ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກ ເຂົ້າສູ່ຊີວິດຈິງ
ການຜະລິດທີ່ດີ, ລະບົບວິເຄາະ ແລະ ຄວບຄຸມຈຸດວິກິດ (GMP /HACCP).
ໃນວັນທີ 20 ເມສາ 2022 ກົມສົ່ງເສີມວິສາຫະກິດຂະໜາດນ້ອຍ ແລະ ກາງ, ກະຊວງອຸດສາ ຫະກໍາ ແລະ ການຄ້າ ໄດ້ຈັດກອງປະຊຸມສໍາມະນາເປີດໂຄງ ການຍົກລະດັບການແຂ່ງຂັນຂອງຂະແໜງທຸລະກິດກະສິກໍາ ໂດຍຜ່ານການຢັ້ງຢືນການຜະລິດທີ່ດີ, ລະບົບວິເຄາະ ແລະ ຄວບຄຸມຈຸດວິກິດ ແລະ ຄັດເລືອກບໍລິສັດ ຫຼື ໂຮງງານ ເພື່ອມາເປັນຕົວແບບດ້ານ GMP / HACCP ໃຫ້ໄດ້ຮັບການຢັ້ງຢືນ. ໂດຍການເປັນປະທານຂອງ ທ່ານ ບຸນເຖິງ ດວງສະຫວັນ, ຮອງລັດຖະມົນຕີກະ ຊວງອຸດສາຫະກໍາ ແລະ ການຄ້າ ເປັນກຽດເຂົ້າຮ່ວມຂອງທ່ານ.ອ່ອນຈັນ ຄໍາພາວົງ ຮອງເຈົ້າແຂວງຫຼວງນໍ້າທາ. ມີຜູ້ຕາງໜ້າຈາກຂະແໜງການ ທີ່ກ່ຽວຂ້ອງຂອງແຂວງ ແລະ ແຂກທີ່ຖຶກເຂົ້າຮ່ວມ.
ທ່ານ ບຸນເຖິງ ດວງສະຫວັນ, ຮອງລັດຖະມົນຕີກະຊວງອຸດສາຫະກໍາ ແລະ ການຄ້າ ການຈັດຕັ້ງໃຫ້ຮູ້ວ່າ: ໂຄງການດັ່ງກ່າວ ໄດ້ຮັບການອະນຸມັດແຕ່ທ້າຍປີ 2019, ມີມູນຄ່າ 126.000 ໂດລາສະຫະລັດ ຈັດຕັ້ງປະຕິບັດຢູ່ 3 ແຂວງຄື: ຫຼວງນ້ຳທາ, ຈຳປາສັກ ແລະ ສາລະວັນ, ເປັນໂຄງການຊ່ວຍເຫຼືອລ້າ ຈາກກອງທຶນພິເສດ ພາຍໃຕ້ຂອບການຮ່ວມມື ແມ່ຂອງແມ່ນ້ຳລ້ານຊ້າງ ຊຶ່ງເປັນການຮ່ວມມື ລະຫວ່າງ ສປ ຈີນ ກັບ ສປປ ລາວ, ມຽນມາ, ໄທ, ຫວຽດນາມ ແລະ ກຳປູເຈຍ, ໂດຍແມ່ນກົມສົ່ງເສີມວິສາຫະກິດຂະໜາດນ້ອຍ ແລະ ກາງ ສົມທົບກັບພະແນກອຸດສາຫະກໍາ ແລະ ການຄ້າແຂວງ ແລະ ຜູ້ປະກອບກິດຈະການ ເພື່ອສ້າງບຸກຄະລາກອນ ຂອງແຂວງໃຫ້ເປັນຊ່ຽວຊານດ້ານທີ່ປຶກສາ,ການສ້າງຄວາມເຂັ້ມແຂງໃຫ້ຜູ້ປະກອບກິດຈະການ ຂອງແຂວງໂດຍສະເພາະຫົວໜ່ວຍ SME