ເປີດລົດໄຟປະຖົມມະລຶກນະຄອນຫລວງວຽງຈັນ-ຄຸນໝິງ
ພິທີເປີດຖ້ຽວລົດໄຟປະຖົມມະລຶກ ນະຄອນຫລວງວຽງຈັນ, ສປປ ລາວ-ຄຸນໝິງ ສປ ຈີນ ເພື່ອບໍລິການດ້ານການຂົນສົ່ງ ແລະ ສົ່ງເສີມການທ່ອງທ່ຽວ ຈັດຂຶ້ນໃນວັນທີ 13 ເມສາ 2023 ໂດຍເປັນກຽດເຂົ້າຮ່ວມຂອງ ທ່ານ ນາງ ສວນສະຫວັນ ວິຍະເກດ ລັດຖະມົນຕີກະຊວງຖະແຫລງຂ່າວວັດທະນະທຳ ແລະ ທ່ອງທ່ຽວ, ທ່ານ ພູວົງ ວົງຄຳຊາວ ຮອງເຈົ້າຄອງນະຄອນຫລວງວຽງຈັນ, ທ່ານ ຮອງລັດຖະມົນຕີ ແລະ ອຳນວຍການບໍລິສັດທາງລົດໄຟລາວ- ຈີນ ພ້ອມດ້ວຍຜູ້ໂດຍສານທີ່ເດີນທາງໃນຮອບປະຖົມມະ ລຶກໃນຄັ້ງນີ້.
ທ່ານ ນາງ ສວນສະຫວັນ ວິຍາເກດ ໄດ້ກ່າວວ່າ: ໂຄງການລົດໄຟລາວ-ຈີນ ເປັນໂຄງການຮ່ວມມືທີ່ການນຳຂັ້ນສູງຂອງສອງພັກ ສອງລັດ ລາວ-ຈີນ ຊຸກຍູ້ຮ່ວມກັນ ເປັນສັນຍາລັກແຫ່ງມິດຕະພາບລາວ-ຈີນແຫ່ງຍຸກສະໄໝໃໝ່, ເປັນໂຄງການຍຸດທະສາດຂອງ ສປ ປ ລາວ ໃນການຫັນປະເທດທີ່ບໍ່ມີຊາຍແດນຕິດກັບທະເລ ໃຫ້ກາຍເປັນປະເທດເຊື່ອມໂຍງ-ເຊື່ອມຈອດ ເຮັດໃຫ້ຄວາມໄຝ່ຝັນ ຄວາມຄອງຄອຍຂອງປະຊາຊົນລາວ ບັນລຸຜົນເປັນຈິງ, ຜົນສຳເລັດ ດັ່ງກ່າວ ເກີດຂຶ້ນໄດ້ ກໍຍ້ອນການຊຸກຍູ້ຮ່ວມກັນຈັດຕັ້ງປະຕິບັດຂໍ້ລິເລີ່ມ “ ໜຶ່ງແລວ ໜຶ່ງເສັ້ນທາງ ” ຂອງປະທານ ສີ ຈິ້ນ ຜິງ ເຊິ່ງທັງສອງປະເທດເຮົາຈະຕ້ອງສືບຕໍ່ເອົາໃຈໃສ່ຕໍ່ກັບວຽກງານດັ່ງກ່າວ ໃຫ້ມີການພັດທະນາດ້ວຍຄຸນນະພາບສູງ ແລະ ຍົກລະດັບການຮ່ວມມືຕົວຈິງໃຫ້ສູງຂຶ້ນຢ່າງບໍ່ຢຸດຢັ້ງ.
