ຕອນແລງວັນທີ 19 ມັງກອນ 2023 ທີ່ສູນການຄ້າວຽງຈັນເຊັນເຕີ, ໄດ້ມີພິທີເປີດ ງານສັບປະດາ ຊັບສິນທາງປັນຍາ ປະຈໍາປີ 2022, ໃຫ້ກຽດເຂົ້າຮ່ວມເປັນປະທານໃນງານໂດຍ ທ່ານ ມະໂນທອງ ວົງໄຊ, ຮອງລັດຖະມົນຕີ ກະຊວງອຸດສາຫະກໍາ ແລະ ການຄ້າ, ມີບັນດາທ່ານຫົວໜ້າ, ຮອງຫົວໜ້າຫ້ອງການ, ກົມ, ສະຖາບັນ, ພະແນກອຸດສາຫະກໍາແລະ ການຄ້າ ແຂວງ ແລະ ນະຄອນຫຼວງ ແລະພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.

ທ່ານ ນາງ ສີດາ ຢູຕຼີຈັນທະຈັກ, ຮັກສາການແທນຫົວໜ້າກົມຊັບສິນທາງປັນຍາ, ກະຊວງອຸດສາຫະກໍາ ແລະ ການຄ້າ ກ່າວວ່າ: ງານສັບປະດາຊັບສິນທາງປັນຍາ ປະຈໍາປີ 2022 ໃນຄັ້ງນີ້ ຈະຈັດຂຶ້ນລະຫວ່າງວັນທີ 19-22 ມັງກອນ 2023, ໃນງານດັ່ງກ່າວ ຈະມີພິທີເປີດການນໍາໃຊ້ລະບົບການຢື່ນຄໍາຮ້ອງຂໍຈົດທະບຽນຊັບສິນອຸດສາຫະກໍາຜ່ານທາງອອນລາຍ(E-filling) ຢ່າງເປັນທາງການ ເຊີ່ງໂຄງການ E-filling ເຊິ່ງເລີມແຕ່ປີ 2018ເປັນຕົ້ນມາ ໂດຍການສະໜັບສະໜູນຂອງອົງການຊັບສິນທາງປັນຍາໂລກ ແລະ ທຶນຮອນຈໍານວນໜຶ່ງຈາກໂຄງການ (USAID)LBE ໂດຍມີທະນາຄານການຄ້າຕ່າງປະເທດລາວ ມະຫາຊົນ(BCEL)ເປັນຄູ່ຮ່ວມພັດທະນາໃນການສ້າງລະບົບໂອນເງິນຜ່ານ I-Banking, ລະບົບດັ່ງກ່າວ ເປັນລະບົບທີ່ທັນສະໄໝ ທີ່ຈະຊ່ວຍອໍານວຍຄວາມສະດວກໃຫ້ແກ່ສັງຄົມ ໃນການຈົດທະບຽນຊັບສິນອຸດສາຫະກໍາຜ່ານທາງອອນລາຍ, ມີຂໍ້ມູນທີ່ຖືກຕ້ອງຊັດເຈັນ ກ່ຽວກັບຊັບສິນທາງປັນຍາ, ມີຄວາມສະດວກວ່ອງໄວ ແລະ ປະຢັດເວລາ.


ນອກຈາກນັ້ນ, ພາຍໃນງານຈະມີການວາງສະແດງຜົນງານທາງດ້ານຊັບສິນທາງປັນຍາ ແລະ ໂຄສະນາເຜີຍແຜ່ ຄວາມຮູ້ທາງດ້ານຊັບສິນທາງປັນຍາ ໃຫ້ແກ່ໄວໜຸ່ມ ແລະ ຜູ້ປະກອບການ ໄດ້ຮັບຮູ້ ແລະ ເຫັນໄດ້ຄວາມສໍາຄັນຂອງວຽກງານຊັບສິນທາງປັນຍາ ຕໍ່ການພັດທະນາເສດຖະກິດ-ສັງຄົມ ແລະ ວັດທະນະທໍາ ເພື່ອເຮັດໃຫ້ມວນຊົນ ໂດຍສະເພາະແມ່ນນັກຄົ້ນຄວ້າ, ນັກວິທະຍາສາດ, ນັກປະດິດສ້າງ, ນັກປະດິດຄິດແຕ່ງ, ນັກຮຽນຮູ້ນັກສຶກສາ ໄດ້ຮັບຮູ້ຂໍ້ມູນຂ່າວສານ ກ່ຽວກັບວຽກງານຄຸ້ມຄອງ ແລະ ການປົກປ້ອງຊັບສິນທາງປັນຍາ ເຊັ່ນ: ສິດທິບັດ, ອະນຸສິດທິບັດ, ແບບອຸດສາຫະກຳ, ແບບຜັງວົງຈອນລວມ, ເຄື່ອງໝາຍການຄ້າ, ຖິ່ນກໍາເນີດ, ພັນພືດໃໝ່, ລິຂະສິດ ແລະ ສິດກ່ຽວຂ້ອງກັບລິຂະສິດ ແລະ ພູມປັນຍາພື້ນບ້ານອັນເປັນມູນເຊື້ອ ໃນການພັດທະນາເສດຖະກິດ-ສັງຄົມ ແລະ ວັດທະນະທຳ. ພ້ອມກັນນີ້ ຍັງເປັນການສະແດງເຖິງ ການເຄົາລົບສິດ ແລະ ການປົກປ້ອງຜົນປະໂຫຍດ ຂອງນັກຄົ້ນຄວ້າ, ນັກປະດິດສ້າງ ແລະ ນັກປະດິດຄິດແຕ່ງ ເພື່ອຊຸກຍູ້ສົ່ງເສີມຄວາມຄິດສ້າງສັນ ຂອງປະຊາຊົນບັນດາເຜົ່າ ຊື່ງປີນີ້ຄໍາຂວັນຂອງງານສັບປະດາຊັບສິນທາງປັນຍາແມ່ນ “ ໜຶ່ງຜະລິດຕະພັນ ເປັນໜຶ່ງຊັບສິນທາງປັນຍາ through IP ” ທັງນີ້ກໍເປັນການສົ່ງເສີມທຸລະກິດ SMEs ນໍາໃຊ້ຊັບສິນທາງປັນຍາເຂົ້າໃນການສ້າງມູນຄ່າທາງດ້ານທຸລະກິດຢ່າງມີປະສິດທິພາບ. ດັ່ງນັ້ນທາງກົມຊັບສິນຈຶ່ງໄດ້ຄັດເລືອກເອົາບາງບໍລິສັດ SMEs ທີ່ໄດ້ນໍາໃຊ້ຊັບສິນທາງປັນຍາເຂົ້າໃນການຂະຫຍາຍຕະຫຼາດອອກສູ່ຕ່າງປະເທດເປັນກຸ່ມທໍາອິດ ໂດຍສະເພາະແມ່ນການນໍາໃຊ້ລະບົບການທະບຽນສາກົນກ່ຽວກັບເຄື່ອງໝາຍ ( Madrid Protocol) ເພື່ອສົ່ງເສີມການສົ່ງອອກສິນຄ້າຂອງຕົນ.


ທ່ານ ນ. ສີດາ ຢູຕຼີຈັນທະຈັກ, ຮັກສາການແທນຫົວໜ້າກົມຊັບສິນທາງປັນຍາ ໃຫ້ຮູ້ອີກວ່າ: ພວກເຮົາຈະຈັດງານວາງສະແດງ 06 ສິນຄ້າຖິ່ນກໍາເນີດຂອງ ສປປລາວ ທີ່ໄດ້ຮັບການຈົດທະບຽນເປັນຖິ່ນກໍາເນີດ, ສິນຄ້າໂອດ໋ອບ, ສິນຄ້າຜູ້ປະກອບການ SMEs, ຜົນງານຮູບແຕ້ມ ຂອງສະມາຄົມວິຈິດສິນ ແລະ ອື່ນໆ ລວມທັງໝົດ 20 ບູດ ວາງສະແດງ, ພ້ອມນັ້ນຍັງມີງານສໍາມະນາໃນຫົວຂໍ້ຕ່າງໆ ທີ່ກ່ຽວຂ້ອງກັບຊັບສິນທາງປັນຍາ, ການປະກວດແຂ່ງຂັນແຕ່ງບົດຄວາມ, ແຂງຂັນອອກແບບເຄື່ອງໝາຍການຄ້າ ທີ່ຈະນໍາໃຊ້ໃນຜະລິດຕະພັນ ຫຼື ການບໍລິການໃດໜຶ່ງ ແລະ ການນໍາສະເໜີບັນດາສິນຄ້າຖິ່ນກໍາເນີດຂອງ ສປປ ລາວ ອີກດວ້ຍ.
