ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກ ເຂົ້າສູ່ຊີວິດຈິງ
ກອງປະຊຸມໃຫຍ່ອົງຄະນະພັກກະຊວງອຸດສາຫະກຳ ແລະ ການຄ້າ ຄັ້ງທີ V ໄດ້ເປີດຂຶ້ນຢ່າງເປັນທາງການໃນວັນທີ 2 ພະຈິກນີ້ ທີ່ຫໍປະຊຸມແຫ່ງຊາດ ໂດຍເປັນປະທານຂອງ ສະຫາຍ ຄໍາແພງ ໄຊສົມແພງ ກໍາມະການສູນກາງພັກ ເລຂາຄະນະພັກ ລັດຖະມົນຕີ ກະຊວງອຸດສາຫະກໍາ ແລະ ການຄ້າ, ໃຫ້ກຽດເຂົ້າຮ່ວມຂອງ ສະຫາຍ ບຸນທອງ ຈິດມະນີ ກໍາມະການກົມການເມືອງສູນກາງພັກ ຜູ້ປະຈໍາການຄະນະເລຂາທິການສູນກາງພັກ ຮອງປະທານປະເທດ, ມີບັນດາຜູ້ແທນຈາກໜ່ວຍພັກທີ່ຂຶ້ນກັບກະຊວງອຸດສາຫະກໍາ ແລະ ການຄ້າເຂົ້າຮ່ວມ.
ສະຫາຍ ຄໍາແພງ ໄຊສົມແພງ ໄດ້ຜ່ານຮ່າງລາຍງານການເມືອງຕໍ່ກອງປະຊຸມ ຊຶ່ງໄດ້ສະຫຼຸບຕີລາຄາຄືນຜົນການຈັດຕັ້ງປະຕິບັດມະຕິກອງປະຊຸມໃຫຍ່ ຄັ້ງທີ IV ຂອງອົງຄະນະພັກກະຊວງອຸດສາຫະກຳ ແລະ ການຄ້າ ໄລຍະ 5 ປີ (2016-2020) ໂດຍຍົກໃຫ້ເຫັນຜົນສຳເລັດໃນແຕ່ລະດ້ານທີ່ພົ້ນເດັ່ນເປັນຕົ້ນ: ວຽກງານການກໍ່ສ້າງພັກໄດ້ເອົາໃຈໃສ່ວຽກງານຂະຫຍາຍສະມາຊິກໂດຍຖືເອົາດ້ານຄຸນນະພາບເປັນກົກ ມາຮອດປັດຈຸບັນ ທົ່ວອົງຄະນະພັກມີສະມາຊິກພັກທັງໝົດ 742 ສະຫາຍ ຍິງ 255 ສະຫາຍ, ພ້ອມນັ້ນ ການນຳພາດ້ານວິຊາສະເພາະຕາມ 3 ແຜນນະໂຍບາຍທີ່ວາງອອກໃນກອງປະຊຸມໃຫຍ່ ຄັ້ງທີ IV ຂອງຂະແໜງອຸດສາຫະກໍາ ແລະ ການຄ້າ ສາມາດປະຕິບັດໂຕເລກຄາດໝາຍທີ່ໄດ້ວາງໄວ້ຄື: ມູນຄ່າການຜະລິດອຸດສາຫະກໍາປຸງແຕ່ງ ແລະ ຫັດຖະກໍາ 5 ປີ ບັນລຸໄດ້ປະມານ 52.728 ຕື້ກີບ ທຽບໃສ່ໄລຍະດຽວກັນ (2011-2015) ເພີ່ມຂຶ້ນ 80,1% ລື່ນແຜນ 8,9% ອັດຕາເພີ່ມຂຶ້ນສະເລ່ຍ 9,2% ຕໍ່ປີ ມູນຄ່າຈໍລະຈອນສິນຄ້າ (ຂາຍຍົກ-ຂາຍຍ່ອຍ ແລະ ບໍລິການສ້ອມແປງລົດ) ບັນລຸໄດ້ປະມານ 285.153 ຕື້ກີບ ທຽບໃສ່ໄລຍະດຽວກັນ (2011-2015) ເພີ່ມຂຶ້ນ 85,7% ຫຼຸດແຜນ -2,1% ອັດຕາເພີ່ມຂຶ້ນສະເລ່ຍ 10,2% ຕໍ່ປີ ມີຕະຫຼາດຂາຍຍົກ-ຂາຍຍ່ອຍສິນຄ້າໃນຂອບເຂດທົ່ວປະເທດ ທັງໝົດ 843 ແຫ່ງ (ປີ 2020) ທຽບໃສ່ປີ 2015 ເພີ່ມຂຶ້ນ 15,6% (ຄາດໝາຍ 5 ປີ ແມ່ນ 30%) ມູນຄ່າການນໍາເຂົ້າບັນລຸໄດ້ປະມານ 26.547 ລ້ານໂດລາ, ທຽບໃສ່ໄລຍະດຽວກັນ (2011-2015) ເພີ່ມຂຶ້ນ 50% ລື່ນແຜນ 3,9%, ອັດຕາເພີ່ມສະເລ່ຍ 7,8% ຕໍ່ປີ, ມູນຄ່າການສົ່ງອອກບັນລຸໄດ້ປະມານ 26.429 ລ້ານໂດລາ, ທຽບໃສ່ໄລຍະດຽວກັນ (2011-2015) ເພີ່ມຂຶ້ນ 83% ລື່ນແຜນ 2,1%, ການສົ່ງອອກສິນຄ້າອຸດສາຫະກຳປຸງແຕ່ງແມ່ນກວມເອົາປະມານ 43% ລະດັບການເປີດຕົວຂອງການຄ້າ ສິນຄ້າກັບສາກົນ (ບໍ່ລວມບໍລິການ) ບັນລຸໄດ້ 61,5%.
