ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກ ເຂົ້າສູ່ຊີວິດຈິງ
ພິທີເປີດງານສັບປະດາດິຈິຕ໋ອນລາວ ປະຈໍາປີ 2022 ໄດ້ເປີດຂຶ້ນຢ່າງເປັນທາງການ ໃນຕອນບ່າຍຂອງວັນທີ 21 ທັນວາ 2022, ທີ່ ຫໍປະຊຸມແຫ່ງຊາດ ນະຄອນຫຼວງວຽງຈັນ ໂດຍໃຫ້ກຽດເຂົ້າຮ່ວມຂອງ ທ່ານ ພັນຄໍາ ວິພາວັນ, ນາຍົກລັດຖະມົນຕີ , ມີ ທ່ານ ບໍ່ວຽງຄໍາ ວົງດາລາ, ລັດຖະມົນຕີ ກະຊວງເຕັກໂນໂລຊີ ແລະ ການສື່ສານ, ມີບັນດາທ່ານລັດຖະມົນຕີ, ບັນດາເຈົ້າແຂວງ, ຮອງລັດຖະມົນຕີ, ຮອງເຈົ້າແຂວງ, ທູຕານຸທູດ, ຜູ້ຕາງໜ້າອົງການຈັດຕັ້ງສາກົນ ປະຈໍາລາວ ພ້ອມດ້ວຍບໍລິສັດຫ້າງຮ້ານ ແລະ ພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.
ໃນໂອກາດກ່າວເປີດງານໃນຄັ້ງນີ້ ທ່ານ ບໍ່ວຽງຄໍາ ວົງດາລາ ລັດຖະມົນຕີ ກະຊວງເຕັກໂນໂລຊີ ແລະ ການສື່ສານ ກ່າວວ່າ: ງານສັບປະດາດິຈິຕ໋ອນລາວ ປະຈໍາປີ 2022 ຄັ້ງນີ້ ເປັນງານມະຫະກໍາດິຈິຕ໋ອນ ຄັ້ງທໍາອິດ ຂອງ ປະເທດເຮົາ ທີ່ກະຊວງເຕັກໂນໂລຊີ ແລະ ການສື່ສານ ໄດ້ສົມທົບກັບບັນດາບໍລິສັດຜູ້ອຸປະຖໍາ ພ້ອມດ້ວຍບັນດາກະຊວງ ຂະແໜງການ ແລະ ວິສາຫະກິດຕ່າງໆຈັດຂຶ້ນ ໃນທ່າມກາງບັນຍາກາດທີ່ທົ່ວພັກ, ທົ່ວປວງຊົນລາວທັງຊາດ ກໍາລັງສ້າງຜົນງານເພື່ອສະເຫຼີມສະຫຼອງວັນຊາດທີ 02 ທັນວາ ຄົບຮອບ 47 ປີ ແລະ ວັນຄ້າຍວັນເກີດປະທານ ໄກສອນ ພົມວິຫານ ຄົບຮອບ 102 ປີ ຢ່າງເປັນຂະບວນຟົດຟື້ນ. ງານສັບປະດາດິຈິຕ໋ອນລາວ ຄັ້ງນີ້ ຈະດໍາເນີນແຕ່ວັນທີ 21-25 ທັນວາ 2022, ທີ່ຫໍປະຊຸມແຫ່ງຊາດ ພາຍໃຕ້ຄໍາຂວັນ: “ການຮ່ວມມືທົ່ວສັງຄົມເພື່ອການຫັນເປັນດິຈິຕ໋ອນ” ໂດຍມີຈຸດປະສົງ ເພື່ອສົ່ງເສີມໃຫ້ພາກລັດ, ເອກະຊົນ, ບັນດາບໍລິສັດ ແລະ ນິຕິບຸກຄົນ ທີ່ປະກອບການດ້ານໄອຊີທີ, ໂທລະຄົມ ແລະ ເຕັກໂນໂລຊີດິຈິຕ໋ອນ ໄດ້ມີໂອກາດສະແດງຜະລິດຕະພັນ, ການບໍລິການ ແລະ ນະວັດຕະກໍາດ້ານດິຈິຕ໋ອນຂອງຕົນ. ພ້ອມກັນນັ້ນ, ກໍເພື່ອແລກປ່ຽນຂໍ້ມູນຂ່າວສານ, ປະສົບການໃນການພັດທະນາຂະແໜງການເຕັກໂນໂລຊີ ແລະ ການສື່ສານ ທັງເປັນເວທີໃຫ້ຄວາມຮູ້ແກ່ພະນັກງານ-ລັດຖະກອນ, ນັກທຸລະກິດ, ນັກຮຽນ, ນັກສຶກສາ ແລະ ປະຊາຊົນ ໂດຍການຈັດກອງປະຊຸມສໍາມະນາ, ການຝຶກອົບຮົມຕ່າງໆ ແລະ ການແຂ່ງຂັນທາງດ້ານດິຈິຕ໋ອນ.
