ກົມກວດກາ, ສູນກາງສະຫະພັນກຳມະບານລາວ ຈັດພິທີເປີດນຳໃຊ້ຕູ້ເກັບຂໍ້ມູນຫາງສຽງ ຄຳຮ້ອງ – ຄໍາສະເໜີຂອງສະມາຊິກກຳມະບານ, ກຳມະ ກອນ ແລະ ຜູ້ອອກແຮງງານພາຍໃນນະຄອນຫລວງວຽງຈັນ ໃນຕອນເຊົ້າວັນທີ 4 ສິງຫາ 2021 ທີ່ສູນກາງສະຫະພັນກຳມະບານລາວ.
ທ່ານ ທອງພິມ ວົງລະພາ ຮອງຫົວໜ້າກົມກວດກາ ໃຫ້ຮູ້ວ່າ: ຈຸດປະສົງຂອງການເປີດຕູ້ຮັບຄໍາຮ້ອງ-ຄໍາສະເໜີໃນຄັ້ງ ເພື່ອເກັບກຳຂໍ້ມູນຫາງສຽງ ຄຳຮ້ອງ-ຄຳສະເໜີ ບັນຫາຕ່າງໆ ຂອງສະມາຊິກກຳມະບານ, ກຳມະກອນ ແລະ ຜູ້ອອກແຮງງານ ພາຍໃນນະຄອນຫຼວງວຽງຈັນ ທີ່ມີຫາງສຽງ ແລະ ຂໍ້ຂັດແຍ້ງຕ່າງໆ ຢູ່ໃນຫົວຫນ່ວຍແຮງງານ ທີ່ບໍ່ກ້າສະເຫນີຕໍ່ອົງການຈັດຕັ້ງກໍາມະບານທີ່ຕົນເອງຂຶ້ນກັບ ແມ່ນສາມາດຂຽນຄໍາຮ້ອງ-ຄໍາສະເຫນີໄປປ່ອນໃສ່ຕູ້ຢູ່ ແຕ່ລະຈຸດທີ່ມີການຕິດຕັ້ງໄດ້ ເຊິ່ງທຸກຂໍ້ມູນແມ່ນຈະຮັບປະ ກັນຄວາມຖືກຕ້ອງ, ວ່ອງໄວ ແລະ ຮັກສາເປັນຄວາມລັບທັງເປັນບຸກຄົນ ແລະ ນິຕິບຸກຄົນ, ເຊີ່ງທຸກຄໍາຮ້ອງ-ຄໍາສະເໜີ ຈະຖືກເກັບກໍາແລ້ວສະເໜີຕໍ່ສູນກາງສະຫະພັນ ກໍາມະບານລາວ ເພື່ອຮ່ວມກັບພາກສ່ວນທີ່ກ່ຽວຂ້ອງແກ້ໄຂຕາມເງື່ອນໄຂຕົວຈິງ ແນໃສ່ເຮັດໃຫ້ປະກົດການຫຍໍ້ທໍ້ຕ່າງໆ ທີ່ເກີດ ຂຶ້ນກັບສະມາຊິກກຳມະບານ, ກຳມະກອນ ແລະ ຜູ້ອອກແຮງງານຢູ່ໃນນະ ຄອນຫລວງວຽງຈັນນັບມື້ນັບຫຼຸດລົງ.
ທ່ານ ທອງພິມ ວົງລະພາ ໃຫ້ຮູ້ຕື່ມວ່າ: ສະມາຊິກກຳມະບານ, ກຳມະ ກອນ ແລະ ຜູ້ອອກແຮງງານ ແລ້ວ ພະນັກງານ-ລັດຖະກອນທົ່ວໄປຖ້າມີບັນຫາໃດຢາກສະເໜີກໍ່ສາມາດຂຽນໄປປ່ອນລົງໃນຕູ້ຮັບຄໍາຮ້ອງ-ຄໍາສະເໜີດັ່ງກ່າວໄດ້ເຊັ່ນດຽວກັນ. ຢ່າງໃດກໍ່ຕາມ ເບື້ອງຕົ້ນຕູ້ດັ່ງກ່າວນີ້ແມ່ນຕິດຕັ້ງຢູ່ສະເພາະນະຄອນຫລວງວຽງຈັນ ແຕ່ຖ້າຫາກໄດ້ຮັບຜົນດີຈະສືບຕໍ່ຂະຫຍາຍໄປບັນດາແຂວງໃນທົ່ວປະເທດ.
ສໍາລັບຕູ້ດັ່ງກ່າວ ໄດ້ຕິດຕັ້ງຢູ່ 3 ຈຸດ ຄື:
– ຈຸດທີ 1 ຕໍ່ໜ້າ ສຳນັກງານສູນກາງສະຫະພັນກຳມະບານລາວ ເສັ້ນທາງ 450 ປີ.
– ຈຸດທີ 2 ຕັ້ງຢູ່ສວນປະຕູໄຊ ຕໍ່ຫນ້າກະຊວງກະສິກຳ ແລະ ປ່າໄມ້.
– ຈຸດທີ 3 ຕັ້ງຢູ່ສວນເຈົ້າຟ້າງຸ່ມ ຕໍ່ຫນ້າ ພະແນກສຶກສາທິການ ແລະ ກິລາ ນະຄອນຫຼວງວຽງຈັນ
ຂ່າວ: ບຸນຕຽງ ຈັນທະວົງ
ພາບ: ອາພິນຍາ ສີສຸວົງ




