ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກ ເຂົ້າສູ່ຊີວິດຈິງ
ວັນທີ 9 ຕຸລາ 2022,​ ທີ່ດ່ານສາກົນວັງເຕົ່າ ຊາຍແດນລາວ-ໄທ ໄດ້ມີພິທີເປີດນໍາໃຊ້ ອາຄານຫຼັງໃໝ່, ໂດຍໃຫ້ກຽດເຂົ້າ ຮ່ວມຂອງ ພົນເອກ ວິໄລ ຫຼ້າຄໍາຟອງ ກໍາມະການກົມການເມືອງສູນ​ກາງ​ພັກ ຮອງນາຍົກລັດຖະມົນຕີ​ລັດຖະມົນຕີກະຊວງປ້ອງກັນຄວາມສະຫງົບ,​ ທ່ານ ວິໄລວົງ ບຸດດາຄໍາ ກໍາມະການສູນກາງພັກ ເລຂາພັກແຂວງ​ ເຈົ້າແຂວງໆຈໍາປາສັກ, ທ່ານລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ,​ ທ່ານລັດຖະມົນຕີກະຊວງອຸດສະຫະກຳ ແລະ ການຄ້າ,​ ຮອງລັດຖະ ມົນຕີກະຊວງການເງິນ.​ ມີການນໍາຈາກສູນກາງ, ການນໍາແຂວງ, ການນໍາພະແນກການກົມກອງອ້ອມຂ້າງແຂວງ, ການນໍາເມືອງ, ນະຄອນ,ເຈົ້າໜ້າທີ່ປະຈຳດ່ານວັງເຕົ່າ ແລະ ເຈົ້າໜ້າທີ່ປະຈຳດ່ານຊ່ອງເມັກ ຊາຍແດນລາວ – ໄທ,ໄທ – ລາວ ເຂົ້າຮ່ວມ.
ໃນພິທີ, ທ່ານ ຄໍາຫຼ້າ ລຸນທະປັນຍາ ຮອງອໍານວຍການ ບໍລິສັດ ພົງຊັບທະວີກໍ່ສ້າງ ຈໍາກັດ​ຜູ້ດຽວ​ ໃນນາມຜູ້ຮັບເໝົາໂຄງການ ໄດ້ລາຍງານວ່າ: ໃນທ້າຍປີ 2012 ລັດຖະບານໄດ້ເຫັນດີ ໃຫ້ແຂວງຈຳປາສັກນຳໃຊ້ງົບປະມານລາຍຮັບສູນ ກາງຈາກດ່ານສາກົນວັງເຕົ່າ ທີ່ເປັນສ່ວນແບ່ງ ມອບໃຫ້ແຂວງຈຳນວນ10% ເພື່ອມານຳໃຊ້ການປັບປຸງດ່ານປະຈຸບັນໃຫ້ເປັນດ່ານສາກົນທີ່ທັນສະໃໝ. ຜ່ານການປະມູນຖືກຕ້ອງຕາມລະບຽບການ ບໍລິ ສັດພົງຊັບທະວີກໍ່ສ້າງໄດ້ເປັນຜູ້ຮັບເໝົາກໍ່ສ້າງ, ເຊິ່ງປະກອບມີ 7 ໜ້າວຽກໃຫຍ່ຄື:1)- ວຽກກໍ່ສ້າງອາຄານດ່ານ, 2)- ວຽກກໍ່ສ້າງອາຄານຫໍພັກ, 