ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກ ເຂົ້າສູ່ຊີວິດຈິງ
ພິທີເປີດນຳໃຊ້ ສະຖານີໂດຍສານຂົນສົ່ງ ວີເອັນແອວ ( VNL)ຫຼັງໃໝ່ ໄດ້ຈັດຂື້ນໃນຕອນບ່າຍຂອງວັນທີ 19 ສິງຫາ 2021 ຢູ່ທີ່ຕະຫຼາດປາກຊັນເທດສະບານແຂວງ ບໍລິຄຳໄຊ ເປັນກຽດເຂົ້າຮ່ວມພິທີຂອງທ່ານ ປອ ກອງແກ້ວ ໄຊສົງຄາມ ເຈົ້າແຂວງ ບໍລິຄຳໄຊ ປະທານຄະນະກຳມະການຄູ້ມຄອງການລົງທຶນຂັ້ນແຂວງ,ມີການນຳຂັ້ນແຂວງ,ຜູ້ພັກທະນາໂຄງການ ແລະ ແຂກຖືກເຊີນຈາກພາກສ່ວນຕາ່ງໆເຂົ້າຮ່ວມ.
ທ່ານ ຈ່ຽນ ວັນນະເລີດ ປະທານ ບໍລິສັດ ວີເອັນແອວ ຈຳກັດຜູ້ດຽວໃນນາມຜູ້ພັດທະນາໂຄງການຕະຫຼາດປາກຊັນ ໄດ້ລາຍງານໃຫ້ຮູ້ວ່າ:ໂຄງການກໍ່ສ້າງພັດທະນາຕະຫຼາດປາກຊັນ ເລີ່ມລົງມືປະຕິບັດມາແຕ່ທ້າຍເດືອນພະຈິກ 2020 ເປັນຕົ້ນມາໂດຍປະຕິບັດຕາມບົດບັນທຶກສັນຍາ 2 ຝ່າຍຄື:ຝ່າຍລັດ ແລະ ຝ່າຍຜູ້ພັດທະນາໂຄງການ ການກໍ່ສ້າງມີທັງໝົດ 16 ກິດຈະກໍາ ແບ່ງເປັນ 5 ໄລຍະຄື: ໄລຍະທີ 1 ໄລຍະກໍ່ສ້າງອາຄານຕະຫຼາດສົດ,ຮົ້ວ ແລະ ຄິວລົດ ,ໄລຍະທີ 2 ປຸກອາຄານຕຶກຫ້ອງແຖວ A ຈຳນວນ 25 ຫຼັງ,ໄລຍະ 3 ກໍ່ສ້າງຫ້ອງການຈຳນວນ 4ຫ້ອງ 2 ຊັ້ນ ,ກໍ່ສ້າງຫ້ອງປະຊຸມ ແລະ ສະຖານທີ່ລ້າງອັດສີດລົດ. ໄລຍະ 4 ກໍ່ສ້າງຕຶກຫ້ອງແຖວອາຄານ B ແລະ C ຈຳນວນ 12 ຫຼັງ ແລະ ໄລຍະທີ 5 ກໍ່ສ້າງຕຶກຫ້ອງແຖວ D ແລະ G ຈຳນວນ 14 ຫຼັງ ລວມມູນຄ່າການລົງທຶນທັງໝົດ 130 ຕື້ກີບ.ສຳລັບການກໍ່ສ້າງໄລຍະທີ 1 ວຽກງານກໍ່ສ້າງອາຄານຕະຫຼາດສົດຂະໜາດ 140 x 46,8 ແມັດ ມີເທີບອອກຂ້າງລະ 4,5 ແມັດມາຮອກປະຈຸບັນປະຕິບັດໄດ້ 62 %,ວຽກໍ່ສ້າງສະຖານີຂົນສົ່ງລົດໂດຍສານປະຕິບັດສໍາເລັດ 100%,ວຽກງານກໍ່ສ້າງຮົ້ວ ຍັງບໍ່ທັນໄດ້ລົງມືຈັດຕັ້ງປະຕິບັດ ສັງລວມແລ້ວການກໍ່ສ້າງໜ້າວຽກທັງໝົດໃນໄລຍະທີ 1 ແມ່ນປະຕິບັດໄດ້ 63 %,ສາຍເຫດທີ່ພາໃຫ້ການກໍ່ສ້າງບໍ່ສາມາດຈັດຕັ້ງປະຕິບັດສຳເລັດຕາມເວລາທີ່ໄດ້ກຳນົດໄວ້ນັ້ນ ແມ່ນເກີດມາຈາກຫຼາຍປັດໃຈ ເປັນຕົ້ນແມ່ນການນຳເຂົ້າວັດສະດຸກໍ່ສ້າງຈາກຕ່າງປະເທດແມ່ນພົບຄວາມຫຍູ້ຍາກເນື່ອງຈາກການແຜ່ລະບາດຂອງພະຍາດໂຄວິດ-19,ການກໍ່ສ້າງແມ່ນຢູ່ໃນໄລຍະລະດູຝົນ ແລະ ບັນຫາອື່ນໆ.ຈາກນັ້ນທ່ານ ກອງແກ້ວ ໄຊສົງຄາມ ເຈົ້າແຂວງ ບໍລິຄຳໄຊ,ທ່ານ ໄມຈອມ ວັນນະສານຄຳ ເຈົ້າເມືອງ ປາກຊັນ ຍັງໄດ້ເປັນກຽດຕັດແທບຜ້າ ປ່ອຍປູມເປົ້າຂື້ນສູ່ເວຫາ ຮ່ວມກັບຜູ້ພັດທະນາໂຄງການ ເພື່ອເປັນການຢັ້ງຢືນເປີດນຳໃຊ້ ສະຖານີຂົນສົ່ງລົດໂດຍສານເປັນທາງການ.
ຂ່າວ_ພາບ:ສາຍສະໝອນ