ເປີດຂະບວນແຫ່ຫວໍ່ ແລະ ນາງສັງຂານ
ປີໃໝ່ລາວ 2023 ຢູ່ນະຄອນຫລວງພະບາງ



ພິທີແຫ່ຫວໍ່ ແລະ ແຫ່ນາງສັງຂານ ໃນງານບຸນປີໃໝ່ລາວ ພສ 2566 ຢູ່ນະຄອນ ຫລວງພະບາງ ໄດ້ຈັດຂຶ້ນໃນວັນທີ 15 ເມສາ 2023 ເຊິ່ງ ເປັນມື້ທີ່ສອງ ຂອງການສະເຫລີມສະຫລອງສົ່ງທ້າຍປີເກົ່າ ພສ 2565 ແລະ ຕ້ອນຮັບປີໃໝ່ ພສ 2566 ເຊິ່ງມີຂະບວນກ້ອນກຳລັງຕ່າງໆທີ່ປະກອບເຂົ້າໃນພິທີແຫ່ຫວໍ່ ທັງໝົດ 47 ຂະບວນ. ໃນນີ້, ຂະບວນແຫ່ນາງສັງຂານ ແມ່ນຂີ່ຄວາຍເປັນພາຫະນະ, ໃຫ້ກຽດເຂົ້າຮ່ວມຂອງ ທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ, ທ່ານ ຄຳຂັນ ຈັນທະວີສຸກ ເຈົ້າແຂວງຫລວງພະບາງ, ມີບັນດາການນຳພັກ, ລັດ ທັງສູນກາງ ແລະ ທ້ອງ ຖິ່ນ, ພ້ອມດ້ວຍມວນຊົນ ທັງພາຍໃນ ແລະ ຕ່າງປະເທດ ເຂົ້າຮ່ວມ ຢ່າງຄຶກຄື່ນ ມ່ວນຊື່ນ.
ໂອກາດດັ່ງກ່າວ, ທ່ານ ວຽງທອງ ຫັດສະຈັນ ເຈົ້ານະຄອນຫລວງພະບາງ ລາຍງານໄດ້ໃຫ້ຮູ້ວ່າ: ມື້ນີ້ ເປັນມື້ມະຫາມຸງຄຸນ ທີ່ສຳຄັນທາງດ້ານວັດທະນະທຳ-ຮີດຄອງປະເພນີລາວ ເປັນມື້ສັງຂານເນົາ ພວກເຮົາໄດ້ພ້ອມ ພຽງກັນ ມາເຕົ້າໂຮມຢູ່ທີ່ນີ້ເພື່ອຈັດພິທີແຫ່ຫວໍ່ຂຶ້ນ ແຕ່ວັດທາດນ້ອຍ ຫາ ວັດຊຽງທອງ, ເຊິ່ງປີນີ້ຂະບວນກ້ອນກໍາລັງຕ່າງໆທີ່ປະກອບເຂົ້າໃນພິທີແຫ່ຫວໍ່ ມີທັງໝົດ 47 ຂະບວນ, ມີຈຳນວນພົນເຂົ້າຮ່ວມ 2.600 ຄົນ, ໃນນັ້ນ, ມີຂະບວນຫວໍ່ພະສົງ 6 ຫວໍ່, ສາມະເນນ 300 ອົງ, ຂະບວນນາງສັງຂານ, ຂະບວນຂອງບັນດາພະແນກການ ຂອງແຂວງ, ຂະບວນຈາກບັນດາບ້ານພາຍໃນນະຄອນຫລວງພະບາງ. ພິເສດ ມີຂະບວນແຫ່ຈາກບັນດາເມືອງ ເປັນຕົ້ນ ເມືອງນໍ້າບາກ, ເມືອງປາກອູ ເຂົ້າຮ່ວມ ເຊິ່ງແຕ່ລະຂະບວນແມ່ນສ່ອງແສງໃຫ້ເຫັນ ການອານຸລັກຮັກສາ ມູນເຊື້ອວັດທະນະທຳ-ຮີດຄອງປະເພນີອັນດີງາມ ແລະ ບັນຍາກາດອັນເບີກບານມ່ວນຊື່ນຂອງປະຊາຊົນບັນດາເຜົ່າ.
ໃນພິທີແຫ່ຫວໍ່ ໄດ້ນິມົນພະສົງ ຂຶ້ນນັ່ງຫວໍ່ ເພື່ອໃຫ້ພໍ່ແມ່ປະຊາຊົນບັນດາເຜົ່າໄດ້ນໍາເອົານໍ້າໃສ່ນໍ້າອົບ-ນໍ້າ ຫອມ ຫົດສົງລ້າງສວາຍ ແລ້ວເຮັດພິທີສົມມາຄາລະວະ ເພື່ອໃຫ້ເກີດຄວາມເປັນສິລິມຸງຄຸນ, ມີຄວາມຢູ່ດີກິນດີ, ຢູ່ເຢັນເປັນສຸກ ແລະ ນຳໂຊກລາບມາສູ່ຕົນເອງ ແລະ ຄອບຄົວ.
ສຳລັບ ນາງສັງຂານປີນີ້, ໄດ້ເປັນຕົວແທນໃຫ້ແກ່ນາງມະຫາສົງການ ເທບທິດາອົງທຳອິດ (ອົງທີ 6) ຂອງພະຍາກະບິນລະພົມ ເຊິ່ງມີພະນາມວ່າ: ກິມີທາເທວີ ອາພອນປະດັບ ດ້ວຍແກ້ວບຸດສະລາຄຳ, ມືຂວາຖືພະຂັນ (ງ້າວ), ມືຊ້າຍຖື ພີນ ແລະ ຈະໄດ້ຮັບກຽດສະເດັດ ນັ່ງມ້າເທິງມະຫິງສາ (ຄວາຍ) ເປັນພາຫະນະ.