3)- ວຽກກໍ່ສ້າງທາງເບຕົງ, 4)- ວຽກກໍ່ສ້າງຫ້ອງນໍ້າ 5)- ວຽກກໍ່ສ້າງອາຄານສີດຜົ່ນ-ຂ້າເຊື້ອ, 6)- ເຄື່ອງເຟີນິເຈີ້ຄົບຊຸດ, ກ້ອງວົງຈອນ ແລະ ລະບົບIT ,7)- ລະບົບ ດັບເພີງ ແລະ ນໍ້າປະປາຮັບໃຊ້ດ່ານ ລວມມູນຄ່າກໍ່ສ້າງທັງໝົດ 98,3 ຕື້ກີບ, ສັນຍາ 36 ເດືອນ ແລະ ລັດຈະສຳ ລະມູນຄ່າໂຄງການໃຫ້ພາຍໃນກຳນົດ 5 ປີ, ໂຄງການດັ່ງກ່າວໄດ້ດໍາເນີນການກໍ່ສ້າງແຕ່ຕົ້ນປີ 2013 ເປັນຕົ້ນມາ ແລະ ໄດ້ຮັບການກວດກາຄວາມຄືບໜ້າຂອງໂຄງການແລ້ວ 3 ຄັ້ງ, ຫຼ້າສຸດປະຕິບັດສຳເລັດ 82.96% ເທົ່າກັບມູນຄ່າ 81,5 ຕື້ກີບ, ຈ່າຍເງິນແລ້ວ 56,4 ຕື້ກີບ, ໃນນັ້ນບ້ວງເງິນສະພາອະນຸມັດ 10 ຕື້ກີບ ແລະ ຢືມຈາກຄັງເງິນແຫ່ງຊາດ 46,4 ຕື້ກີບ, ຍັງຄ້າງຕາມການກວດກາ 25,1 ຕື້ກີບ, ຄ້າງຕາມສັນຍາ 16,8 ຕື້ກີບ.
ຜ່ານການຈັດຕັ້ງປະຕິບັດບັນດາໜ້າວຽກຕ່າງໆໄດ້ມີຜົນມີຜົນສຳເລັດຄື: ວຽກປັບປຸງ-ສ້ອມແປງພາຍໃນອາຄານດ່ານ, ວຽກໄຟຟ້າ, ວຽກຈັດຫາວັດຖຸອຸປະກອນກ່ຽວກັບການຮັບໃຊ້ຫ້ອງການ, ຫ້ອງປະຊຸມ, ປ່ອງບໍລິການ ແລະ ສຳລັບດ້ານນອກອາຄານ ແມ່ນໄດ້ສຳເລັດວຽກອະນາໄມ ແລະ ປະດັບປະດາ -ປູກຫຍ້າ, ແຕ້ມເສັ້ນ ຈໍລະຈອນ ແລະ ເຫັນວ່າສາມາດ ນຳໃຊ້ອາຄານໄດ້ໂດຍພື້ນຖານ, ສຳລັບວຽກທີ່ຍັງຄ້າງເຊັ່ນ: ວຽກກໍ່ສ້າງວົງວຽນນໍ້າພຸ, ຫລັກທຸງ, ປ້າຍບອກຊື່ດ່ານ, ວຽກຕົບແຕ່ງສັນຍາລັກວັດພູ, ວຽກທັບມ້າງອາຄານດ່ານຫລັງເກົ່າ, ວຽກກໍ່ສ້າງເສັ້ນ ທາງຂາອອກ ແລະ ເດີ່ນເບຕົງ ບໍລິສັດຮັບເໝົາຈະສຶບຕໍ່ ສູ້ຊົນປະຕິບັດໃຫ້ສຳເລັດໃນທ້າຍປີ 2022 ທີ່ຈະມາເຖີງນີ້.
