ນັກກິລາຫຼາຍກວ່າ 1.000 ຄົນ ທີ່ມາຈາກບັນດາປະ ເທດໃນອາຊີ, ເອີຣົບ ແລະ ອາຟຣິກາ ແລະ ເປັນຕົ້ນ: ລາວ, ໄທ, ຈີນ, ມຽນມາ, ເອທິໂອປີ, ເຄນຢ້າ, ຝຣັ່ງ, ອາຟຣິກາໃຕ້ ແລະ ປະເທດອື່ນໆ ເຂົ້າຮ່ວມການແຂ່ງຂັນແລ່ນຮາຟມາຣາທອນ ສາມຫລ່ຽມຄໍາ ຄັ້ງທີ 3 ປີ 2023 ຈັດຂຶ້ນໃນວັນທີ 26 ມິຖຸນາ 2023 ນີ້ ທີ່ເຂດເສດຖະກິດພິເສດສາມຫລ່ຽມຄໍາ, ເມືອງຕົ້ນເຜີ້ງ, ແຂວງບໍ່ແກ້ວ ເພື່ອສະເຫຼີມສະຫຼອງວັນສາກົນຕ້ານຢາເສບຕິດ ຄົບຮອບ 36 ປີ (26/6/1987-26/6/2023) ແລະ ວັນສ້າງຕັ້ງເຂດເສດ ຖະກິດດັ່ງກ່າວ ຄົບຮອບ 16 ປີ.
ໃຫ້ກຽດເຂົ້າຮ່ວມພິທີເປີດການແຂ່ງຂັນມີ ທ່ານ ບົວຄົງ ນາມມະວົງ, ເຈົ້າແຂວງບໍ່ແກ້ວ, ທ່ານ ຈ້າວ ເຫວີຍ, ປະທານສະພາບໍລິຫານເຂດເສດຖະກິດພິເສດສາມຫຼ່ຽມຄໍາ, ພ້ອມດ້ວຍແຂກຮັບເຊີນເຂົ້າຮ່ວມ.
ໃນໂອກາດນີ້, ທ່ານ ເຄື່ອນເພັດ ວົງຈັນ, ຮອງເຈົ້າແຂວງບໍ່ແກ້ວ ຂຶ້ນມີຄໍາເຫັນກ່າວເປີດການແຂ່ງຂັນຢ່າງເປັນທາງ ການ, ທ່ານໄດ້ຍົກໃຫ້ເຫັນຜົນຮ້າຍຂອງຢາເສບຕິດທີ່ເປັນປະກົດການຫຍໍ້ທໍ້ໜຶ່ງຕິດພັນກັບສັງຄົມ ແລະ ເຊື່ອມໂຍງກັບອາຊະຍາກຳຂ້າມຊາດ ເຊິ່ງມີຄວາມອັນຕະລາຍຮ້າຍ ແຮງ, ເປັນໄພຂົ່ມຂູ່ຕໍ່ການພັດທະນາເສດຖະກິດ ແລະ ຄວາມໝັ້ນຄົງປອດໄພທາງສັງຄົມຂອງບັນດາປະຊາຊາດໃນໂລກ, ພ້ອມນີ້ ທ່ານໄດ້ຍົກໃຫ້ເຫັນຄວາມເອົາໃຈໃສ່ຂອງພັກ ແລະ ລັດຖະບານລາວຕໍ່ການແກ້ໄຂບັນຫາຢາເສບຕິດ ໂດຍສະເພາະການຈັດຕັ້ງປະຕິບັດວາລະແຫ່ງ ຊາດ ວ່າດ້ວຍການແກ້ໄຂບັນຫາຢາເສບຕິດໄດ້ຮັບຜົນ ສຳເລັດເປັນກ້າວໆ.
ໃນນີ້, ສຳລັບເຂດເສດຖະກິດພິເສດ ສາມຫຼ່ຽມຄຳ ຍາມໃດກໍ່ຖືສຳຄັນວຽກງານການແກ້ໄຂບັນຫາຢາເສບຕິດ, ໃນນັ້ນ ໄດ້ເອົາໃຈໃສ່ໂຄສະນາກ່ຽວກັບຜົນຮ້າຍຂອງຢາເສບ ຕິດ ເພື່ອໃຫ້ທຸກຄົນ ໄດ້ເຂົ້າໃຈເຖິງ ແລະ ຮັບຮູ້ຕໍ່ໄພອັນ ຕະລາຍຂອງຢາເສບຕິດ ຄຽງຄູ່ກັບການປະຕິບັດມາດຕະການທາງດ້ານການບໍລິຫານ ແລະ ກົດໝາຍຕໍ່ຜູ້ທີ່ລະເມີດຢ່າງເຂັ້ມງວດ.
ການແຂ່ງຂັນຮາຟມາຣາທອນຄັ້ງນີ້ ແບ່ງອອກເປັນ 3 ປະເພດ ຄື:
+ ໄລຍະທາງ 5,25 ກິໂລແມັດ ຮຸ່ນອາຍຸ 16 ປີ ຂຶ້ນ ໄປ ຍິງ-ຊາຍ.
+ ໄລຍະທາງ 10.5 ກິໂລແມັດ ຮຸ່ນອາຍຸ 16 ປີ ຂຶ້ນໄປ ຍິງ-ຊາຍ .
+ ໄລຍະທາງ 21.1 ກິໂລແມັດ ຮຸ່ນທົ່ວໄປຍິງ-ຊາຍ
ໂດຍກໍານົດທັງໝົດ 116 ລາງວັນ, ລວມມູນຄ່າ 1 ຕື້ 375 ລ້ານກີບ. ສໍາລັບຜົນການແຂ່ງຂັນຈະລາຍງານໃຫ້ຊາບຕາມພາຍຫລັງ.
Cr: BT