ກອງປະຊຸມ, ສະຫາຍ ສົມຈິດ ອິນທະມິດ ຄະນະປະຈໍາພັກ ຮອງລັດຖະ ມົນຕີ ກະຊວງອຸດສາຫະກໍາ ແລະ ການຄ້າ ໄດ້ຜ່ານແຜນພັດທະນາອຸດສາຫະກໍາປຸງແຕ່ງ ແລະ ການຄ້າ ໄລຍະ 5 ປີ (2021-2025) ຊຶ່ງຈະໄດ້ສຸມໃສ່ຜັນຂະຫຍາຍ 5 ແຜນນະໂຍບາຍຄື: ການເຊື່ອມໂຍງ ແລະ ເຊື່ອມຈອດເສດຖະກິດກັບພາກພື້ນ ແລະ ສາກົນ, ການພັດທະນາອຸດສາຫະກໍາ ແລະ ການຜະລິດເປັນສິນຄ້າຕິດພັນກັບຕະຫຼາດ, ການສ້າງສະພາບແວດລ້ອມທີ່ເອື້ອອໍານວຍ ແລະ ສ້າງຄວາມເຂັ້ມແຂງໃຫ້ແກ່ພາກທຸລະກິດ ການສົ່ງເສີມ ແລະ ພັດທະນາການຄ້າໃຫ້ກ້າວທັນກັບສະພາບການໃໝ່ ແລະ ການເພີ່ມປະສິດທິພາບການຄຸ້ມຄອງມະຫາພາກ ແລະ ການແບ່ງຂັ້ນຄຸ້ມຄອງກັບທ້ອງຖິ່ນ, ການນໍາພາການຈັດຕັ້ງທຸລະກິດ ແລະ ຫົວໜ່ວຍທຸລະກິດທີ່ຂຶ້ນກັບອົງຄະນະພັກກະຊວງ ແລະ ສະເພາະຄາດໝາຍສູ້ຊົນຕົ້ນຕໍຮອດປີ 2025 ລະດັບການເປີດໂຕຂອງການຄ້າ (ມູນຄ່າການຄ້າສິນຄ້າ ແລະ ບໍລິການຕໍ່ GDP ບໍ່ຫຼຸດ 80%), ການສົ່ງອອກສິນຄ້າອຸດສາຫະກຳກວມ 50% ເຮັດໃຫ້ຂະແໜງອຸດສາຫະກຳປຸງແຕ່ງ ແລະ ການຄ້າປະກອບສ່ວນໃນການສ້າງ GDP ຂອງປະເທດໃຫ້ໄດ້ 22-23% ແລະ ວິສາຫະກິດຂະໜາດນ້ອຍ ແລະ ກາງ ປະກອບສ່ວນຕໍ່ GDP 18% ຕໍ່ປີ, ຈໍານວນຜູ້ປະກອບກິດຈະການວິສາ ຫະກິດຂະໜາດນ້ອຍ ແລະ ກາງ ໃຫ້ເພີ່ມຂຶ້ນ 2% ຕໍ່ປີ.
ຈາກນັ້ນ, ກອງປະຊຸມໄດ້ຜ່ານບົດສໍາຫຼວດການນໍາພາລວມຂອງຄະນະບໍລິຫານງານພັກກະຊວງອຸດສາຫະກໍາ ແລະ ການຄ້າ ສະໄໝທີ IV ຕໍ່ກອງປະຊຸມໃຫຍ່ຜູ້ແທນອົງຄະນະພັກກະຊວງ ຄັ້ງທີ V ແລະ ຈະໄດ້ປ່ອນບັດເອົາຄະນະບໍລິຫານງານພັກກະຊວງອຸດສາຫະກໍາ ແລະ ການຄ້າຊຸດໃໝ່ ແລະ ຮັບຟັງການໂອ້ລົມເພື່ອຊີ້ທິດເຍືອງທາງແກ່ອົງຄະນະພັກກະຊວງອຸດສາຫະກໍາ ແລະ ການຄ້າ ໃນ 5 ປີຕໍ່ໜ້າ ຈາກ ສະຫາຍ ບຸນທອງ ຈິດມະນີ ຕື່ມອີກ