ກອງປະຊຸມເຜີຍແຜ່ກົດໝາຍ ວ່າດ້ວຍການສໍາຫຼວດວັດແທກ ແລະ ສ້າງແຜນທີ່ ໃຫ້ 04 ແຂວງພາກໃຕ້ ໄດ້ຈັດຂຶ້ນໃນວັນທີ 26 ກໍລະກົດ 2022 ນີ້ ທີ່ ນະຄອນປາກເຊ ແຂວງຈໍາປາສັກ ພາຍໃຕ້ການເປັນປະທານຂອງ ທ່ານ ປອ. ທອງຈັນ ມະນີໄຊ ລັດຖະມົນຕີກະຊວງພາຍໃນ, ມີຄະນະຫ້ອງການ-ກົມ ກະຊວງພາຍໃນ ແລະ ມີບັນດາທ່ານຫົວໜ້າ-ຮອງຫົວໜ້າພະແນກພາຍໃນ 04 ແຂວງພາກໃຕ້ ຄື: ແຂວງຈໍາປາສັກ, ສາລະວັນ, ເຊກອງ ແລະ ແຂວງອັດຕະປື ບັນດາຫ້ອງການພາຍໃນເມືອງຂອງແຂວງຈໍາປາສັກ ແລະ ບັນດາຫົວໜ້າຂະແໜງ-ຮອງຫົວໜ້າຂະແໜງ ຈາກພະແນກພາຍໃນແຂວງຈໍາປາສັກ ແລະ ມີຕາງໜ້າຈາກ ພະແນກການອ້ອມຂ້າງແຂວງຈໍາປາສັກ ເຂົ້າຮ່ວມ.

ທ່ານ ປອ ທອງຈັນ ມະນີໄຊ ລັດຖະມົນຕີກະຊວງພາຍໃນ ໄດ້ມີຄໍາເຫັນວ່າ: ຂໍ້ມູນສໍາຫຼວດວັດແທກ, ພາບຖ່າຍທາງອາກາດ, ແຜນທີ່ ແລະ ຂໍ້ມູນຂ່າວສານພູມສາດ ມີຄວາມສໍາຄັນ ແລະ ຈໍາເປັນສໍາລັບທຸກໆປະເທດ ບໍ່ວ່າປະເທດນັ້ນຈະເປັນປະເທດທີ່ມີເສດຖະກິດຂະຫຍາຍຕົວສູງ, ກໍາລັງຂະຫຍາຍຕົວ ແລະ ປະເທດດ້ອຍພັດທະນາກໍຕາມ ຂໍ້ມູນດັ່ງກ່າວແມ່ນມີຄວາມຈໍາເປັນ ແລະ ເປັນຂໍ້ມູນທີ່ເປັນພື້ນຖານເພື່ອນຳໃຊ້ເຂົ້າໃນການວາງແຜນພັດທະນາເສດຖະກິດສັງຄົມ, ປ້ອງກັນຊາດ-ປ້ອງກັນຄວາມສະຫງົບ, ຄຸ້ມຄອງຊັບພະຍາກອນທຳມະຊາດ, ປົກປັກຮັກສາສິ່ງແວດລ້ອມ, ຄົ້ນຄ້ວາວິທະຍາສາດແລະ ຍັງເປັນເອກະສານຫຼັກຖານສໍຳຄັນ ທາງດ້ານກົດໝາຍ ໃນການເຈລະຈາກໍານົດເສັ້ນຊາຍແດນ ແລະ ປັກຫຼັກໝາຍຊາຍແດນລະຫ່ວາງຊາດກັບບັນດາປະເທດອ້ອມຂ້າງ, ແຜນທີ່ຍັງເປັນເອກະສານຂໍ້ມູນໜຶ່ງ ທີ່ສໍາຄັນໂດຍ ນໍາໃຊ້ເຂົ້າໃນວຽກງານການສຶກສາ ເພື່ອໃຫ້ຮັບຮູ້ໄດ້ຮູບຮ່າງຂອງໜ່ວຍໂລກ, ພື້ນທີ່ຂອງປະເທດ, ເຂດແດນການປົກຄອງ, ເພື່ອຈັດຕັ້ງປະຕິບັດວຽກງານດັ່ງກ່າວ ໃຫ້ລວມສູນ ເປັນເອກະພາບ ໃນຂອບເຂດທົ່ວປະເທດ ການຄົ້ນຄ້ວາວາງນະໂຍບາຍ, ລະບຽບກົດໝາຍ, ຂໍ້ກໍານົດ, ມາດຕະຖານເຕັກນິກອອກເພື່ອຄຸ້ມຄອງ, ຕິດຕາມ ກວດກາ, ຊຸກຍູ້ສົ່ງເສີມ ຈັດຕັ້ງປະຕິບັດວຽກງານດັ່ງກ່າວ ໃຫ້ມີປະສິດທິພາບ, ປະສິດທິຜົນສູງ.
