ພິທີເປີດງານເທດສະການໝາກພ້າວນາໄຊ ຕິດພັນກັບງານປະເພນີໃຫຍ່ລະປືບ ເຜົ່າກະຕາງ ຢູ່ບ້ານາໄຊນ້ອຍ, ເມືອງສາລະວັນ, ແຂວງສາລະວັນ ຈັດຂຶ້ນໃນຕອນ ເຊົ້າວັນທີ 15 ມີນາ 2022 ໂດຍມີ ທ່ານ ໂພໄຊ ໄຊຍະສອນ, ເຈົ້າແຂວງສາລະວັນ, ພ້ອມດ້ວຍບັນດາການນໍາຂອງແຂວງ, ເມືອງ ແລະ ມວນຊົນເຂົ້າຮ່ວມ.
ການຈັດງານໃນຄັ້ງນີ້ ເພື່ອເປັນການຊຸກຍູ້, ສົ່ງເສີມການປູກຫມາກພ້າວ ແລະ ຂຸດຄົ້ນທ່າແຮງບົ່ງຊ້ອນຂອງທ້ອງຖິ່ນທາງດ້ານການຜະລິດ, ການບໍລິການ, ການແປຮູບຜົນຜະລິດກະສິກໍາ ໂດຍສະເພາະຫມາກພ້າວນາໄຊໃຫ້ມີຄວາມຫຼາກຫຼາຍເຂົ້າສູ່ຕະຫຼາດກວ້າງຂວາງຂື້ນ, ອີກດ້ານຫນຶ່ງກໍ່ເພື່ອເປັນການເສີມຂະຫຍາຍທ່າແຮງທາງດ້ານຮີດຄອງປະເພນີອັນດີງາມຂອງເຜົ່າ, ທັງເປັນການດຶງດູດນັກທ່ອງທ່ຽວທັງພາຍ ໃນ ແລະ ຕ່າງປະເທດ ໃຫ້ເຂົ້າໄປທ່ຽວຊົມ ແຂວງສາລະວັນ ນັບມື້ນັບຫຼາຍຂື້ນໃນສະ ພາບເງື່ອນໄຂດໍາລົງຊີວິດປົກກະຕິແບບໃຫມ່ໃນຍຸກໂຄວິດ-19. ນອກຈາກນີ້ ຍັງເປັນການຈັດຕັ້ງຜັນຂະຫຍາຍສອງວາລະແຫ່ງຊາດຂອງລັດຖະບານ ຕື່ມອີກ.
ງານຄັ້ງນີ້ປະກອບຫລາຍກິດຈະກໍາ ຄື: ເປີດນໍາໃຊ້ຫໍກວນ ເຜົ່າກະຕາງ ( ຄຸ້ມກົກພ້າວ ) ບ້ານນາໄຊນ້ອຍ, ທ່ຽວຊົມຕະຫຼາດນັດ ແລະ ຮ້ານວາງສະແດງສິນຄ້າ ມີທັງຫມົດ 50 ບຸດໃນນັ້ນ: ມາຈາກພະແນກການອ້ອມຂ້າງແຂວງ, ບັນດາເມືອງ, ລັດວິສະ ຫະກິດ, ຫົວຫນ່ວຍທຸລະກິດ, ໂອດ໊ອບຂອງເມືອງ ແລະ ຜະລິຕະພັນບ້ານ ຈໍານວນ 21 ບຸດ ນອກນັ້ນ ແມ່ນຕະຫຼາດນັດສັນຈອນ. ແຂ່ງຂັນກິລາມວນຊົນພື້ນເມືອງ ຄື: ແລ່ນກະໂປະຫມາກພ້າວ, ແກ່ກ້ານຫມາກພ້າວ, ຍິງຫນ້າເກັກ, ກິນຫມາກພ້າວແຂ່ງກັນ, ອົມນໍ້າຫມາກພ້າວ, ບານເຕະ, ບານສົ່ງ, ກະຕໍ້ ແລະ ເປຕັງ. ນອກ ຈາກນີ້ ທຸກໆ ຄືນມີປະກວດສິລະປະບົດພອນ, ຫມໍລໍາທົ່ວໄປ, ຮ້ອງເພງລູກກຸງບ້ານນາ ແລະ ປະ ກວດຮ້ອງເພງລາວ-ສາກົນ ໂດຍຈະໄດ້ດໍາເນີນໄປເວລາ 5 ວັນ ແຕ່ວັນທີ 15-19 ມີນາ 2022 ຈິ່ງສໍາເລັດ.
ຂ່່າວ: ບຸນຕຽງ ຈັນທະວົງ
ພາບ: ໄໝ







