ງານວາງສະແດງສິນຄ້າ ແລະຜະລິດຕະ ພັນຕ້ອນຮັບກອງປະຊຸມພົບປະ ການເຊື່ອມຈອດ ຊຸກຍູ້ການລົງທຶນ, ການຄ້າ ແລະ ການທ່ອງທ່ຽວ 3 ປະເທດ ລາວ – ຫວຽດນາມ – ໄທ ໄດ້ເປີດຂຶ້ນໃນຕອນແລງວັນທີ 9 ເມສາ 2023, ທີ່ໂຮງແຮມຈຳປາສັກແກຣນ ນະຄອນປາກເຊ ແຂວງ ຈໍາປາສັກ.ເປັນກຽດຕັດແຖບຜ້າເປີດງານຂອງທ່ານ ວິໄລວົງບຸດດາຄຳ ເຈົ້າແຂວງຈຳປາສັກ,ຮ່ວມກັບທ່ານຕາງໜ້າກົງສູນໃຫຍ່ ແຫ່ງ ສສ ຫວຽດນາມປະຈຳພາກໃຕ້ ທີ່ປາກເຊ,ທ່ານຕາງໜ້າກົງສູນໃຫຍ່ແຫ່ງຣາຊະອານາຈັກໄທ ປະຈຳແຂວງສະຫວັນະເຂດ,ມີທ່ານເຈົ້າແຂວງ,ຮອງເຈົ້າແຂວງ 4 ແຂວງພາກໃຕ້ຂອງລາວ,ບັນດາແຂວງພາກກາງ ແລະ ພາກໃຕ້ຂອງຫວຽດນາມ ແລະ ໄທ,ພ້ອມດ້ວຍບັນດານັກທຸລະກິດທັງ 3 ປະເທດທີ່ນຳເອົາບັນດາຜະລິດຕະພັນສິນຄ້າມາວາງສະແດງແລະ ເຂົ້າຮ່ວມ.
ໃນພິທີ ທ່ານ ບຸນຍະເດດ ທອງສະຫວັນ ຫົວໜ້າພະແນກອຸດສະຫະກຳ ແລະ ການຄ້າແຂວງຈຳປາສັກໄດ້ກ່າວລາຍງານການກະກຽມຈັດງານວາງສະແດງສິນຄ້າ ໃນຄັ້ງນີ້ວ່າ.
ເພື່ອສະແດງໃຫ້ເຫັນດ້ານທ່າແຮງບົ່ມຊ້ອນຂອງແຕ່ລະປະເທດ ໃນການສ້າງເງື່ອນໄຂອຳນວຍຄວາມສະດວກໃຫ້ແກ່ການເຊື່ອມໂຍງ-ເຊື່ອມຈອດ ສາມປະ ເທດເຂົ້າຫາກັນ ແລະ ພ້ອມກັນພັດທະ ນາວຽກງານການຄ້າ-ການລົງທຶນ ແລະ ການທ່ອງທ່ຽວ ໃນອະນຸພາກພື້ນ, ພາກພື້ນ ແລະ ສາກົນ ໃຫ້ເຂົ້າສູ່ລວງເລິກ ເຊີ່ງເປັນນິມິດໝາຍສູງສຸດຂອງກອງປະຊຸມພົບປະໃນຄັ້ງນີ້.
ງານວາງສະແດງສິນຄ້າ ແລະ ຜະລິດ ຕະພັນ ທີ່ຈັດຂື້ນ ມີຫົວໜ່ວຍທຸລະກິດ ຕາງ ໜ້າຈາກ 3 ປະເທດເຂົ້າຮ່ວມ ລວມທັງ ໝົດ 40 ບູດ ຄື:
1. ຮ້ານວາງສະແດງສິນຄ້າ ແລະ ຜະລິດ ຕະພັນ ຈາກ ສສ.ຫວຽນາມ ລວມທັງ ໝົດ ມີ 20 ຮ້ານ, ໃນນັ້ນ, ຫົວໜ່ວຍທຸລະກິດ ຈາກນະຄອນໂຮ່ຈິມິນ ມີ 4 ຮ້ານ, ນະຄອນດານັງ 2 ຮ້ານ, ແຂວງກວາງນາມ 2 ຮ້ານ, ແຂວງກອນຕູມ 2 ຮ້ານ, ແຂວງຢາລາຍ 3 ຮ້ານ, ແຂວງ ແຄງຮວາ 3 ຮ້ານ, ສະຫາພັນການຄ້າ ເອເລັກໂຕຣນິກ 4 ຮ້ານ.
2. ຮ້ານວາງສະແດງສິນຄ້າ ແລະ ຜະລິດຕະພັນ ຈາກຫົວໜ່ວຍທຸລະກິດ ແຂວງ ຈໍາປາສັກ ລວມ 14 ຫົວໜ່ວຍ, ແຂວງ ສາລະວັນ, ແຂວງ ເຊກອງ ແລະ ແຂວງ ອັດຕະປື ລວມທັງໝົດ 6 ຫົວ ໜ່ວຍ.
