ຂົວຍ່າງຂ້າມທາງ ຖະໜົນໄກສອນພົມວິຫານ ເມືອງໄຊເສດຖາ ນະຄອນຫລວງວຽງຈັນ ເປີດນໍາໃຊ້ຢ່າງເປັນທາງການແລ້ວ ຕອນແລງ ວັນທີ 20 ຕຸລາ 2023 ພາຍຫລັງໃຊ້ເວລາກໍ່ສ້າງເປັນເວລາ 8 ເດືອນ ເປັນກຽດເຂົ້າຮ່ວມຂອງທ່ານອາດສະພັງທອງ ສີພັນດອນ ເຈົ້າຄອງນະຄອນຫລວງວຽງຈັນ, ພ້ອມດ້ວຍການນໍາພັກ-ລັດ ແລະພາກສ່ວນກ່ຽວຂ້ອງ.
ຂົວຂ້າມທາງແຫ່ງນີ້ ເຮັດດ້ວຍໂຄງສ້າງເຫັລກ, ຕີນເສົາຕອກເສົາເຂັມ, ມີຄວາມຍາວ 24ແມັດ, ກວ້າງ 2,3 ແມັດ, ສູງ 5,5 ແມັດ, ເລີ່ມກໍ່ສ້າງມາແຕ່ ຕົ້ນເດືອນມີນາ 2023 ເບື້ອງຕົ້ນຈະໃຫ້ສໍາເລັດພາຍໃນ 4 ເດືອນ ແຕ່ເນື່ອງຈາກພົບຂໍ້ຫຍຸ້ງຍາກຫລາຍຢ່າງ ຈຶ່ງເຮັດໃຫ້ການກໍ່ສ້າງຊັກຊ້າ ຫລຸດແຜນຄາດໝາຍ 4 ເດືອນ.