ພາຍໃນງານປະກອບມີ ຫລາຍກິດຈະກໍາໃຫຍ່ທີ່ຈັດໄປພ້ອມໆກັນ ເຊັ່ນ: 1) ການສະແດງສິນຄ້າ ແລະ ນະວັດຕະກໍາ ທາງດ້ານດິຈິຕ໋ອນ: ມີບັນດາໜ່ວຍງານຈາກພາກລັດ, ເອກະຊົນ, ກຸ່ມນັກທຸລະກິດຂະໜາດນ້ອຍ, ຂະໜາດກາງ ແລະ ບໍລິສັດຫ້າງຮ້ານຕ່າງໆ ທັງພາຍໃນ ແລະ ຕ່າງປະເທດເຂົ້າຮ່ວມຫຼາຍກວ່າ 120 ກວ່າບູດ ເພື່ອວາງສະແດງຜະລິດຕະພັນ ແລະ ສິນຄ້າຂອງຕົນ ເຊັ່ນ: ເຕັກໂນໂລຊີ 5G, AI, Blockchain, Cyber Security, ຜະລິດຕະພັນມືຖື Smartphone, tablet, computer, notebook ແລະ ອື່ນໆ. ນອກນຈາກນີ້, ກໍຍັງໄດ້ນໍາສະເໜີ, ຫຼຸດລາຄາສິນຄ້າຢ່າງຫຼວງຫຼາຍ ແລະ ຈັບສະຫຼາກລຸ້ນຮັບລາງວັນ ຈາກບັນດາບໍລິສັດ; 2) ການແຂ່ງຂັນ Lao ICT and Innovation Award ແລະ Lao Cyber Security Hacking: ເຊິ່ງເປັນເວທີສໍາຄັນ ແລະ ໃຫຍ່ທີ່ສຸດຂອງ ສປປ ລາວ ໃນການຄັດເຟັ້ນຜະລິດຕະພັນ ແລະ ຄົນລາວທີ່ດີເດັ່ນທາງດ້ານດິຈິຕ໋ອນ ເພື່ອເຂົ້າແຂ່ງຂັນໃນເວລທີສາກົນ ໂດຍສະເພາະການແຂ່ງຂັນ ລະດັບອາຊຽນທີ່ມີການແຂ່ງຂັນທຸກປີ; 3) ການສໍາມະນາ ແລະ ຝຶກອົບຮົມ: ເປັນເວທີຖ່າຍທອດ ແລະ ແລກປ່ຽນຄວາມຮູ້ດ້ານດິຈິຕ໋ອນ ໂດຍສະເພາະບັນດາເຕັກໂນໂລຊີທີ່ທັນສະໄໝ ຫຼາຍກວ່າ 25 ຫົວຂໍ້ ໂດຍມີວິທະຍາກອນທີ່ມີຄວາມສໍານານ ແລະ ປະສົບການສູງທັງພາຍໃນ ແລະ ຕ່າງປະເທດເປັນຜູ້ບັນລະຍາຍ. ການຝຶກອົບຮົມ ແລະ ສໍາມະນາດັ່ງກ່າວເປີດໂອກາດໃຫ້ທຸກພາກສ່ວນໄດ້ເຂົ້າຮ່ວມໂດຍບໍ່ເສຍຄ່າໃຊ້ຈ່າຍໃດໆ; 4) ກອງປະຊຸມລະດັບສູງກ່ຽວກັບການຫັນເປັນດິຈິຕ໋ອນຂອງ ສປປ ລາວ ແລະ ກອງປະຊຸມປຶກສາຫາລືວຽກງານເຕັກໂນໂລຊີ ແລະ ການສື່ສານ ກັບບັນດາກະຊວງ; 5) ຈັດການແຂ່ງຂັນກິລາສ້າງຂະບວນການ ແລະ, 6)ການແຂ່ງຂັນໂຕວາທີກ່ຽວກັບຄວາມປອດໄພເຕັກໂນໂລຊີດິຈິຕອນ ແລະກິດຈະກຳອື່ນໆຕື່ມອີກ.
