ເນື່ອງໃນໂອກາດ ທີ່ໄດ້ລົງເຄື່ອນໄຫວຢ້ຽມຢາມ ແລະ ເຮັດວຽກຢູ່ ແຂວງໄຊສົມບູນ ພົນເອກ ຈັນສະໝອນ ຈັນຍາລາດ, ກຳມະການກົມການເມືອງສູນກາງພັກ, ລັດຖະມົນຕີກະຊວງປ້ອງກັນປະເທດ ພ້ອມດ້ວຍຄະນະ ໄດ້ເຂົ້າຮ່ວມພິທີເປີດນຳໃຊ້ ໂຮງແຮມພູເບ້ຍ ແຂວງໄຊສົມບູນ ໃນຕອນແລງ ຂອງວັນທີ 10 ກຸມພາ 2021.
ໂອກາດນີ້ ທ່ານ ລິນລີ່ຫົວ ປະທານບໍລິສັດ ແຊັດວ່າຍ ໄດ້ລາຍງານຜົນສຳເລັດຂອງໂຄງການກໍ່ສ້າງ ແລະ ສ້ອມແປງໂຮງແຮມພູເບ້ຍ ໂຄງການດັ່ງກ່າວແມ່ນໄດ້ເລີ່ມລົງມືໃນການກໍ່ສ້າງມາແຕ່ວັນທີ 9 ກໍລະກົດ 2019 ຜ່ານມາ ຊຶ່ງ ໄດ້ສ້ອມແປງ ແລະ ຍົກລະດັບຫ້ອງພັກ, ເທພື້ນ, ກໍ່ກຳແພງອ້ອມຮອບໂຮງແຮມ ແລະ ຮ້ານອາຫານ ໃນນັ້ນ ປະກອບມີຫ້ອງພັກທັງໝົດ 15 ຫ້ອງ, ຫ້ອງພັກທຳມະດາ 11 ຫ້ອງ, ຫ້ອງພັກ VIP ຈຳນວນ 4 ຫ້ອງ ແລະ ຍັງມີຫ້ອງເຮັດວຽກອີກຈຳນວນໜຶ່ງ ພ້ອມນີ້ ຍັງມີຮ້ານອາຫານທີ່ສາມາດຮອງຮັບແຂກໄດ້ຈຳນວນ 200 ຄົນ ລວມມູນຄ່າໃນການກໍ່ສ້າງທັງໝົດ 7 ແສນກວ່າໂດລາສະລັດ ໂດຍແມ່ນບໍລິສັດ ແຊັດວ່າຍ ເປັນຜູ້ຮັບເຜົາກໍ່ສ້າງ. ພາຍຫລັງໂຮງແຮມຫລັງດັ່ງກ່າວສຳເລັດແລ້ວ ກໍຈະເປັນການກະຕຸກຊຸກຍູ້ທາງດ້ານການພັດທະນາເສດຖະກິດຂອງແຂວງ ໃຫ້ມີການຂະຫຍາຍຕົວ ທັງເປັນບ່ອນຮອງຮັບແຂກຄົນທີ່ເຂົ້າມາຢ້ຽມຢາມ ແຂວງໄຊສົມບູນ ໄດ້ມີບ່ອນພັກເຊົາ ນອກຈາກນີ້ ຍັງເປັນການສ້າງວຽກເຮັດງານທຳໃຫ້ແກ່ຊາວແຂວງໄຊສົມບູນ ຕື່ອມອີກ. ຈາກນັ້ນ ຂອງທ່ານ ພົອ ຈັນສະໝອນ ຈັນຍາລາດ ແລະ ທ່ານ ພົນຕີ ຄຳລຽງ ອຸທະໄກສອນ ເລຂາພັກແຂວງ ພ້ອມດ້ວຍການນຳແຂວງ ໄດ້ພ້ອມກັນທ່ຍວຊົມຫ້ອງພັກໂຮງແຮມຕື່ມອີກ.
Loading...