ກະຊວງປ້ອງກັນປະເທດແຫ່ງ ສປປ ລາວ ຮ່ວມກັບ ສະຖານເອກອັກຄະລັດຖະທູດ ແຫ່ງ ສ ຣັດເຊຍ ປະຈໍາ ສປປ ລາວ ແລະ ສະມາຄົມມິດຕະພາບລາວ-ຣັດເຊຍ, ຣັດເຊຍ-ລາວ ຈັດພິທີເປີດການນໍາໃຊ້ອານຸສາວະລີ ນັກບິນທະຫານ ອະດີດສະຫະພາບໂຊວຽດ (ສສສຊ) ທີ່ເສຍຊີວິດຢູ່ລາວ ໃນໄລຍະປີ 1960-1973 ຂຶ້ນຢ່າງເປັນທາງການ ໃນວັນທີ 6 ທັນວາ ນີ້ ທີ່ນະຄອນຫຼວງວຽງຈັນ. ໂດຍການເປັນກຽດກ່າວເປີດ ແລະ ຮ່ວມຕັດແຖບຜ້າ ຂອງສະຫາຍ ພົນເອກ ຈັນສະໝອນ ຈັນຍາລາດ ກໍາມະການກົມການເມືອງສູນກາງພັກ ຮອງນາຍົກລັດຖະມົນຕີ ລັດຖະມົນຕີກະຊວງປ້ອງກັນປະເທດ, ມີສະຫາຍ ວຣາດິເມຍ ກາລິນິນ ເອກອັກ ຄະລັດຖະທູດວິສາມັນ ຜູ້ມີອໍານາດເຕັມແຫ່ງສະຫະພັນຣັດເຊຍ (ສ ຣັດເຊຍ) ປະຈໍາ ສປປ ລາວ, ມີບັນດາສະຫາຍການນໍາຂັ້ນສູງພັກ-ລັດ, ແຂກຖືກເຊີນ ທັງສອງເຂົ້າຮ່ວມ.

ສະຫາຍ ພົນເອກ ຈັນສະໝອນ ຈັນຍາລາດ ໄດ້ກ່າວວ່າ: ເພື່ອເປັນການເພີ່ມພູນຄູນສ້າງສາຍພົວພັນມິດຕະພາບ, ຄວາມສາມັກຄີ ແລະ ການຮ່ວມມືລະຫວ່າງ ສອງພັກ, ສອງລັດ, ສອງກອງທັບ ແລະ ປະຊາຊົນ ລາວ-ຣັດເຊຍ ທີ່ມີມູນເຊື້ອ ແລະ ເພື່ອສະແດງເຖິງຄວາມຮູ້ບຸນຄຸນຕໍ່ການຊ່ວຍເຫຼືອອັນໃຫຍ່ຫຼວງຂອງພັກກອມມູນິດອະດີດສະຫະພາບໂຊວຽດ, ກອງທັບໂຊວຽດ ທາງດ້ານວັດຖຸ ແລະ ຈິດໃຈຕໍ່ການປະຕິວັດລາວ ໃນສະໄໝສົງຄາມປົດປ່ອຍປະເທດຊາດ ໃນເມື່ອກ່ອນ ແລະ ລະນຶຶກເຖິງນັກບິນທະຫານໂຊວຽດ ອະດີດສະຫະພາບໂຊວຽດ ທີ່ເສຍສະຫຼະຊີວິດໃນການປະຕິບັດພັນທະສາກົນຢູ່ລາວ. ສະນັ້ນ, ພັກ-ລັດຖະບານຂອງ ສປປ ລາວ ແລະ ສ ຣັດເຊຍ ໄດ້ຕົກລົງເຫັນດີໃຫ້ກະຊວງປ້ອງກັນປະ ເທດ ແຫ່ງ ສປປ ລາວ ເປັນຜູ້ຕາງໜ້າລັດຖະບານ ໂດຍສົມທົບກັບອົງການທີ່ກ່ຽວຂ້ອງຂອງ ສ ຣັດເຊຍ ກໍ່ສ້າງອານຸສາວະລີນັກບິນທະຫານອະດີດສະຫະພາບໂຊວຽດຂຶ້ນ ຊຶ່ງເປັນສັນຍາລັກນໍ້າໃຈໄມຕີຈິດມິດຕະພາບ, ຄວາມເຄົາລົບຮັກຂອງລັດຖະບານ, ກອງທັບ ແລະ ປະ ຊາຊົນລາວບັນດາເຜົ່າ ຕໍ່ນັກບິນທະຫານອະດີດສະຫະພາບໂຊວຽດທີ່ເສຍສະຫຼະຊີວິດໃນການປະຕິບັດພັນທະສາກົນ.
ສາຍພົວພັນມິດຕະພາບ ແລະ ການຮ່ວມມື ທີ່ເປັນມູນເຊື້ອອັນດີງາມແຕ່ຍາວນານ ລະຫວ່າງ ສອງຊາດ, ສອງກອງທັບ ລາວ-ຣັດເຊຍ ບໍ່ພຽງແຕ່ປົກປັກຮັກສາໃຫ້ແໜ້ນແຟ້ນ ແຕ່ຍັງໄດ້ຮັບການພັດທະນາຢ່າງບໍ່ຢຸດຢັ້ງ ໃນທຸກຂົງເຂດວຽກງານ ເປັນຕົ້ນແມ່ນ: ໃນໄລຍະປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ.
ສ ຣັດເຊຍ ໄດ້ສືບຕໍ່ພົວພັນຮ່ວມມືກັນສະໜັບສະໜູນຊ່ວຍເຫຼືອ ສປປ ລາວ ໃນຫຼາຍດ້ານໂດຍສະເພາະແມ່ນຂົງເຂດ ປ້ອງກັນຊາດ, ປ້ອງກັນຄວາມສະຫງົບ. ອັນພົ້ນເດັ່ນແມ່ນໄດ້ສ້າງຊັບພະຍາກອນມະນຸດ, ສ້າງພື້ນຖານໂຄງລ່າງວັດຖຸເຕັກນິກໃຫ້ແກ່ ສປປ ລາວ. ບັນດາກິດຈະກໍາທີ່ໄດ້ຮັບການກໍ່ສ້າງ ມັນໄດ້ກາຍເປັນສັນຍາລັກອັນສໍາຄັນຂອງການຊ່ວຍເຫຼືອຂອງ ສ ຣັດເຊຍ ຕໍ່ ສປປ ລາວ ໃນທຸກໄລຍະ.
ຂ່າວ-ພາບ: ຍຸພິນທອງ