ວັນທີ 09 ກັນຍາ ຜ່ານມານີ້ ຄະນະພັດ ທະນາກຸ່ມບ້ານມົກຄະ ເມືອງວຽງຄໍາ ແຂວງຫລວງພະບາງ ໄດ້ຈັດພິທີເປີດສູນບໍາບັດຢາເສບຕິດ ເຊິ່ງພິທີດັ່ງກ່າວໄດ້ຈັດຂຶ້ນຢູ່ບ້ານມົກຄະ ເມືອງວຽງຄໍາ ແຂວງຫຼວງພະບາງ ໂດຍເປັນປະທານຂອງ ທ່ານ ຊາຍພອນ ຈັນທຸມມາ ເຈົ້າເມືອງ ປະທານປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ເມືອງວຽງຄໍາ, ມີ ຫົວໜ້າ-ຮອງຫົວໜ້າຫ້ອງການ, ກົມກອງ, ອົງການປົກຄອງບ້ານພາຍໃນກຸ່ມ ຕະຫຼອດຮອດເປົ້າໝາຍເຂົ້າບໍາບັດຢາເສບຕິດ ຈໍານວນ 13 ຄົນ, ເຂົ້າຮ່ວມ.
ພິທີ ພັນໂທ ຫຸມແພງ ວິໄລພອນ ຮອງຫົວໜ້າກອງບັນຊາການປ້ອງກັນຄວາມສະຫງົບເມືອງ ໄດ້ຜ່ານຂໍ້ຕົກລົງຂອງທ່ານເຈົ້າເມືອງ ວ່າດ້ວຍການອະນຸມັດ ເປີດຂະບວນການບຳບັດຜູ້ຕິດຢາເສບຕິດ ຢູ່ກຸ່ມມົກຄະ ເມືອງວຽງຄໍາ ໂອກາດນີ້ ທ່ານ ຊາຍພອນ ຈັນທຸມມາ ໄດ້ມີຄໍາເຫັນຊີ້ນໍາໃຫ້ຜູ້ເຂົ້າຮ່ວມ ເຫັນໄດ້ຜົນຮ້າຍຂອງສິ່ງເສບຕິດ ທີ່ສົ່ງຜົນກະທົບຢ່າງຫຼວງຫຼາຍຕໍ່ຊີວິດ, ຊັບສິນ ຂອງຜູ້ເສບ, ຂອງຄອບຄົວ ແລະສັັງຄົມ; ພ້ອມທັງຮຽກຮ້ອງໃຫ້ຂະ ແໜງການທີ່ກ່ຽວ ຂ້ອງ, ຄະນະບ້ານພາຍ ໃນກຸ່ມ ເປັນເຈົ້າການຊຸກຍູ້, ຊ່ວຍເຫຼືອເບິ່ງແຍງຊີວິດການເປັນຢູ່ ຂອງຜູ້ທີ່ເຂົ້າບໍາບັດ; ສ່ວນຜູ້ຖືກບຳບັດ ຕ້ອງຕັດສິນໃຈສູງ ໃນການປະຕິບັດລະບຽບ ເພື່ອໃຫ້ຕົນເອງສາມາດຕັດຢາເສບຕິດ ແລະສາມາດອອກສູນບໍາບັດ ເພື່ອໄປນຳໃຊ້ຊີວິດຢູ່ໃນສັງຄົມໄດ້ຕາມປົກກະຕິ, ທັງນີ້ ກໍ່ເພື່ອເຮັດໃຫ້ຜູ້ປະສົບເຄາະຮ້າຍ ຫຼື ຜູ້ຕິດສິ່ງເສບຕິດ ຫຼຸດຜົ້ນອອກຈາກບັນຫາການພົວພັນກັບສີ່ງເສບຕິດ ທຸກຮູບແບບ ແນໃສ່ເຮັດໃຫ້ບ້ານມີຄວາມສະຫງົບ ແລະສັງຄົມມີຄວາມເປັນລະບຽບຮຽບຮ້ອຍ.
ຂ່າວ: ບຸນທັນ ໄຊຍະວົງ ຫ້ອງການ ຖວທ ເມືອງວຽງຄໍາ



