ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກ ເຂົ້າສູ່ຊີວິດຈິງ
ພິທີເປີດການແຂ່ງຂັນບານເຕະ ນັກຮຽນທົ່ວປະເທດ ຢູ-17 ລາຍການ COPA Coca-Cola Laos 2021 ຮອບສຸດທ້າຍ ຊີງຂັນລັດຖະມົນຕີ ກະຊວງສຶກສາທິການ ແລະ ກິລາ ຈັດຂື້ນໃນວັນທີ 14 ພຶດສະພາ 2022 ທີ່ສະ
ໜາມລ້ານຊ້າງ, ນະຄອນຫຼວງວຽງຈັນ, ໂດຍມີ ທ່ານ ວິລະວັນ ບຸນສຸກໄທ ຫົວໜ້າກົມກິລາມວນຊົນ, ພະລະ ແລະ ສິລະປະສຶກສາ ກະຊວງສຶກສາທິການ ແລະ ກິລາ, ຕາງໜ້າຈາກພະແນກສຶກສາທິການ ແລະ ກິລາແຂວງ/ນະຄອນຫຼວງ, ບໍລິສັດ ໂຄຄາ-ໂຄລາ ບ໊ອດຕລິງ ຈຳກັດ ພ້ອມດ້ວຍຄະນະນໍາ, ຄູຝຶກ ແລະ ນັກກິລາຈາກທີມຕົວແທນພາກເໜືອ, ພາກກາງ ແລະ ພາກໃຕ້ ເຂົ້າຮ່ວມ.
ການແຂ່ງຂັນໃນຮອບສຸດ ( ຮອບທົ່ວປະເທດ ) ມີທັງໝົດ 20 ທີມເຂົາຮ່ວມ, ໃນນີ້ ປະເພດຊາຍມີ 12 ທີມ ຄື: ມສ ນາຊາຍທອງ ( ເມືອງ ນາຊາຍທອງ ), ມສ ນາຝາຍ ( ເມືອງ ປາກງື່ມ ), ມສ ຫວງຽນຢູ ( ເມືອງ ຈັນທະບູລີ ),ມຕ ບໍ່ໂອ ( ເມືອງ ຫາດຊາຍຟອງ ), ແຂວງ ບໍ່ແກ້ວ, ແຂວງ ອຸດົມໄຊ, ແຂວງ ຫຼວງພະບາງ, ແຂວງ ວຽງຈັນ, ແຂວງ ບໍລິຄຳໄຊ, ແຂວງ ສະຫວັນນະເຂດ, ແຂວງ ສາລະວັນ ແລະ ແຂວງ ຈຳປາສັກ.
ສ່ວນປະເພດຍິງ ມີ 8 ທີມ ຄື: ມສ ໂຄກສີວິໄລ ( ເມືອງ ໄຊທານີ ), ມສ ນ້ຳສັງ
( ເມືອງ ສັງທອງ ), ມສ ໂພນທັນ ( ເມືອງ ໄຊເສດຖາ ), ມຕ ບໍ່ໂອ ( ເມືອງ ຫາດ ຊາຍຟອງ ), ແຂວງ ຫຼວງພະບາງ, ແຂວງ ຊຽງຂວາງ, ແຂວງ ວຽງຈັນ ແລະ ແຂວງ ຄຳມ່ວນ.
ການຈັດການແຂ່ງຂັນກິລານັກຮຽນມັດທະຍົມສຶກສາ ເພື່ອແນໃສ່ເຮັດໃຫ້ເຍົາ ວະຊົນ, ນັກຮຽນເຫັນໄດ້ຄວາມໝາຍຄວາມສຳຄັນຂອງການແຂ່ງຂັນ, ທັງເປັນການປູກຈິດສຳນຶກໃຫ້ນັກຮຽນ ເກີດມີແນວຄິດຮັກການອອກກຳລັງການ, ຮັກການຫຼິ້ນກິລາ ເຮັດໃຫ້ນັກຮຽນໃຊ້ເວລາຫວ່າງໃຫ້ເປັນປະໂຫຍດ ຫ່າງໄກຈາກສິ່ງເສບຕິດ ແລະ ອະບາຍຍະມຸກຕ່າງໆ.
ສໍາລັບການແຂ່ງຂັນໃນຮອບນີ້ຈະໄດ້ດຳເນີນໄປສິ້ນສຸດໃນວັນທີ 21 ພິດສະພາ 2022 ຊຶ່ງເປັນມື້ຊິງຊະນະເລີດ.
อาจเป็นรูปภาพของ 1 คน, กำลังยืน และ ข้อความ
อาจเป็นรูปภาพของ 11 คน และ ผู้คนกำลังยืน
อาจเป็นรูปภาพของ 10 คน และ ผู้คนกำลังยืน
อาจเป็นรูปภาพของ 1 คน และ กำลังยืน