ກົມຮູບເງົາ, ກະຊວງຖະແຫຼງຂ່າວ, ວັດທະນະທຳ ແລະທ່ອງທ່ຽວ ຮ່ວມກັບ ວິທະຍຸສາກົນແຫ່ງປະເທດຈີນ ຫລື CRI ປະຈໍາລາວ ໄດ້ຈັດພິທີເປີດເທດສະການຮູບເງົາດີເດັ່ນ ລາວ-ຈີນ ປະຈໍາປີ 2021 ທີ່ຫໍວັດທະນະທໍາແຫ່ງ ຊາດ, ນະຄອນຫລວງວຽງຈັນ ໃນວັນທີ 15 ມີນາ 2021 ໂດຍການເຂົ້າຮ່ວມຂອງ ທ່ານ ສະຫວັນຄອນ ຣາຊມຸນຕີ ຮອງລັດຖະມົນຕີກະຊວງ ຖະແຫຼງຂ່າວ, ວັດທະນະທໍາ ແລະ ທ່ອງທ່ຽວ, ທ່ານ ແສງອາ ລຸນ ທີ່ປຶກສາສະຖານ ທູດ ສປ ຈີນ ປະຈໍາ ລາວ ແລະ ພາກສ່ວນທີ່ກ່ຽວຂ້ອງລາວ-ຈີນ ເຂົ້າຮ່ວມຮັບຊົມ 500 ກວ່າຄົນ.
ທ່ານ ຄຳເພົ້າ ວັນນະວົງ, ຫົວໜ້າກົມຮູບເງົາ ຂຶ້ນມີຄຳເຫັນວ່າ: ງານເທດສະການສາຍຮູບເງົາຄັ້ງນີ້ ເປັນກິດຈະກຳໜຶ່ງທີ່ທັງ ສອງຝ່າຍ ລາວ-ຈີນ, ຈີນ-ລາວ ໄດ້ຮ່ວມກັນຈັດຂຶ້ນ ເພຶ່ອສະເຫຼີມສະຫຼອງວັນສ້າງຕັ້ງສາຍພົວພັນທາງການທູດ ລາວ-ຈີນ ຄົບຮອບ 60 ປີ (25 ເມສາ 1961-25ເມສາ 2021, ເຊີ່ງທ່ານສະແດງຄວາມເຊື່ອໝັ້ນວ່າ ງານຄັ້ງນີ້ຈະກາຍເປັນເວທີ ແຫ່ງການສົ່ງເສີມການພົວພັນ ແລະ ແລກປ່ຽນວັດທະນະທຳລະຫວ່າງສອງຊາດ ໂດຍຜ່ານການຊົມຮູບເງົາຈີນທີ່ພາກເປັນພາສາລາວ ເພາະຈະເຮັດໃຫ້ ປະຊາຊົນລາວບັນດາເຜົ່າ ໄດ້ຮັບຮູ້ເຖິງການພັດທະນາເທັກໂນໂລຊີ, ເສດຖະ ກິດ, ສັງຄົມ ແລະ ວັດທະນະທຳຂອງຈີນເພິ່ມຂຶ້ນ, ພ້ອມນີ້ ທ່ານໄດ້ສະແດງຄວາມຫວັງວ່າ ສອງຝ່າຍ ຈະສຶບຕໍ່ການຮ່ວມມື ແລະ ການຊ່ວຍເຫຼືອເຊິ່ງກັນ ແລະ ກັນຫຼາຍຂຶ້ນ ເພຶ່ອປະກອບສ່ວນເສີມຂະຫຍາຍສາຍພົວພັນມິດ ຕະພາບລະຫວ່າງສອງພັກ-ລັດ ແລະ ປະຊາຊົນສອງຊາດ ລາວ-ຈີນໃຫ້ໝັ້ນຄົງທະນົງແກ່ນຕະຫຼອດໄປ.
ສ່ວນ ທ່ານ ນາງ ແສງແກ້ວ ຫົວໜ້າອຳນວຍການວິທະຍຸສາກົນແຫ່ງປະເທດຈີນ ປະຈໍາລາວ ກ່າວວ່າ: ນີ້ເປັນຄັ້ງທີ 4 ທີ່ຈັດໃຫ້ມີເທດສະການຮູບເງົາດີເດັ່ນລາວ-ຈີນ, ເຊີ່ງຄັ້ງທີ 1 ຈັດຂື້ນໃນປີ 2017, ຄັ້ງທີ 2 ຈັດຂື້ນປີ 2018 ແລະ ຄັ້ງທີ 3 ຈັດຂື້ນໃນ ປີ 2019. ນອກຈາກສາຍຮູບເງົາດີເດັ່ນລາວ-ຈີນ ຄືປີຜ່ານມາແລ້ວ, ປີນີ້ ວິທະຍຸສາກົນ ແຫ່ງປະເທດຈີນ ຍັງຈະມອບເຄື່ອງສາຍຮູບເງົາ ແລະ ອົບຮົມພະນັກງານວິຊາການໃຫ້ບາງແຂວງທີ່ມີເງື່ອນໄຂ ເພື່ອເປັນການເປີດກວ້າງຂອບເຂດການສາຍຮູບເງົາເຄື່ອນທີ່ ໃຫ້ປະຊາຊົນຢູ່ທ້ອງຖິ່ນໄດ້ຮັບຮູ້ກ່ຽວກັບວັດທະນະທຳຈີນ ກໍຄື ປະເທດຈີນນັບມື້ຫລາຍຂຶ້ນ.
ເທດສະການຮູບເງົາດີເດັ່ນລາວ-ຈີນປະຈໍາປີ 2021 ໄດ້ເຊີນຊວນສິລະ ປິນທີ່ມີຊື່ສຽງ ແລະ ນັກພາກຂອງລາວມາຮ່ວມກັນພາກ 4 ເລື່ອງ ຄື: ນາທີຊີວິດ, ໜຸ່ມຈີນປີນຕາມຝັນ, ຈອມຍຸດ 7 ຂຸນເຂົາ ແລະ 40 ປີຂອງພວກເຮົາ, ບວກກັບຮູບເງົາດີເດັ່ນລາວຈຳນວນໜຶ່ງ. ພາຍຫຼັງພິທີເປີດງານໃນຄັ້ງນີ້, ທີມງານສາຍຮູບເງົາ ຈະອອກເດີນທາງໄປສາຍຮູບເງົາ ຢູ່ 8 ແຂວງຂອງລາວໂດຍບໍ່ເສຍຄ່າເຂົ້າຊົມ ຄື: ແຂວງຈໍາປະສັກ, ເຊກອງ, ຄໍາມ່ວນ, ຫຼວງພະບາງ, ອຸດົມໄຊ, ຫົວພັນ, ບໍ່ແກ້ວ ແລະ ແຂວງຊຽງຂວາງ ຈົນຮອດທ້າຍ ເດືອນເມສາ 2021 ຈິ່ງຈະສຳເລັດ.
ຂ່າວ: ບຸນຕຽງ ຈັນທະວົງ
Loading...