ພິທີ ເປີດສູນ ລົດຍົນ ຍິຫໍ້ ເຊີຣີ້ Chery ປະຈຳ 4 ແຂວງ ພາກໃຕ້ຂອງ ສປປ ລາວ ຈັດຂຶ້ນ ທີ່ບ້ານຫ້ວຍເພັກ ເມືອງໂພນທອງ ແຂວງຈຳປາສັກ (ໂຊຣູມ ລາວສ ໂອໂຕ) ໃນວັນທີ 11 ສິງຫາ 2023 ເປັນກຽດເຂົ້າຮ່ວມຂອງທ່ານ ສຸກສະຫວັນ ວິໄລວົງ ຄະນະປະຈຳພັກແຂວງ ຫົວໜ້າພະແນກແຜນການ ແລະ ການລົງທຶນແຂວງ,.
ທ່ານ ພັນທະວີ ກຽດຕິເຂມາ ປະທານບໍລິສັດ ລາວສ ໂອໂຕ້ . ທ່ານ ດາວົງ ແກ້ວມະນີວົງ ປະທານບໍລິສັດວຽງຈັນ ມໍເຕີ ມາກເກັດ ຈຳກັດຜູ້ດຽວ ເຊີ່ງແມ່ນບໍລິສັດຕົວແທນຈຳໜ່າຍລົດ ຍິຫໍ້ ເຊີຣີ້ ຢູ່ ສປປ ລາວ.ມີພະແນກການ,ຂະແໜງການກ່ຽວຂ້ອງ,ນັກທຸລະກິດ,ລູກຄ້າຂອງ ໂຊຣູມ ລາວສ ໂອໂຕ ເຂົ້າຮ່ວມ.
ທ່ານ ພັນທະວີ ກຽດຕິເຂມາ ປະທານ ບໍລິສັດ ລາວສ ໂອໂຕ( Laos Auto )ໄດ້ກ່າວວ່າ:ຮູ້ສຶກ ເປັນກຽດ ແລະ ພາກພູມໃຈ ເປັນຢ່າງຫຍິ່ງທີ່ໄດ້ ເປີດໂຊລຸມ ລົດເຊີຣີ້ (Chery )ປະຈໍາພາກໃຕ້ຂອງລາວ.
ຈຸດປະສົງ ເພື່ອເປີດໃຫ້ບໍລິການລົດຍິຫໍ້ເຊີຣີ້ ແກ່ສັງຄົມໄດ້ຊົມໃຊ້ຢ່າງເປັທາງ ການ,ລົດຍີ່ຫໍ້ Chery ເປັນຜະລິດຕະພັນລົດຍົນຊັ້ນນຳຂອງ ສປຈີນ ແລະ ມີບໍລິການຫຼັງການຂາຍທີ່ໄດ້ມາດຕະຖານ. ຄົບວົງຈອນ.ເພື່ອໃຫ້ເປັນທາງເລືອກ ອັນໜຶ່ງໃຫ້ແກ່ລູກຄ້າ ເພາະລົດເຊີຣີ້ ເປັນລົດທີ່ມີຄຸນນະພາບດີ ແຕ່ລາຄາຖຶກ ເພາະວ່າລົດເຊີຣີ້ເປັນຫຸ້ນສ່ວນ ກັບ ແລນ ໂຣ ເວີ (Land Rover ) ແລະ ລົດຈາກົວ (Jaguar) ນໍາໃຊ້ເທັກໂນໂລຍີ ອັນດຽວກັນໃນການປະກອບລົດ ແລະ ມີມາດຕະຖານ ອັນດຽວກັນ. ເພາະສະນັ້ນ ລົດເຊີຣີ້ ຈຶ່ງຮັບປະກັນຄຸນນະພາບ ຍາວນານກ່ວາຍີ່ຫໍ້ອື່ນ 8 ປິ ຫລຶ 150.000 ກິໂລ.
ສ່ວນທ່ານ ດາວົງ ມະນີວົງ ປະທານບໍລິສັດສັດ ວຽງຈັນ ມໍເຕີ ມາກເກັດ ໄດ້ກ່າວວ່າ ມີຄວາມພາກພູມໃຈ ແລະ ໄວ້ວາງໃຈທີ່ສຸດຕໍ່ການດຳເນີນທຸລະກິດຂອງບໍລິສັດ ລາວສ ໂອໂຕ ໂດຍການບໍລິຫານງານຂອງທ່ານ ພັນທະວີ ກຽດຕິເຂມາ ນັກທຸລະກິດໜຸ່ມແໜ້ນ ຮຸ່ນໃໝ່ ໄຟແຮງ ແລະ ຄາດວ່າ ຈະສາມາດດຳເນີນທຸລະກິດໃຫ້ເຕີບໃຫຍ່ຂະຫຍາຍຕົວຂຶ້ນໄປເລື້ອຍໆ.
ໃນໂອກາດນິ້ ທ່ານ ພັນທະວີ ກຽດຕິເຂມາ ປະທານບໍລິສັດ ລາວສ ໂອໂຕ້ ແລະ ທ່ານ ດາວົງ ແກ້ວມະນີວົງ ປະທານບໍລິສັດວຽງຈັນ ມໍເຕີ ມາກເກັດ ຈຳກັດຜູ້ດຽວ ເຊີ່ງແມ່ນບໍລິສັດຕົວແທນຈຳໜ່າຍລົດ ຍິຫໍ້ ເຊີຣີ້ ຢູ່ ສປປ ລາວ ຍັງໄດ້ລົງນາມເຊັນສັນຍາຮ່ວມກັບ ບໍລິສັດ ລາວສ ໂອໂຕ້ ເພື່ອໃຫ້ບໍລີສັດລາວສ ໂອໂຕ ເປັນຕົວແທນຈຳໜ່າຍ ລົດຍິຫໍ້ເຊີຣີ້ ແລະ ບໍລິການຫຼັງການຂາຍແບບຄົບວົງຈອນ ພຽງບໍລິສັດດຽວ ຢູ່ພາກໃຕ້ ຂອງ ສປປ ລາວຕື່ມອີກ.
ປະຈຸບັນ ບໍລິສັດ ລາວສ ໂອໂຕ ໄດ້ມີ ລົດຍີ່ຫໍ້ Chery ມາຈຳໜ່າຍຫຼາຍ ຮຸ່ນ ເຊັ່ນ ຮຸ່ນລາຄາ ຕໍ່າສຸດ 18 000 ໂດລາ, 27 000 ໂດລາ,30 000 ໂດລາ, 35 000 ໂດລາ.ໂດຍສະເພາະໃນໄລຍະເປີດສູນບໍລິການໃໝ່ ລູກຄ້າຊື້ລົດ ເຊີຣີ້ 1 ຄັນ. ແຖມທັນທີ ລົດຈັກເວບ 100 cc 1 ຄັນ.ທ່ານໃດສົນໃຈ ລົດເຊີຣີ້ ສາມາດຕິດຕໍ່ໄດ້ທີ່ໂຊຣູມ ລາວສ ໂອ ໂຕ ຕັ້ງຢູ່ຂ້າງຈຸດເກັບເງິນຜ່ານທາງ ບ້ານຫ້ວຍເພັກ ເມືອງໂພນທອງ ແຂວງຈຳປາສັກ.
ໂທລະສັບ 031 255 579, 020 5730 6456 ຫຼືຕິດຕໍ່ທີ່ ໂຊ ຣູມ ມີພະນັກງານກຽມພ້ອມບໍລິການດ້ວຍຄວາມຍິນດີຕ້ອນຮັບ.
ເກດສະໜາ ແກ້ວສຸວັນນະແສງ


