ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກ ເຂົ້າສູ່ຊີວິດຈິງ

ເປີດຂະບວນການວັນສັກຢາແຫ່ງຊາດ ແລະໃຫ້ວັກຊີນປ້ອງກັນພະຍາດໂຄວິດ-19 ໃຫ້ແກ່ກຸ່ມເປົ້າໝາຍ ອາຍຸ 6 ປີຂື້ນໄປ ທົ່ວນະຄອນ ຫຼວງພະບາງ

ວັນທີ 4 ມີນາ 2022 ນີ້, ທີ່ໂຮງຮຽນປະຖົມສົມບູນຫຼວງພະບາງ ນະຄອນ-ຫຼວງພະບາງ ຫ້ອງການສາທາລະນະສຸກນະຄອນ ຮ່ວມກັບຄະນະສະເພາະກິດຂັ້ນແຂວງ ແລະຄະນະກຳມະການ ຮັກສາສຸຂະພາບຂັ້ນນະຄອນ ໄດ້ເປີດຂະບວນການວັນສັກຢາແຫ່ງຊາດ (ວສຊ) ແລະໃຫ້ວັກຊີນປ້ອງກັນພະຍາດໂຄວິດ-19 ແກ່ກຸ່ມເປົ້າໝາຍແຕ່ອາຍຸ 6 ປີຂື້ນໄປ ໂດຍເປັນປະທານຂອງ ທ່ານ ບຸນເລື່ອມ ມະນີວົງ ຮອງເຈົ້າແຂວງຫຼວງພະບາງ ຫົວໜ້າຄະນະສະເພາະກິດຂັ້ນແຂວງ, ມີບັນດາຄະນະສະເພາະກິດຂັ້ນແຂວງ, ຂັ້ນນະຄອນ-ຫຼວງພະບາງ,ພະນັກງານພະແນກສາທາລະນະສຸກແຂວງ, ຄູ-ນັກຮຽນ ແລະພໍ່ແມ່ນັກຮຽນ ເຂົ້າຮ່ວມ. ພິທີ ດຣ ຫຸມພັນ ຈີຣະສັກ ຮອງຫົວໜ້າພະແນກ ສາທາລະນະສຸກແຂວງຫຼວງພະບາງ ໄດ້ລາຍງານວ່າ: ທົ່ວແຂວງມີເດັກກຸ່ມເປົ້າໝາຍ ອາຍຸ 6-11 ປີ 60.000 ກ່ວາຄົນ, ເຊີ່ງການເປີດຂະບວນການສັກວັກຊີນຄັ້ງນີ້ ໄດ້ປະຕິບັດແບບຕະລຸມບອນ ໂດຍເປີດບໍການພາຍໃນນະຄອນ ຫຼວງພະບາງ ນັບແຕ່ວັນທີ່ 4-17 ມີນາ 2022 ສ່ວນບັນດາເມືອງຈະເລີ້ມເປີດຂະບວນການຕາມເງື່ອນໄຂ ແຕ່ຕ້ອງໃຫ້ສຳເລັດພາຍໃນວັນທີ່ 19 ມີນາ 2022. ໂອກາດນີ້ ທ່ານ ບຸນເລື່ອມ ມະນີວົງ ໄດ້ມີຄຳເຫັນກ່າວເປີດຂະບວນການສັກວັກຊີນວ່າ: ປັດຈະບັນການລລະບາດຂອງພະຍາດໂຄວິດ 19 ເຖີງຈະມີທ່າອ່ຽງລຸດລົງ ແຕ່ທຸກຄົນໃນສັງຄົມບໍ່ຄວນລະເຫຼີງໃຈ ຕ້ອງພ້ອມກັນເປັນເຈົ້າການປະຕິບັດມາດຕະການປ້ອງກັນຕົວເອງໃຫ້ເຂັ້ມງວດ ແລະຖືເອົາການດຳລົງຊີວິດໃນຮູບແບບວິຖີຊີວິດໃໝ່ ຕໍ່ໄປ ພ້ອມກັນນັ້ນ ຕ້ອງພ້ອມກັນເຂົ້າມາຮັບວັກຊີນ ຕາມແຜນການທີ່ຄະນະສະເພາະກິດກຳນົດ ເພື່ອຍົກລະດັບ ອັດຕາພູມຄ້ມກັນຂອງປະຊາກອນໃຫ້ນັບມື້ນັບສູງຂື້ນ.

ມາຮອດປັດຈຸບັນ ການໃຫ້ວັກຊີນປ້ອງກັນພະຍາດໂຄວິດ-19 ແກ່ກຸ່ມເປົ້າໝາຍ ພາຍໃນແຂວງຫຼວງພະບາງ ສະເພາະເຂັມທີ່ 1 ກວມຫຼາຍກ່ວາ 68%, ເຂມທີ່ 2 ກວມຫຼາຍກ່ວາ 59% ແລະສັກເຂມກະຕຸ້ນ ກວມປະມານ 10%, ພາຍຫຼັງສັກວັກຊີນປ້ອງກັນພະຍາດໂຄວິດ 19 ໃຫ້ກັບກຸ່ມເປົ້າໝານ 6-11 ປີສໍາເລັດ ຄະນະສະເພາະກິດແຕ່ລະຂັ້ນ ຈະສືບຕໍ່ເກັບກຳຂໍ້ມູນກຸ່ມເປົ້າໝາຍ 3-5 ປີ ເພື່ອກະກຽມວາງແຜນສັກວັກຊີນປ້ອງກັນພະຍາດໂຄວິດ 19 ຕື່ມພາຍຫຼັງລັດຖະບານໄດ້ອານຸມັດໃນຕໍ່ໜ້າ.