ພິທີເປີດການຕິດຕັ້ງເສົາກັງຫັນລົມ ຕົ້ນທໍາອິດຂອງໂຄງການໄຟຟ້າພະລັງງານລົມມອນຊູນວິນ (Monzoon wind project) ຈັດຂຶ້ນໃນວັນທີ ທີ 9 ພະຈິກ 2023 ຜ່ານມາ, ທີ່ທົ່ງເຫຼັກ ເມືອງດາກຈຶງ ແຂວງເຊກອງ ໂດຍມີທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີແຫ່ງ ສປປ ລາວ, ທ່ານ ເຫຼັກໄຫຼ ສີວິໄລ ເຈົ້າແຂວງເຊກອງ, ບັນດາທ່ານລັດຖະມົນຕີ, ຮອງລັດຖະມົນຕີ, ຫົວໜ້າຮອງ-ຫົວໜ້າພະແນກ, ຂະແໜງການກ່ຽວຂ້ອງຂັ້ນສູນກາງ, ແຂວງ, ເມືອງດາກຈຶງ ແລະ ບໍລິສັດເຂົ້າຮ່ວມ.
ທ່ານ ນັດ ຮຸຕານຸວັດ ກຳມະການຜູ້ຈັດການໃຫຍ່ ບໍລິສັດ ມອນຊູນວິນ ພາວເວີ ຈຳກັດ ໃຫ້ຮູ້ວ່າ: ໂຄງການໄຟຟ້າພະລັງງານລົມ ໄດ້ເລີ່ມລົງມືກໍ່ສ້າງໃນເດືອນເມສາ 2023 ແລະ ຄາດວ່າຈະສໍາເລັດໃນທ້າຍປີ 2025, ເຊິ່ງຕັ້ງຢູ່ເຂດເຊື່ອມຕໍ່ລະຫວ່າງເມືອງດາກຈຶງ ແຂວງເຊກອງ ກັບ ເມືອງຊານໄຊ ແຂວງອັດຕະປື, ມີເສົາກັງຫັນທັງໝົດ 133 ຕົ້ນ, ມີກໍາລັງການຜະລິດ 600 ເມກາວັດ.
ໃນນີ້, ຕັ້ງຢູ່ເມືອງດາກຈຶງ 110 ຕົ້ນ ແລະ ຕັ້ງຢູ່ເມືອງຊານໄຊ 23 ຕົ້ນ ໂດຍມີເປົ້າໝາຍສົ່ງໄຟຟ້າອອກຂາຍໃຫ້ປະເທດຫວຽດນາມເປັນຫລັກ ກັບໄລຍະສັນຍາ 25 ປີ, ມີມູນຄ່າການກໍ່ສ້າງທັງໝົດ 900 ລ້ານໂດລາສະຫະລັດ.
ທ່ານ ນັດ ຮຸຕານຸວັດ ໃຫ້ຮູ້ຕື່ມວ່າ: ເສົາກັງຫັນລົມແຕ່ລະຕົ້ນ ແມ່ນຕັ້ງຢູ່ພື້ນຖານທີ່ແຂງແກ່ນ ແລະ ໝັ້ນຄົງ ເຊິ່ງໄດ້ອອກແບບດ້ວຍຫລັກການທີ່ເປັນມິດຕໍ່ສິ່ງແວດລ້ອມ, ພື້ນຖານເສົາແຕ່ລະຕົ້ນກວ້າງປະມານ 22 ແມັດ, ເລິກ 35 ແມັດ ແລະ ລວງສູງຂອງເສົາ 110 ແມັດ ແລະ ໃບພັດຍາວ 85,5 ແມັດ, ຢູ່ເທິງສຸດຈະເປັນເຄື່ອງຍົນຮອງຮັບນໍ້າໜັກໄດ້ຫລາຍກວ່າ 100 ໂຕນ, ຄວາມຍາວເສັ້ນຜ່າສູນກາງຂອງກັງຫັນ 171 ແມັດ, ສາມາດຜະລິດກະແສໄຟຟ້າໄດ້ 4,51 ເມກາວັດ, ປະຈຸບັນການກໍ່ສ້າງສໍາເລັດແລ້ວປະມານ 30% ຄາດວ່າຈະກໍ່ສ້າງໃຫ້ສໍາເລັດການກໍ່ສ້າງ ແລະ ໃຫ້ສາມາດຈ່າຍໄຟໄດ້ໃນປີ 2025.
ໃນໂອກາດນີ້, ທ່ານ ເຫຼັກໄຫຼ ສີວິໄລ ເຈົ້າແຂວງເຊກອງ ກໍໄດ້ມີຄໍາເຫັນ ຊຶ່ງທ່ານໄດ້ສະແດງຄວາມຍ້ອງຍໍຊົມເຊີຍບໍລິສັດ ທີ່ໄດ້ທຸມເທທຶນຮອນເຂົ້າໃນການປະຕິບັດໂຄງການດັ່ງກ່າວ. ໂຄງການໄຟຟ້າພະລັງລົມ ແມ່ນໂຄງການຍຸດທະສາດສໍາຄັນຂອງພັກ-ລັດຖະບານ ກໍຄື ແຂວງເຊກອງ ແລະ ເປັນໂຄງການໄຟຟ້າພະລັງລົມແຫ່ງທໍາອິດຂອງປະເທດລາວ ແລະ ໃຫຍ່ທີ່ສຸດໃນຂົງເຂດອາຊີຕາເວັນອອກສ່ຽງໃຕ້.
ສະນັ້ນ, ການກໍ່ສ້າງໂຄງການນີ້ ຈຶ່ງມີຄວາມໝາຍສໍາຄັນຕໍ່ບາດກ້າວການພັດທະນາໂຄງການພະລັງງານສະອາດຂອງລາວ, ລົດກາສກາກບອນ, ບໍ່ທໍາລາຍສິ່ງແວດລ້ອມ, ຊ່ວຍສ້າງຄວາມໝັ້ນຄົງ ແລະ ສະໜັບສະໜູນພາລະກິດສໍາຄັນລະດັບໂລກທີ່ມີເປົ້າໝາຍການປ່ອຍກາສກາກບອນເປັນສູນໃນປີ 2050. ທັງເປັນການປະກອບສ່ວນເຂົ້າໃນການສ້າງສາ ແລະ ພັດທະນາປະຊາຊາດ ກໍຄື ການພັດທະນາເສດຖະກິດ-ສັງຄົມຂອງທ້ອງຖິ່ນ, ສ້າງວຽກເຮັດງານທໍາ ແລະ ແກ້ໄຂຄວາມທຸກຍາກຂອງປະຊາຊົນໃຫ້ຫລຸດລົງເທື່ອລະກ້າວ.
ຫຼັງຈາກນັ້ນ ທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີແຫ່ງ ສປປ ລາວ ເປັນກຽດເປີດປ້າຍ ການຕິດຕັ້ງເສົາກັງຫັນລົມ ຕົ້ນທຳອິດ ຢ່າງເປັນທາງການ ພ້ອມທັງ ລັ່ນຄ້ອງ 9 ບາດ ເພື່ອເປັນສີລິມຸງຄຸນໃຫ້ແກ່ໂຄງການດັ່ງກ່າວຕື່ມອີກ.
ຂ່າວ:ພຸດທະສອນ









