ໃນລະຫວ່າງ ວັນທີ 24 – 25 ສິງຫາ 2021 ນີ້, ຄະນະກຳມະການຈັດການແຂ່ງຂັນ ກິລາການທະຫານສາກົນ ເຫຼົ່າຮົບຊ່າງແສງ ໄດ້ຈັດພິທີ ເປີດການແຂ່ງຂັນກິລາການທະຫານສາກົນ ( ARMY GAMEs 2021 )ໃນປະເພດກິລາ ເສັ້ນທາງທີ່ປອດໄພ ຂື້ນ ທີ່ຢູ່ທີ່ສະໝາມຫັດ ອານເດຣເຢຍສະກີ ເມືອງຈູເມັນ ສ.ຣັດເຊຍ , ສະຫະພັນລັດເຊຍ ໂດຍການເຂົ້າຮ່ວມ ເປັນປະຂອງ ສະຫາຍ ພົນຈັດຕະວາ ຢຽບເມນີເນໂກ ເດີ້ມີຕຣີ ສ່ວນທິມນັກກິລາເຫຼົ່າຊ່າງແສງ ມີສະຫາຍ ພັນໂທ ອານຸສັກ ພົມວົງສາ ຫົວໜ້າ ຄະນະທິມນັກກິລາ ເຫຼົ່າຮົບຊ່າງແສງ ກອງທັບປະຊາຊົນລາວ. ມີບັນດາ ຄະນະກຳມະການຈັດການແຂ່ງກິລາ ຄະຮັບຜິດຊອບຄູຝຶກ ພ້ອມດ້ວຍ ນັກກິລາແຕ່ລະປະເທດເຂົ້າຮ່ວມ.
ສະຫາຍ ພັນໂທ ອານຸສັກ ພົມວົງສາ ຫົວໜ້າ ຄະນະຊີ້ນຳທິມນັກກິລາ ເຫຼົ່າຮົບຊ່າງແສງ ກອງທັບປະຊາຊົນລາວໄດ້ໃຫ້ການສຳພາດຕໍ່ນັກຂ່າວພວກເຮົາວ່າ: ສຳລັບການແຂ່ງກິລາການທະຫານສາກົນໃນຄັ້ງນີ້ເຫຼົ່າຮົບຊ່າງແສງກອງທັບປະຊາຊົນລາວເຮົາແມ່ນໄດ້ນຳສົ່ງປະປະເພດກິລາເຂົ້າຮ່ວມມີ 01 ທິມ ປະກອບ ມີຈຳນວນນັກກິລາ 21 ສະຫາຍ ແລະ ແບ່ງອອກເປັນ 02 ຈຸ ຄື: ຈຸເຕັກນິກປະກອບ ລົດກ່າຍຂົວ TMM-3. ຈຳນວນ 04 ຄັນ, ລົດດຸດ BAT-2 ຈຳນວນ 01 ຄັນ,ລົດສ້າງສີ່ງກີດຂວາງ IMR-2 ຈຳນວນ 01ຄັນ,ລົດຫູ້ມເກາະ BTR ຈຳນວນ 01 ຄັນ, ລົດຕັງT-72 ຈຳນວນ 01ຄັນ ແລະ ຈຸກວດກູ້ລະເບິດ ປະກອບມີ:ອຸປະກອນກວດ-ກູ້ລະເບີດ EMP -2 ຈຳນວນ 05 ເຄື່ອງ ແລະ ເຄື່ອງມືທຳລາຍລະເບີດ. ການແຂ່ງຂັນໃນຄັ້ງນີ້ແມ່ນໄດ້ປະຕິບັດຕາມກາຕິກາ ຂອງການແຂ່ງຂັນ ທີ່ໄດ້ກຳນົດໂດຍໄດ້ແຂ່ງເປັນແຕ່ລະບາດກ້າວ ຄື:ບາດກ້າວທີ 01 : ຈຸທຳລາຍສີ່ງກີດຂວາງ ໂຮຍຕົວລົງຈາກຍົນ ທີ່ມີຄວາມສູງ 20 ແມັດ ແລ້ວ ແລ່ນຜ່ານຂົວອູ່, ທຳລາຍ ກຳແພງ ທີ່ເປັນສິ່ງກີດຂວາງແລ້ວໂດດຂື້ນ, ລອດຕາໜ່າງໜາມໝາກຈັບແລ້ວທຳລາຍສິງກີດຂວາງ, ກວດກູ້ລະເບີດ ອອກຈາກເສັ້ນທາງ ເຄື່ອນຂອງບັນກາພາຫະນະ.ບາດກ້າວທີ 02 : ຈູເຕັກນິກຮັບປະກັນ ເຮັດໜ້າທີ່ ກ່າຍຂົວ ຜ່ານແມ່ນ້ຳ ກວ້າງ 36 ແມັດ , ສ້ອມແປງເສັ້ນທາງ ທີ່ມີສີ່ງກີດຂວາງ ຕັນເສັ້ນທາງ ຈາກນັ້ນ ໜ່ວຍເປີດທາງໄຂ ກໍ່ໄດ້ ທຳການເປີດທາງໄຂ ດ້ວຍລະເບີດ ເພື່ອອຳນວຍຄວາມສະດວກໃຫ້ແກ່ການເຄື່ອນທັບຂອງບັນດາພາຫະນະ ຕ່າງໆ ສຳລັບການແຂ່ງຂັນ ໃນວັນທີ 24 ສິງຫາ ມື້ວານນີ້ຮອບທຳອິດຂອງສາຍທີ 01 ປະກອບມີ ຣັດເຊຍແລ່ນເຂົ້າສູ່ເສັ້ນໃຊ ອັນດັບ01, ອຸສະເບັກກິສະຖານທີ 02.ເບລາລຸດ ແລະ ເຫຼົ່າຮົບຊ່າງແສງກອງທັບປະຊາຊົນລາວຢູ່ໃນອັນດັບທີ 04 .ສ່ວນ ສາຍ ທີ 02 ຈະໄດ້ຈັດການແຂ່ງຂັນ ໃນວັນທີ25 ສິງຫາ 2021 ນີ້ ເຊີ່ງປະກອບມີ : ສສ ຫວຽດນາມ , ອີນເດຍ , ເອຢິບ ແລະ ເວເນຊູເອລາ.
ສະຫາຍ ພັນໂທ ອານຸສັກ ພົມວົງສາ ຫົວໜ້າ ຄະນະຊີ້ນຳທິມນັກກິລາ ເຫຼົ່າຮົບຊ່າງແສງ ກອງທັບປະຊາຊົນລາວ ຍັງໃຫ້ຮູ້ຕື່ມອີກວ່າ ສຳລັບການແຂ່ງຂັນກິລາການທະຫານສາກົນໃນຄັ້ງນີ້ແມ່ນມີຄວາມໝາຍ-ຄວາມສຳຄັນທີ່ສຸດ ທັງເປັນການ ສ້າງສາຍພົວພັນ ມິດຕະພາບ ຮັດແໜ້ນຄວາມສາມັກຄີ ກັບບັນດາປະເທດ ທີ່ເຂົ້າຮ່ວມໂດຍສະເພາະ ແມ່ນເພື່ອຍົກສູງສາຍພົວພັນ ມິດຕະພາບ ລະຫວ່າງ ກອງທັບ ປະຊາຊົນລາວ ກັບ ກອງທັບ ສ.ລັດເຊຍ ແລະ ເພື່ອເປັນການ ຖອດຖອນບົດຮຽນ ໃນວຽກງານວີຊາສະເພາະ ເຫຼົ່າຮົບຊ່າງແສງ ໃຫ້ນັບມື້ເຕີບໃຫ່ຍ, ເຂັ້ມແຂງ ທັນສະໄໝຂື້ນເປັນກ້າວໆ.
ໂດຍ: ເກນ ວິໄລສານ