ກົດໝາຍວ່າດ້ວຍ ການສໍາຫຼວດວັດແທກ ແລະ ສ້າງແຜນທີ່ ເປັນເຄື່ອງມືທີ່ສຳຄັນໃຫ້ແກ່ການຄຸ້ມຄອງການຈັດຕັ້ງປະຕິບັດ ແລະ ພັດທະນາວຽກງານການສໍາຫຼວດວັດແທກ ແລະ ສ້າງແຜນທີ່ ນັບແຕ່ຂັ້ນສູນກາງ ແລະ ທ້ອງຖິ່ນ ໃນການຄຸ້ມຄອງການເຄື່ອນໄຫວວຽກງານສຳຫຼວດວັດແທກ, ຖ່າຍພາບທາງອາກາດ ແລະ ສ້າງແຜນທີ່ ໃຫ້ຖືກຕ້ອງຕາມແນວທາງນະໂຍບາຍ ແລະ ນິຕິກຳຕ່າງໆຂອງລັດ ວາງອອກ, ສາມາດຄຸ້ມຄອງການເຄື່ອນໄຫວວຽກງານດັ່ງກ່າວ ຂອງບຸກຄົນ, ນິຕິບຸກຄົນ ແລະ ການຈັດຕັ້ງທັງພາຍໃນ ແລະ ຕ່າງປະເທດ ຢ່າງມີປະສິດທິຜົນ ເຮັດໃຫ້ການສ້າງ ແລະ ນຳໃຊ້ຂໍ້ມູນແຜນທີ່ ລວມສູນເປັນເອກະພາບໃນຂອບເຂດທົ່ວປະເທດ ໂດຍມີມາດຕະຖານເຕັກນິກດຽວກັນ, ມີຄວາມສະດວກໃນການຄຸ້ມຄອງ-ກວດກາ, ນຳໃຊ້ ແລະ ແລກປ່ຽນຂໍ້ມູນຮ່ວມກັນ, ສະດວກໃນການປັບປຸງ ແລະ ສະໜອງຂໍ້ມູນ.


ທ່ານ ນ ສີໄຄ ສໍສິລິບຸນມາ ຫົວໜ້າກົມແຜນທີ່ແຫ່ງຊາດ ໄດ້ເຜີຍແຜ່ກົດໝາຍວ່າດ້ວຍການສໍາຫຼວດວັດແທກ ແລະ ສ້າງແຜນທີ່ ໂດຍໄດ້ຍົກໃຫ້ເຫັນວ່າ: ກົດໝາຍວ່າດ້ວຍ ການສໍາຫຼວດວັດແທກ ແລະ ສ້າງແຜນທີ່ ໄດ້ກໍານົດຫຼັກການ, ລະບຽບການ ແລະ ມາດຕະການ ໃນການຄຸ້ມຄອງ, ຕິດຕາມ, ກວດກາ ວຽກງານສໍາຫຼວດວັດແທກ ແລະ ສ້າງແຜນທີ່ ເພື່ອເຮັດໃຫ້ວຽກງານດັ່ງກ່າວ ມີປະສິດທິພາບ, ປະສິດທິຜົນ ແລະ ທັນສະໄໝ ແນໃສ່ເຮັດໃຫ້ການສໍາຫຼວດວັດແທກ ແລະ ການສ້າງແຜນທີ່ ດໍາເນີນໄປຢ່າງເປັນເອກະພາບ, ຖືກຕ້ອງ, ຊັດເຈນ, ສາມາດເຊື່ອມໂຍງກັບພາກພື້ນ ແລະ ສາກົນ ປະກອບສ່ວນເຂົ້າໃນວຽກງານປ້ອງກັນຊາດ-ປ້ອງກັນຄວາມສະຫງົບ, ຄຸ້ມຄອງຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມ ແລະ ການພັດທະນາເສດຖະກິດ-ສັງຄົມຂອງຊາດ, ເຊິ່ງປະກອບມີ 10 ພາກ, 16 ໝວດ ແລະ 92 ມາດຕາ.
ໃນໂອກາດດຽວກັນນີ້ ທ່ານລັດຖະມົນຕີກະຊວງພາຍໃນ ຍັງໄດ້ມອບອຸປະກອນໄອທີ ໃຫ້ ພະແນກພາຍໃນ 04 ແຂວງພາກໃຕ້ ປະກອບມີ: ໂນດບຸກ ພາກສ່ວນລະ 02 ຊຸດ ແລະ ອຸປະກອນສໍາລັບນໍາໃຊ້ເຂົ້າໃນການດໍາເນີນກອງປະຊຸມທາງໄກ ພາກສ່ວນລະ 01 ຊຸດ ແລະ ໄດ້ມອບ ໂນດບຸກ ໃຫ້ບັນດາເມືອງຂອງ 04 ແຂວງພາກໃຕ້ ເມືອງລະ 01 ຊຸດ ທັງນີ້ເພື່ອຫັນເປັນທັນສະໄໝເທື່ອລະກ້າວ ແລະ ສ້າງສິ່ງອໍານວຍຄວາມສະດວກໃຫ້ແກ່ການຈັດຕັ້ງປະຕິບັດວຽກງານ ແລະ ການປຶກສາຫາລືວຽກງານຮ່ວມກັນຂອງຂະແໜງພາຍໃນ ໃຫ້ມີປະສິດທິພາບສູງຂຶ້ນ ສະດວກ ວ່ອງໄວ ແລະ ທັນສະພາບການ. ອຸປະກອນດັ່ງກ່າວແມ່ນໄດ້ຮັບການສະໜັບສະໜູນຈາກລັດຖະບານເຢຍລະມັນ ໂດຍຜ່ານແຜນງານການມີສ່ວນຮ່ວມຂອງປະຊາຊົນຕໍ່ວຽກງານການປົກຄອງທີ່ດີ ແລະ ການສ້າງລັດທີ່ປົກຄອງດ້ວຍກົດໝາຍ(ແຜນງານເຊກາ-CEGGA) ເຊິ່ງຫ້ອງການກະຊວງພາຍໃນ ເປັນຫ້ອງການກອງເລຂາ ຂອງແຜນການດັ່ງກ່າວ.
