ວັນທີ່ 28 ກໍລະກົດນີ້ ທີ່ເດີ່ນໂຮງຮຽນມັດທະຍົມສົມບູນສັນຕິພາບ ນະຄອນ ຫຼວງພະບາງ ແຂວງຫຼວງພະບາງ ໄດ້ຈັດພິທີ ເປີດການສອບເສັງ ຈົບຊັ້ນມັດ ທະ ຍົມປາຍ ມ.7 ໃນທົ່ວແຂວງ ມີ ທ່ານ ບຸນເລື່ອມ ມະນີວົງ ຮອງເຈົ້າແຂວງຫຼວງພະບາງ, ທ່ານ ວຽງທອງ ຫັດສະຈັນ ເຈົ້ານະ ຄອນ ຫຼວງພະບາງ, ພ້ອມດ້ວຍ ຕາງໜ້າຈາກກະຊວງສຶກສາທິການ ແລະ ກິລາ ຄະນະຮັບຜິດຊອບການສອບເສັງ ແລະນັກສອບເສັງເຂົ້າຮ່ວມ. ພິທີ ທ່ານ ວົງເພັດ ອຸດົມລິດ ຫົວໜ້າພະແນກສກສາທິການ ແລະ ກິລາ ໄດ້ລາຍງານຫຍໍ້ ກ່ຽວ ກັບການກະກຽມ ການສອບເສັງຈົບຊັ້ນ ມ7 ສົກຮຽນ 2020-2021 ວ່າ: ທົ່ວແຂວງຫຼວງພະບາງ ມີໂຮງຮຽນທັງໝົດ 111 ແຫ່ງໃນນີ້ ມັດທະຍົມຕົ້ນ 64 ແຫ່ງ, ມັດທະຍົມສົມບູນ 46 ແຫ່ງ ມີການຈັດການຮຽນ-ການສອນຮອດຂັ້ນ ມ.7 ຈໍານວນ 47 ແຫ່ງ ມີນັກຮຽນມີເງື່ອນໄຂ ເຂົ້າສອບເສັງ ຈົບຊັ້ນມັດທະຍົມປາຍ ມ.7 ທັງໝົດ 3.810 ຄົນ, ຍິງ 1.597 ຄົນ ແລະມີສູນສອບເສັງທັງໝົດ 40 ສູນ, ມີ 199 ຫ້ອງສອບເສັງ, ພິເສດ ມີນັກຮຽນ ຫ້ອງ 2 ພາສາ ລາວ-ຝຣັ່ງ ຈາກໂຮງຮຽນມັດທະຍົມສົມບູນປະຊາທິປະໄຕ ຈໍານວນ 66 ຄົນ, ຍິງ 46 ຄົນ ກຳນົດເວລາສອບເສັງຈໍານວນ 3 ວັນ ລະຫວ່າງ ວັນທີ 28-30 ກໍລະກົດ 2021 ສອບເສັງທັງໝົດ 5 ວິຊາຄື: ພາສາລາວ-ວັນນະຄະດີ, ຄະ ນິດສາດ, ວິທະຍາສາດທໍາມະຊາດ, ວິທະຍາສາດ-ສັງຄົມ ແລະ ພາສາອັງກິດ. ໂອກາດນີ້ ທ່ານ ບຸນເລື່ອມ ມະນີວົງ ໄດ້ກ່າວເປີດການສອບເສັງ ໂດຍຮຽກຮ້ອງໃຫ້ຄະນະກຳມະການຮັບຜິຊອບ ແລະນັກສອບເສັງ ຕ້ອງເຂັ້ມງວດໃນການປະຕິບັດລະບຽບຂອງການສອບເສັງ ພ້ອມທັງເປັນເຈົ້າການ ປະຕິບັດມາດຕະການປ້ອງກັນການແຜ່ລະບາດຂອງພະຍາດໂຄວິດ 19, ສະເພາະນັກສອບເສັງ ຕ້ອງເພີ່ມທະວີໃນການຄົ້ນຄວ້າບົດຮຽນ ພ້ອມທັງຮັກສາຄວາມເປັນລະບຽບຮຽບຮ້ອຍ ເພື່ອໃຫ້ເສັງໄດ້ຄະນແນນດີ ສີ່ງສຳຄັນເວລາສອບເສັງສຳເລັດ ບໍ່ຄວນສ້າງສີ່ງທີ່ບດີງາມ ແລະສ້າງປະກົດການຫຍໍ້ທໍ້ໃນສັງຄົນ ເປັນຕົ້ນ ລົງລາຍເຊັນໃສ່ເສື້ອ, ສ້າງສັນ-ຊຸມແຊວ ແລະອື່ນໆ.
ຈາກນັ້ນ ທ່ານຮອງເຈົ້າແຂວງ ໄດ້ໃຫ້ກຽດຕັດຫົວບົດສອບເສັງ ຢ່າງເປັນທາງການ, ສຳລັບການສອບເສັງຄັ້ງນີ້ ທ່ານເຈົ້າແຂວງ ຫຼວງພະບາງ ໄດ້ອອກຂໍ້ຕົກລົງການແຕ່ງຕັ້ງ ຄະນະກຳມະການ ປະກອບມີ: ພະແນກໄປສະນີໂທລະຄົມມະນາຄົມ ແລະ ການສື່ສານແຂວງ, ກອງບັນຊາການ ປກສ-ປກຊ ແຂວງ ແລະບັນດາບໍລິສັດເຄືອຂ່າຍໂທລະສັບ ເພື່ອເປັນການຕິດຕາມກວດກາ ເກັບກໍາຂໍ້ມູນແກ້ໄຂປະກົດການຫຍໍ້ທໍ້ ທີ່ອາດຈະເກີດຂື້ນໃນເວລາການສອບເສັງ, ສ່ວນການກວດຫົວບົດສອບເສັງ ໄດ້ນຳໃຊ້ລະບົບທີ່ທັນ ສະໄໝເຂົ້າຊ່ວຍ ເພື່ອເຮັດໃຫ້ການກວດຫົວບົດມີຄວາມຖືກຕ້ອງ ແລະວ່ອງໄວ ຊັດເຈນ, ແນໃສ່ເຮັດໃຫ້ການສອບເສັງບັນລຸຜົນສຳເລັດ ທັງຮັບປະກັນທາງດ້ານປະລິມານ ແລະຄຸນນະພາບ.
ຂ່າວ: ອາພຸດເດດ ບຸບຜາ
Loading...