ໃນໂອກາດອັນສະຫງ່າລາສີນີ້, ທ່ານ ພັນຄໍາ ວິພາວັນ ນາຍົກລັດຖະມົນຕີ ໄດ້ໃຫ້ກຽດມີຄໍາເຫັນຕໍ່ພິທີ ຊຶ່ງທ່ານໄດ້ກ່າວສະແດງຄວາມຊົມເຊີຍຕໍ່ການຈັດງານສັບປະດາດິຈິຕ໋ອນລາວ ໃນຄັ້ງນີ້. ທ່ານກ່າວວ່າ: ປັດຈຸບັນໂລກຂອງພວກເຮົາກໍາລັງກ້າວເຂົ້າສູ່ຍຸກແຫ່ງການປະຕິວັດອຸດສາຫະກໍາ ຄັ້ງທີ 4 ຊຶ່ງເປັນຍຸກແຫ່ງການນໍາໃຊ້ເຕັກໂນໂລຊີດິຈິຕ໋ອນເຂົ້າໃນການພັດທະນາເສດຖະກິດ-ສັງຄົມໃນບັນດາປະເທດຕ່າງໆ. ສະນັ້ນ, ພວກເຮົາຈຶ່ງມີຄວາມຈໍາເປັນຕ້ອງໄດ້ພັດທະນາ ແລະ ນໍາໃຊ້ເຕັກໂນໂລຊີ ທັນສະໄໝ ທີ່ເອີ້ນວ່າ ເຕັກໂນໂລຊີດິຈິຕ໋ອນ ເຂົ້າໃນການພັດທະນາເສດຖະກິດ-ສັງຄົມຂອງປະເທດເຮົາ ແນໃສ່ການບໍລິຫານ-ການຄຸ້ມຄອງ ແລະ ການບໍລິການລັດໃຫ້ມີຄວາມໂປ່ງໃສ, ສະດວກ, ວ່ອງໄວ ແລະ ຕອບສະໜອງຄວາມຕ້ອງການຂອງປະຊາຊົນ, ໂດຍສະເພາະແມ່ນການນໍາໃຊ້ເຕັກໂນໂລຊີດິຈິຕ໋ອນເຂົ້າມາແກ້ໄຂການເກັບລາຍຮັບຂອງລັດຖະບານ ເພື່ອປະຕິບັດວາລະແຫ່ງຊາດທີ່ລັດຖະບານໄດ້ຕັ້ງໜ້າດໍາເນີນຢູ່ໃນຂະນະນີ້. ໃນການນໍາໃຊ້ເຕັກໂນໂລຊີດິຈິຕ໋ອນ ເຂົ້າໃນທຸກຂົງເຂດວຽກງານເຂົ້າໃນການພັດທະນາເສດຖະກິດ-ສັງຄົມ ແມ່ນການຫັນເປັນດິຈິຕ໋ອນຂອງປະເທດເຮົາ ໃນ 3 ດ້ານ ພ້ອມກັນຄື: ຫັນການບໍລິຫານລັດແບບດິຈິຕ໋ອນ, ສ້າງເສດຖະກິດດິຈິຕ໋ອນ ແລະ ສ້າງສັງຄົມດິຈິຕ໋ອນ.ຍ້ອນແນວນັ້ນລັດຖະບານຈຶ່ງໄດ້ວາງວິໄສທັດການພັດທະນາເສດຖະກິດດິຈິຕ໋ອນ ໄລຍະ20ປີ(2021-2040),ແຜນຍຸດທະສາດການພັດທະນາເສດຖະກິດດິຈິຕ໋ອນໄລຍະ10ປີ(2021-2030)ແລະແຜນພັດທະນາເສດຖະກິດດິຈິຕ໋ອນໄລຍະ5ປີ(2021-2025) ຊຶ່ງສະພາແຫ່ງຊາດໄດ້ຮັບຮອງເອົາແລ້ວ. ສະນັ້ນ, ພວກເຮົາຈະຕ້ອງຕັ້ງໜ້າປະຕິບັດແຜນຍຸດທະສາດດັ່ງກ່າວໃຫ້ປາກົດຜົນເປັນຈິງ.
May be an image of 13 people and people standing
May be an image of 5 people and text