ໃນໂອກາດກ່າວຮັບເອົາໂຄງການກໍ່ສ້າງ,​ ທ່ານ ສົມບູນ ເຮືອງວົງສາ ຄະນະປະຈໍາພັກແຂວງ​ ຮອງເຈົ້າແຂວງຈໍາປາ ສັກ ມີຄໍາເຫັນວ່າ: ໂຄງການກ່ໍສ້າງອາຄານດ່ານສາກົນວັງເຕົ່າ ເປັນໂຄງການກ່ໍສ້າງທີີ່ມີຄວາມໝາຍຄວາມສໍາຄັນທາງດ້ານເສດຖະກິດ ແລະ ການພົວພັນວຽກງານຊາຍແດນ​ ລະຫວ່າງປະເທດ, ເປັນການເຊືີ່ອມຈອດ​ – ເຊືີ່ອມໂຍງບັນດາແຂວງພາກໃຕ້ຂອງ ສປປ ລາວ ສູ່ປະເທດເພື່ອນບ້ານ; ການກ່ໍສ້າງອາຄານດ່ານສາກົນວັງເຕົ່າ ໄດ້ຮັບການຊີ້ນໍາ​ – ນໍາພາຈາກແຂວງຢ່າງໃກ້ສິດຕິດແທດ ນັບແຕ່ມເລີ່ມຈັດຕັ້ງປະຕິບັດໂຄງການຈົນຮອດປະຈຸບັນ,
ມາຮອດເວລານີ້ການກະກຽມຄວາມພ້ອມອາຄານດ່ານເບື້ອງຂາເຂົົ້າທີ່ສ້າງໃໝ່ນີ້ແມ່ນໄດ້ສໍາເລັດໂດຍພື້ນຖານ, ສາມາດນໍາໃຊ້ອາຄານດ່ານ ແລະ ຊ່ອງບໍລິການ ເຂົົ້າ​ – ອອກ ຂອງພາຫານະໄດ້ແລ້ວ. ຜົນສໍາເລັດຂອງໂຄງການກ່ໍສ້າງອາຄານດ່ານສາກົນວັງເຕົ່າ ແມ່ນຜົນສໍາເລັດໜືີ່ງທີີ່ມີຄວາມໝາຍ​ -ຄວາມສໍາຄັນ ເປັນປະຕູເຂົົ້າ​ – ອອກເມືອງ, ເປັນບ່ອນເຊືີ່ອມຈອດ​ – ເຊືີ່ອມໂຍງກັບປະເທດເພື່ອນບ້ານ,​ ເປັນທາງຜ່ານເຂົົ້າສູ່ພາກໃຕ້ຂອງ ສປປ ລາວ, ເປັນບ່ອນສ້າງລາຍຮັບ ທັງເປັນການສ້າງໃບໜ້າໃໝ່ໃນການອໍານວຍຄວາມສະດວກ​ – ດຶງດູດນັກທ່ອງທ່ຽວ ແລະ ການບໍລິການ,ຄົມມະນາຄົມ​ – ຂົນສົ່ງ​ ໃຫ້ນັບມື້ນັບດີຂຶ້ນ​ເທືີ່ອລະກ້າວ.​
ໃນພິທີອັນສະຫງ່າລາສີ,​ ພົນເອກ ວິໄລ ຫຼ້າຄໍາຟອງ ຮອງນາຍົກລັດຖະມົນຕີ​ລັດຖະມົນຕີກະຊວງປ້ອງກັນຄວາມສະຫງົບໄດ້ລັ່ນ​ຄ້ອງ​ 9​ ບາດ ເພື່ອເປັນສີລິມຸງຄຸນ ແລະ ສັນຍາລັກເປີດນຳໃຊ້ອາ ຄານໃໝ່ຂອງດ່ານສາກົນວັງເຕົ່າ.ຈາກນີ້ກໍໄດ້ຮ່ວມກັບ ທ່ານ ປອ.​ວິໄລວົງ ບຸດດາຄໍາ ເຈົ້າແຂວງໆຈໍາປາສັກ, ທ່ານ ວຽງສະຫວັດ ສີພັນດອນ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ,​ ທ່ານ ມະໄລທອງ ກົມມະສິດລັດຖະມົນຕີກະຊວງອຸດສະຫະກຳ ແລະ ການຄ້າ,​ ທ່ານ ບຸປອນ ວັນນະຈິດ ຮອງລັດຖະມົນຕີກະຊວງການເງິນ ຕັດແຖບຜ້າ,​ ແລະ ປອ່ຍປ້າຍ ເປີດການນໍາໃຊ້ອາຄານໃໝ່ດ່ານສາກົນວັງເຕົ່າ ເມືອງໂພນທອງ ແຂວງຈໍາປາສັກ​ (ຊາຍແດນລາວ – ໄທ ) ຢ່າງ​ເປັນທາງການ.
ເກດສະໜາ ແກ້ວສຸວັນນະແສງ