.
ອີງຕາມຂໍ້ມູນທີ່ເປີດເຜີຍໂດຍອົງການຄົ້ນຄວ້າເສດຖະກິດຂອງອັງກິດໃນເດືອນມີນາປີນີ້ສະແດງໃຫ້ເຫັນວ່າ: GDP ຂອງປະເທດBRIC ໄດ້ກວມເອົາ 31,5% ຂອງທົ່ວໂລກ, ຫຼາຍກວ່າອັດຕາຂອງກຸ່ມ G7 ທີ່ເປັນ 30,7%. ອັດຕາປະກອບສ່ວນຂອງປະເທດ BRIC ທີ່ມີຕໍ່ການຂະຫຍາຍຕົວຂອງເສດຖະກິດໂລກບັນລຸເຖິງ 50%, ກາຍເປັນກ້ອນກຳລັງທີ່ມີບົດບາດສຳຄັນຕໍ່ການພັດທະນາຂອງເສດຖະກິດໂລກ. ໃນກອງປະຊຸມພົບປະຂອງຜູ້ນຳອົງການ ປະເທດບຣິສ (BRIC) ຄັ້ງທີ່ 15 ທີ່ຈັດຂຶ້ນຢູ່ນະຄອນໂຈຮານເນັສເບີກຂອງປະເທດອາຟຣິກາໃຕ້, ມີ 50 ປະເທດກຳລັງລໍຖ້າເຂົ້າເປັນສະມາຊິກຂອງປະເທດບຣິກສ (BRIC). ຖ້າວ່າອົງການດັ່ງກ່າວອະນຸຍາດເພີ່ມສະມາຊິກ, ອັດຕາສ່ວນຂອງປະເທດບຣິສ (BRIC) ໃນເສດຖະກິດໂລກຈະເພີ່ມຂຶ້ນຕື່ມອີກ.
ປະເທດບຣິສ(BRIC)ໄດ້ປະກອບສ່ວນອັນໃຫຍ່ຫຼວງໃນການແກ້ໄຂບັນຫາດ້ານຄວາມທຸກຍາກ, ການພັດທະນາ ແລະ ການຊຸກຍູ້ການປະຕິບັດວາລະ 2030 ເພື່ອການພັດທະນາແບບຍືນຍົງຂອງອົງການສະຫະປະຊາຊາດ. ທ່ານເຝີງຊີ່ງເຄີ່ ເຂລາທິການໃຫຍ່ເວທີປຶກສາຫາລືການເງິນໂລກ, ຫົວໜ້າຄັງປັນຍາບຣິສ (BRIC) ກ່າວວ່າ: ການຮ່ວມມືລະຫວ່າງປະເທດບຣິສ (BRIC) ໃນດ້ານເສດຖະກິດການເງິນ, ການເມືອງ, ຄວາມໝັ້ນຄົງ, ຕະຫຼອດຮອດການແລກປ່ຽນດ້ານວັດທະນະທຳ, ດິນຟ້າອາກາດ ແລະອື່ນໆ, ໄດ້ອຳນວຍແຜນການໃໝ່ຂອງປະເທດບຣິສ ໃຫ້ກັບການແກ້ໄຂບັນຫາຕ່າງໆໃນການຄຸ້ມຄອງທົ່ວໂລກ. ໃນນັ້ນ, ໃນຖານະເປັນໜຶ່ງໃນໝາກຜົນທີ່ເປັນສັນຍາລັກແຫ່ງການຮ່ວມມື ລະຫວ່າງ ປະເທດບຣິສ (BRIC), ທະນາຄານພັດທະນາໃໝ່ໄດ້ອະນຸມັດໂຄງການກູ້ຢືມເກືອບ 100 ໂຄງການ ໂດຍມີມູນຄ່າຫຼາຍກວ່າ 30 ຕື້ໂດລາສະຫະລັດ ນັບແຕ່ສ້າງຕັ້ງຂຶ້ນໃນປີ 2015 ເປັນຕົ້ນມາ ເຊິ່ງໄດ້ຮັບປະກັນການກໍ່ສ້າງພື້ນຖານໂຄງລ່າງ ແລະ ການພັດທະນາແບບຍືນຍົງຂອງປະເທດຕະຫຼາດຈະເລີນໃໝ່ ແລະ ປະເທດກຳລັງພັດທະນາ.
