ສະຫະພັນບານເຕະແຫ່ງຊາດລາວ ( ສຕລ) ຈັດພິທີເປີດສູນພັດທະນາກິລາບານເຕະ ຈໍາປີ-ຈໍາປາ ຢ່າງເປັນທາງການໃນຕອນເຊົ້າວັນທີ 20 ມີນາ 2021 ຢູ່ສະຫະພັນບານເຕະແຫ່ງຊາດລາວ, ບ້ານຫ້ວຍຫົງ, ເມືອງໄຊທານີ, ນະຄອນຫລວງວຽງຈັນ.
ທ່ານ ວີເພັດ ສີຫາຈັກຣ ປະທານ ສະຫະພັນບານເຕະແຫ່ງຊາດລາວ ( ສຕລ) ໃຫ້ສໍາພາດວ່າ: ຈຸດປະສົງການເປີດສູນດັ່ງກ່າວນີ້ ເພື່ອແນໃສ່ພັດທະນານັກກິລາບານເຕະຮຸ້ນເຍົາວະຊົນໃຫ້ມີທັກສະການແຂ່ງຂັນກິລາບານເຕະນັບມື້ດີຂຶ້ນ, ທັງເປັນການສົ່ງເສີມໃຫ້ເຍົາວະຊົນຫັນມາຫລີ້ນກິລາໃຫ້ຫລາຍຂຶ້ນເພື່ອຫ່າງໄກຈາກປະກົດ ການຫຍໍ້ທໍ້ຕ່າງໆ. ນອກຈາກນີ້ ການເປີດພັດທະນາສູນກິລາໃນຄັ້ງນີ້ ຍັງເປັນການປະຕິບັດຕາມໂຄງການພັດທະນາກິລາບານເຕະຂອງ ສຕລ ແຕ່ປີ 2020-2024 ແລະ ເປັນການພັດທະນາປື້ມຄູ່ມືການສິດສອນຕາມການຊີ້ນໍາຂອງສະຫະພັນບານ ເຕະສາກົນ ຫລື FIFA ເພື່ອໃຫ້ມີສູນເຝິກກິລາບານເຕະທີ່ຖືກ ແນ່ໃສ່ພັດທະນາເຍົາວະຊົນນັບແຕ່ເລີ່ມຕົ້ນໃຫ້ມີທັກສະການແຂ່ງຂັນທີ່ດີ ແລະ ຖືກຕ້ອງຕາມຫລັກການ ເຊີ່ງສ່ວນໃຫຍ່ນໍາໃຊ້ຄູເຝິກໃນລະດັບ ຊີ ລາຍເຊັນ (‘C’ Coaching Certificate) ພາຍໃນ ສຕລ ເປັນຜູ້ເຝິກສອນ.
ປະທານ ສຕລ ໃຫ້ຮູ້ຕື່ມວ່າ: ໃນຕໍ່ໜ້າ ສຕລ ມີແຜນຈະເປີດສູນພັດທະນາກິລາບານເຕະ ຈໍາປີ-ຈໍາປາ ໃຫ້ຄົບທຸກແຂວງໃນທົ່ວປະເທດ, ແຕ່ໃນນີ້ ສະເພາະປີ 2021 ນີ້ ມີແຜນເປີດໃຫ້ໄດ້ 1-2 ສູນ ແຕ່ປັດຈຸບັນຍັງບໍ່ທັນຮູ້ເທື່ອວ່າຈະເລີ່ມ ຕົ້ນເປີດຢູ່ແຂວງໃດກ່ອນເພາະຕ້ອງໄດ້ປະເມີນ ຫລື ກວດກາຄວາມພ້ອມດ້ານຕ່າງໆ ໃຫ້ຄົບຕາມເງື່ອນໄຂກ່ອນຈິ່ງສາມາດອະນຸຍາດໃຫ້ເປີດສູນດັ່ງກ່າວໄດ້. ພ້ອມນີ້ ທ່ານຍັງໄດ້ຮຽກຮ້ອງມາຍັງພໍ່ແມ່ຜູ້ປົກຄອງທຸກຄົນຖ້າຢາກໃຫ້ລູກຫລານຂອງຕົນເຂົ້າໄປເຝິກແອບຢູ່ສູນກິລາບານເຕະ ຈໍາປີ-ຈໍາປາ ແມ່ນສາມາດເຂົ້າໄປພົວພັນຢູ່ ສຕລ ໄດ້.
ສໍາລັບຕາຕະລາງເຝິກແອບຢູ່ສູນພັດທະນາກິລາບານເຕະ ຈໍາປີ-ຈໍາປາ ແມ່ນທຸກໆ ວັນເສົາ ແລະ ວັນອາທິດ, ເລີ່ມແຕ່ເວລາ 7 ໂມງ 30 ນາທີ – 9 ໂມງ 00 ນາທີ ເຊີ່ງມີທັງໝົດ 5 ລຸ້ນ ຄື: 8 ປີ, 10 ປີ, 12 ປີ, 14 ປີ ແລະ 16 ປີ. ສ່ວນການເຝິກແອບແຕ່ລະຊຸດໃຊ້ເວລາທັງໝົດ 10 ເດືອນ.

Loading...