ລັດຖະບານແຫ່ງ ສປປ ລາວ ມີຈຸດມຸ່ງໝາຍໃນການພັດທະນາເສັ້ນທາງລົດໄຟລາວ-ຈີນ ໃຫ້ກາຍເປັນແລວທາງເສດຖະກິດ ທີ່ສ້າງລາຍໄດ້ມະຫາສານໃຫ້ປະເທດຊາດປະກອບສ່ວນຊ່ວຍການແກ້ໄຂສະພາບເສດຖະກິດຂອງປະເທດ ສາມາດດຶງດູດນັກທ່ອງທ່ຽວໃນພາກພື້ນ ແລະ ສາກົນໃຫ້ນັບມື້ເພີ່ມຂຶ້ນ, ທັງເປັນການໂຄສະນາ ສປປ ລາວ ໃຫ້ກວ້າງຂວາງໃນເວທີສາກົນ ເປັນຕົ້ນແມ່ນ ການເຊື່ອມໂຍງ ດ້ານບໍລິການຂົນສົ່ງໂດຍສານເພື່ອສົ່ງເສີມການ ທ່ອງທ່ຽວຂອງ ສປປ ລາວ ຕໍ່ບັນດາປະເທດໃນພາກພື້ນ ແລະ ໃນໂລກ ເຮັດໃຫ້ ສປປ ລາວ ກາຍເປັນຈຸດໃຈກາງການເຊື່ອມໂຍງຂອງບັນດາປະເທດອາຊຽນກັບ ສປ ຈີນ ໂດຍສະເພາະກໍແມ່ນການເຊື່ອມໂຍງລະຫວ່າງ ສປປ ລາວ ກັບສາກົນ.
ພາຍຫລັງການລະບາດຂອງພະຍາດໂຄວິດ 19 ເພື່ອຟື້ນຟູເສດຖະກິດຂອງຕົນ ບັນດາປະເທດໃນໂລກ ໄດ້ກໍານົດນະໂຍບາຍຕ່າງໆເພື່ອຍາດແຍ່ງ ແລະ ດຶງດູດນັກທ່ອງທ່ຽວ ໂດຍສະເພາະແມ່ນນັກທ່ອງທ່ຽວ ຈາກ ສປ ຈີນ ທີ່ມີກໍາລັງຊື້ໃນອັນດັບຕົ້ນໆຂອງໂລກ ໃຫ້ເຂົ້າໄປທ່ອງທ່ຽວໃນປະເທດຂອງຕົນ. ສໍາລັບ ສປປ ລາວ ກ່ອນໜ້າທີ່ຈະມີການແພ່ລະບາດ ຂອງພະຍາດໂຄວິດ – 19 ຄື: ປີ 2019 ສາມາດຕ້ອນຮັບນັກທ່ອງທ່ຽວຈີນ ເຖິງ 1 ລ້ານກວ່າ ເທື່ອຄົນ ຊຶ່ງກວມເອົາ 21% ຂອງຈໍານວນນັກທ່ອງທ່ຽວທັງໝົດທີ່ເຂົ້າມາທ່ອງທ່ຽວໃນ ສປປ ລາວ. ສໍາລັບປີ 2022 ເຖິງວ່າຍັງຢູ່ໃນໄລຍະທີ່ລັດຖະບານຈີນ ບໍ່ທັນເປີດປະເທດ ແຕ່ກໍຍັງມີນັກທ່ອງທ່ຽວຈີນທີ່ເດີນ ທາງມາຈາກປະເທດທີ່ສາມ ເຂົ້າມາທ່ຽວ ສປປ ລາວ ຈໍານວນ 45 ພັນກວ່າ ເທື່ອຄົນ.
ປັດຈຸບັນພວກເຮົາ ມີລົດໄຟຄວາມໄວສູງເຊື່ອມໂຍງລະຫວ່າງ ລາວ-ຈີນ ຖືວ່າເປັນທ່າແຮງໜຶ່ງທີ່ສໍາຄັນສຳ ລັບການອໍານວຍຄວາມສະດວກ ໃຫ້ແກ່ການເດີນທາງລະ ຫວ່າງປະເທດ ແລະ ມື້ນີ້ກໍເປັນໂອກາດດີທີ່ສອງປະເທດ ລາວ-ຈີນ ໄດ້ຮ່ວມກັນເປີດເສັ້ນທາງລົດໄຟຄວາມໄວສູງລາວ-ຈີນ ເຊື່ອມເສັ້ນທາງ ຈາກນະຄອນຫລວງວຽງຈັນ ສປປ ລາວ – ຄຸນໝິງ ສປ ຈີນ ເຮັດໃຫ້ນັກທ່ອງ ທ່ຽວມີຫລາຍທາງເລືອກ ເພື່ອເຂົ້າມາທ່ອງທ່ຽວຢູ່ສອງປະເທດເພີ່ມຂຶ້ນ.