ໃນດ້ານການຄຸ້ມຄອງດິນຟ້າອາກາດທົ່ວໂລກ, ປະເທດບຣິສ (BRIC)ໄດ້ປະກອບສ່ວນເຂົ້າໃນການບັນລຸສົນທິສັນຍາຂອບການປ່ຽນແປງຂອງດິນຟ້າອາກາດ, ອົງການສະຫະປະຊາຊາດ ແລະ ສັນຍາປາຣີ ກໍຄືການຊຸກຍູ້ປະເທດທີ່ພັດທະນາແລ້ວປະຕິບັດຕາມຄວາມຮັບຜິດຊອບຂອງຕົນ ແລະ ດ້ານອື່ນໆ. ໃນກອງປະຊຸມສະມັດຊາໃຫຍ່ອົງການສະຫະປະຊາຊາດຄັ້ງທີ 75, ທ່ານ ສີຈິ້ນຜິງ ປະທານປະເທດຈີນໄດ້ໃຫ້ຄຳໝັ້ນສັນຍາຢ່າງເຄັ່ງຂຶມວ່າ: ຈີນຈະພະຍາຍາມເຮັດໃຫ້ການປ່ອຍກາກບອນເຖິງຈຸດສູງສຸດໃນປີ 2030 ແລະ ບັນລຸຄວາມເປັນກາງທາງດ້ານກາກບອນໃນປີ 2060. ເບຣຊິນ, ຣັດເຊຍ, ອິນເດຍ ແລະ ອາຟຣິກາໃຕ້ ກໍໄດ້ໃຫ້ຄຳໝັ້ນສັນຍາດ້ານດິນຟ້າອາກາດເຊັ່ນກັນ, ໄດ້ວາງນະໂຍບາຍເພື່ອຮັບມືກັບການປ່ຽນແປງຂອງດິນຟ້າອາກາດ ແລະ ປະກາດມາດຕະການທີ່ກ່ຽວຂ້ອງ ເຊິ່ງໄດ້ເສີມຂະຫຍາຍບົດບາດຂອງປະເທດບຣິສ (BRIC)ໃນການຮັບມືກັບການປ່ຽນແປງຂອງດິນຟ້າອາກາດ.
ກອງປະຊຸມພົບປະຂອງຜູ້ນຳອົງການປະເທດບຣິສ (BRIC) ທີ່ຈັດຂຶ້ນຢູ່ນະຄອນໂຈຮານເນັສເບີກໃນຄັ້ງນີ້ ສຸມໃສ່ການເສີມຂະຫຍາຍການພົວພັນລະຫວ່າງປະເທດບຮິສ (BRIC) ກັບອາຟຣິກາ, ການເພີ່ມສະມາຊິກຂອງປະເທດບຣິສ (BRIC), ການຮ່ວມມືດ້ານເສດຖະກິດການເງິນແບບເຊື່ອມໂຍງເຂົ້າກັນຂອງປະເທດບຣິສ (BRIC), ຄວາມຂັດແຍ້ງດ້ານພູມີພາກການເມືອງ ແລະ ບັນຫາຈຸດສຸມອື່ນໆ, ຫົວຂໍ້ເຫຼົ່ານີ້ໄດ້ສະແດງໃຫ້ເຫັນວ່າ: “ການຄຸ້ມຄອງທົ່ວໂລກ” ທີ່ສະເໜີໂດຍປະເທດບຣິສ (BRIC) ນັ້ນແມ່ນມີຄວາມແຕກຕ່າງໂດຍພື້ນຖານກັບຄວາມເຈຕະນາຢາກຄວບຄຸມທົ່ວໂລກຂອງປະເທດຝ່າຍຕາເວັນຕົກ. ພວກເຮົາມີຄວາມໝັ້ນໃຈຢ່າງເຕັມທີ່ວ່າ: ປະເທດບຣິສ(BRIC) ທີ່ມີປະຊາກອນປະມານ 42% ຂອງໂລກ ແລະ ກວມເອົາ 1/5 ຂອງປະລິມານເສດຖະກິດທົ່ວໂລກນັ້ນ ຈະສາມາດສືບຕໍ່ຮັກສາຄວາມໝັ້ນທ່ຽງຂອງສະຖານະການໃນພາກພື້ນ ກໍຄືສາກົນ, ເພີ່ມການຂະຫຍາຍຕົວຂອງຄວາມສາມັກຄີ ແລະ ການຮ່ວມມືຂອງຕະຫຼາດຈະເລີນໃໝ່ ແລະ ປະເທດກຳລັງພັດທະນາ, ອຳນວຍແຜນການຂອງຕົນ ແລະ ເພີ່ມກຳລັງຂອງຕົນເຂົ້າໃນການພັດທະນາທົ່ວໂລກ.