ພາຍໃນງານວາງສະແດງສິນຄ້າ ແລະ ຜະລິດຕະພັນ ເພື່ອຕ້ອນຮັບກອງປະຊຸມເຊື່ອມຈອດ ຊຸກຍູ້ການຮ່ວມມືລົງທຶນ, ການທ່ອງທ່ຽວ ແລະ ການຄ້າ ໂດຍການເຂົ້າຮ່ວມຂອງຫຼາຍພາກສ່ວນ ປະກອບ ດ້ວຍຫົວໜ່ວຍການຜະລິດສິນຄ້າ ໃນຂົງເຂດ ຜະລິດຕະພັນກະສິກໍາ, ສິນຄ້າຫັດຖະກໍາພູມປັນຍາປະຊາຊົນທີ່ເປັນເອກະລັກຂອງທ້ອງຖີ່ນ, ສິນຄ້າອຸດສາ ຫະກໍາປຸງແຕ່ງ, ສິນຄ້າເຄື່ອງອີເລັກໂຕຣນິກ ແລະ ການສື່ສານ, ຮູບພາບສະຖານທີ່ທ່ອງທ່ຽວ ແລະ ຜະລິດຕະພັນການທ່ອງ ທ່ຽວ, ຫົວໜ່ວຍທຸລະກິດການຄ້າ-ການລົງທຶນ ແລະ ການບໍລິການ.
ເພື່ອຮັບປະກັນໃຫ້ແກ່ການສ້າງເງື່ອນໄຂອໍານວຍຄວາມສະດວກການເຊື່ອມຈອດ ດ້ານການຄ້າ-ການລົງທຶນ ແລະ ການທ່ອງທ່ຽວ ຂອງສາມປະເທດ, ພາຍໃນງານຍັງໄດ້ຈັດກອງປະຊຸມພົບປະລະ ຫວ່າງພາກທຸລະກິດ ທັງ 3 ຝ່າຍ ໂດຍພາຍໃຕ້ການນໍາພາຂອງພະແນກອຸດສາຫະກໍາ ແລະ ການຄ້າແຂວງຈໍາປາສັກ, ພະແນກອຸດສາຫະກໍາ ແລະ ການຄ້າ ນະຄອນໂຮ່ຈິມິນ, ສະພາຫໍການຄ້າຈັງຫວັດອຸບົນລາດຊະທານີ, ແລະ ພາກ ສ່ວນທຸລະກິດ ທັງ 3 ປະເທດ ໄດ້ເຂົ້າຮ່ວມ ລວມທັງໝົດ 40 ທ່ານ. ໃນກອງປະຊຸມຄັ້ງນີ້ ຕາງໜ້າສະພາບການຄ້າ 3 ຝ່າຍ ໄດ້ນໍາສະເໜີຈຸດພິເສດ, ທ່າແຮງບົ່ມຊ້ອນ ແລະ ສິ່ງອໍານວຍຄວາມສະດວກ ດ້ານທຸລະກິດຂອງຕົນ ໃຫ້ຄູ່ເຈລະຈາຮັບຊາບ.
ການເຄື່ອນໄຫວກິດຈະກໍາຕ່າງໆໃນ ງານວາງສະແດງສິນຄ້າ ແລະ ຜະລິດຕະພັນຕ່າງໆ ເພື່ອເຊື່ອມໂຍງ ໃນ 3 ປະເທດ ຄັ້ງນີ້ ໄດ້ຮັບການອຸ້ມຊູຊ່ວຍເຫຼືອສະຫນັບສະຫນູນ ຈາກຫຼາຍພາກສ່ວນ ເປັນຕົ້ນ ການຈັດຕັ້ງລັດພາຍໃນແຂວງ, ກົງສູນໃຫຍ່ ສສ.ຫວຽດນາມປະຈໍາພາກໃຕ້ແຂວງຈໍາປາສັກ, ກົງສູນໃຫຍ່ ລາດ ຊະອານາຈັກໄທ ປະຈໍແຂວງສະຫວັນນະເຂດ, ຫົວຫນ່ວຍທຸລະກິດ ແລະ ຈາກບຸກຄົນ.
ພາຍຫັຼງເປີດງານວາງສະແດງເປັນທາງການທ່ານເຈົ້າແຂວງຈຳປາສັກ ພ້ອມແຂກພາຍໃນ ແລະ ຕ່າງປະເທດຍັງໄດ້ຊົມຮ້ານວາງສະແດງສິນຄ້າ ແຕ່ລະປະເພດຕື່ມອີກ.
ຂ່າວ;ພາບ: ເກດສະໜາ ແກວສຸວັນນະແສງ
Loading...