ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກ ເຂົ້າສູ່ຊີວິດຈິງ
ຫວ່າງມໍ່ໆມານີ້, ສັດນຳໂຊກ“ປີ່ງຕຸ່ນຕຸ່ນ” ທີ່ເປັນຮູບໝີແພນດາສຳລັບ ງານກິລາໂອລິມປິກລະດູໜາວປັກກິ່ງ ໄດ້ຮັບຄວາມນິຍົມຫຼາຍທີ່ສຸດຈົນຫາຊື້ໄດ້ຍາກ. ຕໍ່ກັບເລື່ອງນີ້, ໂຄສົກຄະນະກໍາມະການຈັດງານກິລາໂອລິມປິກລະດູໜາວປັກກິ່ງໄດ້ໃຫ້ຄໍາຕອບວ່າ: ກໍາລັງປະສານງານກັບຝ່າຍຕ່າງໆທີ່ກ່ຽວຂ້ອງ ເພື່ອເພີ່ມການຜະ ລິດ ສັດນຳໂຊກ“ປີ່ງຕຸ່ນຕຸ່ນ”. ເປັນຫຍັງ“ປີ່ງຕຸ່ນຕຸ່ນ”ຈຶ່ງໄດ້ຮັບຄວາມນິຍົມຈາກຄົນທັງຫຼາຍ?
“ປີ່ງ”ໃນພາສາຈີນໝາຍຄວາມວ່າ ນໍ້າກ້ອນ, ເປັນສັນຍາລັກແຫ່ງຄວາມບໍລິສຸດ ແລະຄວາມເດັດດ່ຽວ ເຊິ່ງກໍເປັນເອກະລັກຂອງງານກິລາໂອລິມປິກລະດູໜາວ. “ຕຸ່ນຕຸ່ນ”ໝາຍເຖິງຄວາມແຂງ ແຮງ, ເປັນສັນຍາລັກຂອງຮ່າງ ກາຍທີ່ແຂງແຮງ ແລະຈິດໃຈອົດທົນໜຽວແໜ້ນຂອງນັກກິລາໂອລິມປິກລະດູໜາວ ທັງເປັນສັນຍາລັກແຫ່ງຈິດໃຈໂອລິມປິກທີ່ສ້າງກຳລັງໃຈໃຫ້ຄົນທັງຫຼາຍ.
“ປີ່ງຕຸ່ນຕຸ່ນ”ໃສ່ຊຸດນໍ້າກ້ອນ ເຊິ່ງອອກແບບມາຈາກອາຫານພື້ນ ເມືອງຊະນິດໜຶ່ງຂອງປັກກິ່ງ ຄື ໝາກໄມ້ເຄືອບນໍ້າຕານ. ໝວກຂອງ“ປີ່ງຕຸ່ນຕຸ່ນ” ແມ່ນອອກແບບມາຈາກໝວກກັນກະທົບສໍາລັບນັກກິລາຫິມະ ແລະນ້ຳກ້ອນ. ຮູບວົງມົນຫຼາຍສີອ້ອມໃບໜ້າ “ປີ່ງຕຸ່ນຕຸ່ນ”ແມ່ນອອກແບບມາຈາກສະໜາມກິລາສະກີຄວາມໄວແຫ່ງຊາດຈີນ.
ກ່ອນອອກແບບ“ປີ່ງຕຸ່ນຕຸ່ນ”, ນັກອອກແບບຍັງໄດ້ໄປສັງເກດເບິ່ງທ່າຍ່າງຂອງໝີແພນດາ ແລະຈຶ່ງໄດ້ອອກແບບ“ປີ່ງຕຸ່ນຕຸ່ນ”ໃຫ້ຄືໝີແພນດາທີ່ສຸດ ທີ່ໜ້າຮັກພິ ເສດ.
ນອກນີ້, “ປີ່ງຕຸ່ນຕຸ່ນ” ຍັງໄດ້ສະ ແດງໃຫ້ເຫັນເຖິງຄວາມນິຍົມທີ່ໄຮ້ພົມແດນ. ເມື່ອສົມເດັດ ອານເບີດ ອາເລັກຊານເດີ ຫລຸຍ ປີແອ ກຣີມັນດີ ຂອງໂມນາໂກ ໄດ້ຮັບຮູບປັ້ນ“ປີ່ງຕຸ່ນຕຸ່ນ”ທີ່ເຮັດດ້ວຍແປ້ງໂຕໜຶ່ງແລ້ວ ພະອົງຍັງຮ້ອງຂໍໃຫ້ພະນັກງານເຮັດໃຫ້ພະອົງອີກໂຕໜຶ່ງ. ທ້າວຫຼີວຊ້າວຫຼີນ, ນັກກິລາສະເກັດຈາກຮົງກາຣີ ໄດ້ຮັບຕຸກກະຕາ“ປີ່ງຕຸ່ນຕຸ່ນ”ໂຕໜຶ່ງຍ້ອນລາວຍາດໄດ້ຫຼຽນທອງໃນການແຂ່ງຂັນ ແລະເວົ້າວ່າ: ຂ້ອຍມີນ້ອງສາວຄົນໜຶ່ງທີ່ອາຍຸໄດ້ 3 ປີ, ສະນັ້ນ, ຂ້ອຍຢາກໄດ້ຫຼຽນອີກຫຼຽນໜຶ່ງ ເພື່ອໄດ້“ປີ່ງຕຸ່ຕຸ່ນ”ອີກ. ໂຕນີ້ຂ້ອຍຈະໃຫ້ຕົນເອງ.
ນາງ ນາຕາລີ ຕາສເລໂຣວາ, ນັກກິລາສະເກັດຈາກປະເທດເຊັກ ຮູ້ສຶກຕື່ນເຕັ້ນດີໃຈເກືອບຈະຮ້ອງໄຫ້ ເມື່ອໄດ້ຮັບຕຸກກະຕາ“ປີ່ງຕຸ່ນຕຸ່ນ”.
ສັດນຳໂຊກ“ປີ່ງຕຸ່ນຕຸ່ນ” ເປັນຕົວແທນພາບພົດຂອງຈີນ, ເປັນຜົນງານຂອງປະຊາຊົນຈີນ ທັງເປັນການປະສານສົມທົລະຫວ່າງວັດທະນະທຳຈີນ ກັບໂອລິມປິກ. ນີ້ເປັນຂອງຂວັນທີ່ລ້ຳຄ່າ ທີ່ຄະນະກຳມະງານຈັດການກິລາໂອລິມປິກລະດູໜາວປັກກິ່ງ ແລະປະເທດຈີນ ມອບໃຫ້ກິລາໂອລິມປິກ ກໍຄືໃຫ້ກັບໂລກ.
May be an image of text that says 'BEIJING 2022 BEIJING 202'
May be an image of 1 person, standing and text