ໃນໄລຍະຜ່ານມາ ກົມຊັບສິນທາງປັນຍາ ໄດ້ເອົາໃຈໃສ່ການສ້າງຄວາມເຂົ້າໃຈ ແລະ ຄວາມເຂັ້ມແຂງທາງດ້ານວິຊາການໃຫ້ແກ່ພະນັກງານຂັ້ນທ້ອງຖິ່ນ, ຜູ້ປະກອບການຂະໜາດນ້ອຍ ແລະ ກາງ (SME), ເຫັນໄດ້ຄວາມສໍາຄັນຂອງຊັບສິນທາງປັນຍາ ຕໍ່ທຸລະກິດຂອງຕົນ ກໍຄື ຜະລິດຕະພັນສິນຄ້າຕ່າງໆ. ພ້ອມກັນນັ້ນກົມຍັງໄດ້ຈັດຕັ້ງປະຕິບັດການແບ່ງຂັ້ນຄຸ້ມຄອງ ເພື່ອສ້າງຄວາມເຂັ້ມແຂງໃຫ້ບັນດາແຂວງ ແລະ ນະຄອນຫຼວງ, ເປັນເຈົ້າການໃນການຮັບຄໍາຮ້ອງ, ເຊິ່ງປັດຈຸບັນໄດ້ສໍາເລັດໃນການແບ່ງຂັ້ນຄຸ້ມຄອງໄປແລ້ວ 08 ແຂວງ ແລະ ຈະສືບຕໍ່ໃຫ້ສໍາເລັດພາຍໃນປີ2023 ນີ້, ນອກຈາກນັ້ນ ກົມຈະໄດ້ສຸມໃສ່ໃນການປັບປຸງກົດໝາຍ, ບັນດາຂໍ້ຕົກລົງ, ຍຸດທະສາດ ຊັບສິນທາງປັນຍາ ຮອດປີ 2030. ກໍ່ຍັງໄດ້ກະກຽມເປີດເຝິກອົບຮົມກ່ຽວກັບໂຄງການນຳໃຊ້ຊັບສິນທາງປັນຍາ ເຂົ້າສູ່ຂະບວນການຜະລິດ ເຂົ້າ ແລະ ຊີ້ນສັດ ໂດຍການສ້າງເຄື່ອງໝາຍການຄ້າ ແລະ ເຄື່ອງໝາຍລວມໝູ່ ເພື່ອເປັນຍີ່ຫໍ້ສິນຄ້າຂອງລາວ, ເພື່ອຊ່ວຍກຸ່ມຜູ້ຜະລິດ ໃນການສ້າງມູນຄ່າເພີ່ມຜະລິດຕະພັນສິນຄ້າ (ODOP), ສົ່ງເສີມການຈົດທະບຽນເຄື່ອງໝາຍການຄ້າ ໃຫ້ແກ່ສິນຄ້າຫັດຖະກຳລາວ ໃນຂອບເຂດທົ່ວປະເທດ ໃນໂຄງການສ້າງຄວາມເຂັ້ມແຂງໃຫ້ຂະແໜງການຂັ້ນທ້ອງຖິ່ນ, ຜູ້ຜະລິດ-ຜູ້ປະກອບການ ເສັ້ນໄໝ ແລະ ຜ້າໄໝ ເພື່ອກະກຽມຈົດທະບຽນຖິ່ນກຳເນີດແລະ ປົກປ້ອງຖິ່ນກຳເນີດເຂົ້າໄກ່ນ້ອຍ, ທີ່ໄດ້ຮັບການສະນັບສະໜູນຈາກໂຄງການຕ່າງໆ, ທັງນີ້ກໍເພື່ອເປັນການຜັນຂະຫຍາຍແນວຄວາມຄິດ “ໜຶ່ງຜະລິດຕະພັນ ໜຶ່ງຊັບສິນທາງປັນຍາ” ຂອງກົມຊັບສິນທາງປັນຍາ ແນໃສ່ສ້າງຜະລິດຕະພັນສິນຄ້າຂອງ ສປປ ລາວ ໃຫ້ມີຄວາມໂດດເດັນເປັນທີ່ປະຈັກຕາ ແລະ ມີຊື່ສຽງສາມາດແຂ່ງຂັນໃນພາກພື້ນ ແລະ ສາກົນໄດ້.
ພາຍໃນງານວາງສະແດງ ກົມຊັບສິນທາງປັນຍາ ຍັງມີບໍລິການໃຫ້ຄໍາປຶກສາ,ຈັດເວທີສົນທະນາກ່ຽວກັບຄວາມຮູ້ພື້ນຖານສິດທິບັດ, ລິຂະສິດ ແລະ ສິດກ່ຽວຂ້ອງກັບລິຂະສິດ, ເຄື່ອງໝາຍການຄ້າ ກັບວິສາຫະກິດ, ການແກ້ໄຂຂໍ້ຂັດແຍ້ງການລະເມີດທາງດ້ານຊັບສິນທາງປັນຍາໃຫ້ຜູ້ທີ່ມີຄວາມສົນໃຈ ກ່ຽວກັບຊັບສິນທາງປັນຍາ ພາຍໃນງານ ຕື່ມອີກ.