ທ່ານ ນາງ ສວນສະຫວັນ ວິຍາເກດ ຍັງໄດ້ກ່າວຕື່ມວ່າ: ພິທີໃນມື້ນີ້ ເປັນເຫດການໜຶ່ງ ທີ່ມີຄວາມໝາຍ ຄວາມສໍາຄັນ ຄັ້ງປະຫັວດສາດໃນການພົວພັນຮ່ວມມືລະຫ່ວາງລັດຖະບານ ສປປ ລາວ ແລະ ສປ ຈີນ ທີ່ຍາມໃດກໍໃຫ້ການຊຸກຍູ້ຊ່ວຍເຫລືອເຊິ່ງກັນ ແລະ ກັນ ເພື່ອພັດທະນາປະ ເທດຊາດໃຫ້ມີຄວາມຮັ່ງມີເຂັ້ມແຂງ ດັ່ງທີ່ ທ່ານ ສີຈິ້ນຜິງ ໄດ້ກ່າວໄວ້ວ່າ: ການຮັບໃຊ້ປະຊາຊົນແມ່ນຈຸດປະສົງຮ່ວມຂອງສອງພັກ ລາວ-ຈີນ ການພົວພັນລະຫວ່າງ ລາວ-ຈີນ ກໍໄດ້ເນັ້ນໃສ່ການໃຫ້ຄວາມສຳຄັນກັບປະຊາຊົນ ແລະ ສ້າງຜົນປະໂຫຍດໃຫ້ປະຊາຊົນໃຫ້ນັບມື້ນັບ ນັບດີຂຶ້ນເລື້ອຍໆ, ກິດຈະກໍາໃນວັນນີ້ ພວກເຮົາຈະໄດ້ຈາລຶກໄວ້ໃນປຶ້ມຄໍາປະຫວັດສາດແຫ່ງສາຍພົວພັນມິດຕະພາບ ແລະ ການຮ່ວມມືຄູ່ຮ່ວມສະຕາກໍາດຽວກັນຂອງສອງຊາດລາວ-ຈີນ, ຈີນ-ລາວ ຈົນຊົ່ວກາລະນານ.
ໃນພິທີຄັ້ງນີ້, ໄດ້ມີພິທີສົ່ງຜູ້ໂດຍສານທີ່ເດີນທາງໃນຖ້ຽວປະຖົມມະລຶກໃນຄັ້ງນີ້ທີ່ເດີນທາງຈາກນະຄອນ ຫລວງວຽງຈັນ ສປປ ລາວ ໄປຫາສະຖານີໂດຍສານຄຸນຫໝິງ ສປ ຈີນ ເຊິ່ງຖ້ຽວລົດໄຟນີ້ເດີນທາງອອກຈາກສະ ຖານີນະຄອນຫລວງວຽງຈັນ ເລີ່ມເດີນທາງອອກເວລາ 8:08 ນາທີ ໃຊ້ເວລາເດີນໄປເຖິງ ຄຸນໝິງ ສປ ຈີນ ໃຊ້ເວລາ 10 ຊົ່ວໂມງເຄິ່ງ, ໃນນັ້ນລວມທັງເວລາແຈ້ງເອກະສານຂາເຂົ້າ-ຂາອອກ ສຳລັບລາຄາປີ້ຊັ້ນ 1 ແມ່ນ 864 ຢວນ, ຊັ້ນ 2 ລາຄາ 542 ຢວນ. ສຳລັບຖ້ຽວລົດໄຟ ນະຄອນ ຫລວງວຽງຈັນ-ຄຸນໝິງ ສປ ຈີນ ເປີດບໍລິການມື້ລະ 1 ຖ້ຽວ.
Loading...