ວັນທີ 28 ເມສາ 2022. ຢູ່ທີ່ສະໂມສອນ ເມືອງເງິນ ແຂວງ ໄຊຍະບູລີ. ໄດ້ຈັດກອງປະຊຸມ ເຜີຍແຜ່ຜົນສຳເລັດຂອງກອງປະຊຸມໃຫຍ່ ຜູ້ແທນແມ່ຍິງ ທົ່ວປະເທດ ຄັ້ງທີ VIII, ເຂົ້າຮ່ວມເປັນກຽດ ມີທ່ານ ນາງ ຄຳຜີວ ພັນທະວົງ ກຳມະການພັກແຂວງ ຄະນະບໍລິຫານງານສູນກາງສະຫະພັນແມ່ຍິງລາວ, ປະທານ ຄະນະບໍລິຫານງານສະຫະພັນແມ່ຍິງແຂວງ, ມີທ່ານ ອິນເນດ ຂຽວສີຟ້າ ຄະນະປະຈຳພັກເມືອງ ປະທານ ແນວລາວສ້າງຊາດເມືອງ ຜູ້ຊີ້ນຳວຽກງານ ອົງການຈັດຕັ້ງມະຫາຊົນ, ມີກໍາມະການພັກເມືອງ, ຫົວໜ້າຫ້ອງການ, ຄະນະບໍລິຫານງານສະຫະພັນແມ່ຍິງເມືອງ, ຫົວໜ້າໜ່ວຍແມ່ຍິງອ້ອມຂ້າງ, ຄະນະສະຫະພັນແມ່ຍິງບ້ານເທດສະບານເມືອງເຂົ້າຮ່ວມ.
ທ່ານ ນາງ ຄຳຜີວ ພັນທະວົງ ກຳມະການພັກແຂວງ, ຄະນະບໍລິຫານງານສູນກາງສະຫະພັນແມ່ຍິງລາວ, ປະທານ ຄະນະບໍລິຫານງານສະຫະພັນແມ່ຍິງແຂວງ. ໄດ້ເປັນກຽດຂຶ້ນເຜີຍແຜ່ ມະຕິກອງປະຊຸມໃຫຍ່ຜູ້ແທນແມ່ຍິງ ທົ່ວປະເທດ ຄັ້ງທີ VIII ເຊິ່ງໄດ້ຍົກໃຫ້ເຫັນຜົນງານການເຄື່ອນໄຫວຂອງເອື້ອຍນ້ອງແມ່ຍິງໃນໄລຍະ 5 ປີທີ່ຜ່ານມາ ແລະ ດ້ານອ່ອນຂໍ້ຄົງຄ້າງ, ທີ່ຈະໄດ້ພ້ອມກັນສືບຕໍ່ແກ້ໄຂໃນຕໍ່ໜ້າ. ຈາກນັ້ນ ກໍ່ໄດ້ຜ່ານມະຕິ ຕົກລົງ ສະບັບເລກທີ 242/ຄລສພ ວ່າດ້ວຍການຮັບຮອງເອົາຄະນະບໍລິຫານງານສະຫະພັນແມ່ຍິງລາວ ສະໄໜທີ VIII , ຮັບຟັງບົດໂອ້ລົມຂອງທ່ານ ທອງລຸນ ສີສຸລິດ ປະທານປະເທດແຫ່ງ ສປປ ລາວ, ຜ່ານມະຕິເລກທີ 108/ກມສພ ວ່າດ້ວຍວຽກງານມະຫາຊົນໃນໄລຍະໃໜ່, ຜ່ານກົດລະບຽບຂອງສະຫະພັນແມ່ຍິງລາວ ສະໄໜທີ VIII , ແລະ ຜ່ານແຜນພັດທະນາແມ່ຍິງແຂວງ 5 ປີ(2021-2025)
ຕ້ອນທ້າຍ ກໍ່ໄດ້ຜ່ານຂໍ້ຕົກລົງ ຂອງປະທານສູນກາງສະຫະພັນແມ່ຍິງລາວ ວ່າດ້ວຍການຍ້ອງຍໍ ຄະນະພັກເມືອງ ໃຫ້ຜູ້ທີ່ມີຜົນງານດີເດັ່ນ ໃນການນຳພາ-ຊີ້ນຳ ການຈັດຕັ້ງປະຕິບັດ ຂໍ້ແຂ່ງຂັນ 3 ດີ ສະໄໜທີ VII. ພາຍຫຼັງສໍາເລັດການເຜີຍແຜ່ຢູ່ສໍານັກງານ, ຫ້ອງການ ກົມກອງແລ້ວ ທາງທີມງານຂອງແຂວງຈະໄດ້ສືບຕໍ່ລົງເຜີຍແຜ່ຢູ່ບ້ານນາງົວອີກດ້ວຍ.
ໂດຍ: ສຸລິຍາ ແສງເດືອນ
