ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກ ເຂົ້າສູ່ຊີວິດຈິງ
ວັນທີ 29 ມັງກອນ 2022 ນີ້ ຄະນະນຳພະແນກຖະແຫຼງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວແຂວງຫຼວງພະບາງ ສົມທົບກັບອົງການປົກຄອງເມືອງປາກອູ ໄດ້ຈັດກິດຈະກໍາຖີບລົດ ທ່ຽວຊົມສະຖານທີ່ທ່ອງທ່ຽວຂອງເມືອງປາກອູ ເຊິ່ງເປັນເມືອງເປົ້າໝາຍ ຕາມເສັ້ນທາງການທ່ອງທ່ຽວສີຂຽວ ເພື່ອຕ້ອນຮັບນັກທ່ອງ ທ່ຽວໄລຍະທີ່ 1 ມີ ທ່ານ ນາງ ສຸດາພອນ ຄົມທະວົງ ຫົວໜ້າພະ ແນກຖະແຫຼງຂ່າວ, ວັດທະນະທໍາ ແລະ ທ່ອງທ່ຽວ ແຂວງ, ທ່ານ ແກ່ນຄຳ ຄຳພັນ ເຈົ້າເມືອງປາກອູ ພ້ອມດ້ວຍຄະນະພະແນກ, ຄະ ນະຮັບຜະດຊອບໂຄງການສ້າງຄວາມອາດສາມາດດ້ານການຄຸ້ມ ຄອງ ແລະປົກປັກຮັກສາມໍລະດົກໂລກຫຼວງພະບາງ ແບບຍືນຍົງ ເພື່ອການທ່ອງທ່ຽວ, ສະມາຄົມທຸລະກິດທ່ອງທ່ຽວ, ສະມາຄົມຖີບລົດ ແລະກຸ່ມທຸລະກິດຜູ້ອຸປະຖໍາງານເຂົ້າຮ່ວມ. ທ່ານ ນາງ ສຸດາພອນ ຄົມທະວົງ ກ່າວວ່າ: ການຈັດກິດຈະກໍາຄັ້ງນີ້ ເພື່ອເປັນການໂຄສະນາດຶງດູດນັກທ່ອງທ່ຽວທັງພາຍໃນ ແລະຕ່າງປະເທດ ໃຫ້ເຂົ້າມາທ່ຽວຫຼວງພະບາງໃຫ້ຫຼາຍຂຶ້ນ, ສ້າງບັນ ຍາກາດໃນການຕ້ອນຮັບນັກທ່ອງທ່ຽວ ໃຫ້ມີຄວາມຄຶກຄື້ນ, ທັງເປັນການນໍາສະເໜີ ແລະເຜີຍແຜ່ຂໍ້ມູນ ຂອງບັນດາແຫຼ່ງທ່ອງທ່ຽວທີ່ເກົ່າແກ່ ຢູ່ພາຍໃນເມືອງປາກອູ ໃຫ້ແກ່ຜູ້ເຂົ້າຮ່ວມກິດຈະກໍາໄດ້ຮັບຮູ້ເຖິງຄວາມໝາຍ ຄວາມສໍາຄັນຂອງແຫຼ່ງທ່ອງທ່ຽວ, ທັງເປັນການປູກຈິດສຳນຶກ ໃຫ້ແກ່ສັງຄົມກໍ່ຄືມວນຊົນຊາວຫຼວງພະບາງ ໄດ້ຮູ້ຈັກຄວາມໝາຍສຳຄັນ ໃນການປົກປັກຮັກສາມໍລະດົກທາງວັດທະນະທຳ, ຮີດຄອງປະເພນີຂອງລາວ ໃຫ້ມີຄວາມຍືນຍົງຕະຫຼອດໄປ ທັງຫັນມາຖີບລົດເພື່ອສຸຂະພາບຫຼາຍຂື້ນ.
ສໍາລັບກິດຈະກໍາຄັ້ງນີ້ ໄດ້ເລີ້ມຈາກ 4 ແຍກຕະຫຼາດກາງຄືນ ນະຄອນ ຫຼວງພະບາງ ໄປເມືອງປາກອູປະມານ 30 ກວ່າກິໂລ ແມັດ ໂດຍມີພິທີເປີດງານຢ່າງເປັນທາງການ ຢູ່ຕະຫຼາດຊຸມຊົນ ບ້ານຊ່າງໄຫ ແລະຮັບຟັງການບັນຍາຍ ປະຫວັດຄວາມເປັນມາຂອງບ້ານຊ່າງໄຫ, ຈາກນັ້ນ ໄດ້ສືບຕໍ່ຖີບລົດໄປຊົມ ແຄັມຊ້າງບໍລິສັດທ່ອງທ່ຽວມະນີຟ້າ, ຊົມຜາແອ່ນ ເຂດ(ນໍ້າອູ) ຮັບຟັງການບັນຍາຍປະຫວັດ ຜາແອ່ນ, ແລ້ວຄືນສູ່ນະຄອນ ຫຼວງພະບາງ ດ້ວຍການຂີ່ເຮືອຊົມທໍາມະຊາດ ຕາມແມ່ນໍ້າຂອງ.
ຂ່າວ: ອຸ່ນເຮືອນ ສີລັດຕະນະ