ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກ ເຂົ້າສູ່ຊີວິດຈິງ
ວັນທີ 4 ເມສາ 2022 , ວິທະຍາຄານປ້ອງກັນຊາດ ໄກສອນ ພົມວິຫານ ໄດ້ເປີດຊຸດບຳລຸງວຽກງານປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ໃຫ້ພະນັກງານພັກ-ລັດ ຊຸດທີ XIX ສົກ 2021-2022, ໂດຍການເປັນປະທານຂອງສະຫາຍ ພົນເອກ ຈັນສະໝອນ ຈັນຍາລາດ ກຳມະການກົມການເມືອງສູນກາງພັກ ຮອງນາຍົກລັດຖະມົນຕີ, ລັດ​ຖະມົນຕີກະຊວງປ້ອງກັນປະເທດ, ມີຄະນະພັກ-ຄະນະບັນຊາ ວປກ, ພະນັກງານ, ຄູອາຈານ ແລະ ນັກສຶກສາການນຳພັກ-ລັດ ເຂົ້າຮ່ວມ.
ສະຫາຍ ພົນຈັດຕະວາ ປອ ສົງກາ ບຸນຄຸນ ຮອງຫົວໜ້າການທະຫານ ຫົວໜ້າກົມອົບຮົມ-ກໍ່ສ້າງ ວິທະຍາຄານປ້ອງກັນຊາດ ໄກສອນພົມວິຫານ ໄດ້ຂື້ນຜ່ານແຜນການບຳລຸງວຽກງານປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ໃຫ້ການນຳພັກ-ລັດ ໄລຍະ 64 ວັນ ຊຸດທີ XIX ປະຈຳສົກຮຽນ 2021-2022 ມີຈຳນວນນັກສຶກສາການນຳພັກ-ລັດ ຈຳ​ນວນ 30 ສະຫາຍ, ໃນນັ້ນມາຈາກສູນກາງ 13 ສະຫາຍ ແລະ ທ້ອງຖິ່ນ 17 ຈຸດປະສົງເພື່ອເປັນການສຶບຕໍ່ຈັດຕັ້ງຜັນຂະຫຍາຍ ເເນວທາງປ້ອງກັນຊາດ-ປ້ອງກັນຄວາມສະຫງົບທົ່ວປວງຊົນຮອບດ້ານໃນໄລຍະໃໝ່ ທີ່ມະຕິກອງປະຊຸມໃຫຍ່ຄັງທີ XI ຂອງພັກວາງອອກ, ທັງເປັນການຍົກສູງຄວາມຮັບຜິດຊອບເປັນເຈົ້າການ, ເອກະລາດ, ປະດິດສ້າງໃນການຄົ້ນຄວ້າຮ່ຳຮຽນ ທິດສະດີຫລັກການ ແລະ ສົມທົບບົດຮຽນພຶດຕິກຳຕົວຈິງຂອງອົງການ, ກົມກອງທ້ອງຖິ່ນ, ເນື້ອໃນທີ່ນຳມາອົບຮົມຄັ້ງນີ້ແບ່ງອອກເປັນ 3 ກຸ່ມຄື: ກຸ່ມເນື້ອໃນອົບຮົມຈຸດໜັກລວມມີ 17 ບົດ, ກຸ່ມເນື້ອໃນອົບຮົມເພີ່ມເຕີມຈຳນວນໜຶ່ງ, ຂຽນບົດເກັບກ່ຽວ, ເວລາອົບຮົມທັງໝົດ 64 ວັນ, ອົບຮົມຮົມຕົວຈິງ 38 ວັນ, ວັນພັກ 20 ວັນ.
ໂອກາດດັ່ງກ່າວ, ສະຫາຍ ພົນເອກ ຈັນສະໝອນ ຈັນຍາລາດ ໄດ້ໃຫ້ກຽດໂອ້ລົມ ແລະ ຮຽກຮ້ອງໃຫ້ຄະນະ​ພັກ-ຄະນະອຳນວຍການ, ນັກສຶກສາການນຳພັກ-ລັດແຕ່ລະສະຫາຍ ຈົ່ງຍົກສູງຄວາມຮັບຜິດຊອບໜ້າທີ່ການເມືອງຂອງຕົນ, ເປັນເຈົ້າການປະດິດສ້າງໃນການຄົ້ນຄວ້າຮຳ່ຮຽນ ທາງດ້ານທິດສະດີ ຫຼັກການ ແລະ ສົມທຽບກັບພຶດຕິກຳຕົວຈິງ, ປະຕິບັດຖືກຕ້ອງຕໍ່ວຽກງານປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ແລະ ເປັນເອກະພາບໃນຂອບເຂດທົ່ວປະເທດ, ເອົາໃຈໃສ່ຈັດຕັ້ງປະຕິບັດແຜນການອົບຮົມໃຫ້ບັນລຸຕາມຈຸດປະສົງ ແລະ ຄາດໝາຍທີ່ກຳນົດໄວ້.
ໂດຍ: ລຸນທອງ