ໃຫ້ໄດ້ຮັບການປັບປຸງທາງດ້ານຜະລິດຕະພາບ ແລະ ການຍົກລະດັບມາດຕະຖານຜະລິດຕະພາບໃຫ້ໄດ້ຮັບການຢັ້ງຢືນການຜະລິດທີ່ດີ, ລະບົບວິເຄາະ ແລະ ຄວບຄຸມຈຸດວິກັດ (GMP /HACCP). ລະບົບການຢັ້ງຢືນດັ່ງກ່າວນັ້ນຍັງຊ່ວຍຫຼຸດຜ່ອນຕົ້ນທຶນການຜະລິດ ແລະ ສ້າງມູນຄ່າເພີ່ມໃຫ້ແກ່ຜະລິດສິນຄ້າ ເພື່ອສະໜອງຄວາມຕ້ອງການຂອງຕະຫຼາດທັງພາຍໃນແຂວງ ແລະ ສົ່ງເສີມການສົ່ງອອກໃນຕໍ່ໜ້າ,ສົ່ງເສີມວິສາ ຫະກິດຂະໜາດນ້ອຍ ແລະ ກາງ ເຮັດໜ້າທີ່ເປັນເສນາທິ ການ,ເປັນໃຈກາງປະສານງານໃນການກຳ ນົດນະໂຍບາຍ ແລະ ຈັດຕັ້ງປະ ຕິບັດວຽກງານສົ່ງເສີມວິສາຫະກິດຂະໜາດນ້ອຍ ແລະ ກາງ ຕາມກົດໝາຍວ່າດ້ວຍການສົ່ງເສີມວິສາຫະກິດຂະໜາດນ້ອຍ ແລະ ກາງ ຊຶ່ງລວມມີທັງເງິນບ້ວງອັດ ຕາດອກເບ້ຍ 3% ຕໍ່ປີ ຂອງລັດຖະບານ, ຢູ່ແຂວງຫຼວງນ້ຳທາ ມີ 2 ຫົວໜ່ວຍ ລວມມູນຄ່າ 1,5 ຕື້ກີບ: ບໍລິສັດຮ່ວມໃຈພັດທະນາຄົບວົງຈອນ ຜູ້ດຽວ ເຢັງລີ ເຢຍເຊັງ ແລະ ຟາມລ້ຽງງົວຈອມແສງ. ປັດຈຸບັນ ກະຊວງອຸດສາຫະກໍາ ແລະ ການຄ້າ ພວມປັບປຸງກົດ ໝາຍວ່າ ດ້ວຍການສົ່ງເສີມວິສາ ຫະກິດຂະໜາດນ້ອຍ ແລະ ກາງ ຊຶ່ງໄດ້ຖືກຮັບຮອງເອົາຢູ່ໃນກອງປະຊຸມລັດຖະບານ, ໂຄງການດັ່ງກ່າວໄດ້ຮັບການສະໜັບສະໜູນໂດຍ ກອງທຶນພິເສດແມ່ນໍ້າຂອງ- ແມ່ນໍ້າລ້ານຊ້າງ ໂດຍຜ່ານກົມເສດຖະກິດ, ກະຊວງການຕ່າງປະເທດ, ມູນຄ່າໂຄງການທັງໝົດ 138,000 ໂດລາສະຫະລັດ. ຈາກນັ້ນກອງປະຊຸມຍັງໄດ້ຮັບຟັງການສະເໜີພາລະບົດບາດໃນການການສົ່ງເສີມວິສາຫະກິດຂະໜາດໜ້ອຍ ແລະ ກາງ, ລາຍງານຈຸດປະສົງ ແລະ ເປົ້າໝາຍຂອງໂຄງການ, ສະເໜີຫຼັກການ ແລະ ຜົນໄດ້ຮັບຈາກການຢັ້ງຢືນ (GMP /HACCP)., ຜ່ານແຜນງານ ແລະ ທິດທາງຕໍ່ໜ້າຂອງໂຮງງານທີຖືກຂັດເລືອກ.
ຂ່າວ: ອຸ້ມ ສົມນໍວັນ