ບັນດາຜູ້ຕາງຫນ້າທູດຕານຸທູດ, ນັກຊ່ຽວ ຊານໃນຫລາຍສາຂາ ແລະ ສື່ມວນຊົນທັງຢູ່ພາຍໃນປະເທດຈີນ ແລະ ຕ່າງປະເທດ ຫລາຍຮ້ອຍຄົນຈາກເກືອບ 80 ປະເທດທົ່ວໂລກ ໄດ້ເຂົ້າຮ່ວມກອງປະ ຊຸມທີ່ສະຖາບັນຄົ້ນຄວ້າປະ ຫວັດສາດ ແລະ ປະມວນເອກະສານຂອງພັກກອມ ມູນິດຈີນ ຮ່ວມກັບ ສໍານັກຂ່າວຊິນຮວາຂອງຈີນ ຈັດຂຶ້ນຢູ່ຫໍພິພິດຕະພັກພັກກອມູນິດຈີນ ທີ່ນະຄອນຫລວງປັກກິ່ງ ໃນວັນທີ 2 ພະຈິກ 2022 ໂດຍຜ່ານທັງລະບົບເຊີ່ງຫນ້າ ແລະ ອອນລາຍ ພາຍໃຕ້ຫົວຂໍ້: “ເຂົ້າໃຈກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ XX ຂອງພັກກອມ ມູນິດຈີນ”.
ທ່ານ Qu Qingshan, ປະທານສະ ຖາບັນຄົ້ນ ຄວ້າປະຫວັດສາດ ແລະ ປະ ມວນເອກະສານພັກກອມມູນິດຈີນ ໄດ້ກ່າວເປີດກອງປະຊຸມ, ພ້ອມທັງຍົກໃຫ້ເຫັນຜົນສໍາເລັດໂດຍລວມຂອງກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ XX ຂອງພັກກອມມູນິດຈີນ ທີ່ຈັດຂຶ້ນດ້ວຍຜົນສໍາເລັດຢ່າງສະຫງ່າງາມໃນລະຫວ່າງວັນທີ 16-22 ຕຸລາຜ່ານມານີ້ ຊຶ່ງຖືເປັນເຫດການການເມືອງທີ່ສຳຄັນໃນປະທຫວັດສາດຍຸກໃໝ່ຂອງພັກ ແລະ ປະ ຊາຊົນຈີນ, ສະແດງໃຫ້ເຫັນຢ່າງເດັ່ນຊັດ ເຖິງຂີດໝາຍໃໝ່ແຫ່ງການເຕີບໃຫຍ່ຂະ ຫຍາຍຕົວຢ່າງບໍ່ຢຸດຢັ້ງຂອງພັກ, ຄວາມເປັນເອກະພາບ, ຄວາມຕັດສິນໃຈອັນສູງສົ່ງຂອງທົ່ວພັກ ເພື່ອສືບຕໍ່ແບກຫາບພາລະກຳປະ ຫວັດສາດໃນການສ້າງສັງຄົມນິຍົມທີ່ມີສີສັນພິເສດຂອງຈີນໃນຍຸກສະໄໝໃໝ່ໃຫ້ປະກົດຜົນເປັນຈິງຕາມຄາດໝາຍທີ່ວາງໄວ້.
ຜົນສໍາເລັດຂອງກອງປະຊຸມດັ່ງກ່າວ ແມ່ນໝາກຜົນລວມຍອດໃນຕະຫຼອດໄລຍະຜ່ານມາ ພາຍໃຕ້ການນໍາພາຂອງພັກກອມມູນິດຈີນທີ່ມີ ທ່ານເລຂາທິການໃຫຍ່ ສີ ຈິ້ນຜິງ ເປັນແກນກາງ ໄດ້ນຳພາປະຊາຊົນຈີນ ຍາດໄດ້ຜົນສຳເລັດອັນຍິ່ງໃຫຍ່, ຮອບດ້ານ, ກ້າວກະໂດດ ແລະ ມະ ຫັດສະຈັນໃນພາລະກິດສ້າງສັງຄົມນິຍົມທີ່ມີສີ ສັນພິເສດຂອງຈີນ; ພ້ອມນີ້ ທ່ານໄດ້ຍົກໃຫ້ເຫັນມະຕິຂອງກອງປະຊຸມໃຫຍ່ທີ່ໄດ້ກຳນົດບັນ ດາທິດນຳຍຸດ ທະສາດ, ແນວທາງນະໂຍບາຍ ໃໝ່ ແລະ ວິໄສທັດທີ່ກວ້າງໄກ ເພື່ອຮັບປະກັນການກ້າວເດີນໄປຂ້າງໜ້າຢ່າງໜັກແໜ້ນ ຂອງປະຊາຊົນຈີນ ພາຍໃຕ້ການນໍາພາອັນຖືກ ຕ້ອງ ແລະ ສະຫຼາດສ່ອງໃສຂອງພັກກອມມູນິດຈີນ.
ຫລັງຈາກນັ້ນ, ບັນດາຜູ້ຊ່ຽວຊານໃນຫລາກຫລາຍສາຂາ ທັງຢູ່ພາຍໃນປະເທດຈີນ ແລະ ຕ່າງປະເທດ ລວມທັງຫມົດເກືອບ 20 ທ່ານ ໄດ້ຜັດປ່ຽນກັນຂຶ້ນປະກອບຄໍາເຫັນ ໂດຍໄດ້ຕີລາ ຄາກ່ຽວກັບຜົນສໍາເລັດຂອງກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ XX ຂອງພັກກອມ ມູນິດຈີນ ເຊີ່ງເປັນກອງປະຊຸມທີ່ບໍ່ສະເພາະແຕ່ມີຄວາມຫມາຍສໍາຄັນຕໍ່ພັກກອມມູ ນິດຈີນ ກໍຄື ປະເທດຈີນ ເທົ່ານັ້ນ, ແຕ່ຍັງສ້າງຄວາມສົນໃຈ ແລະ ເປັນທີ່ຕິດຕາມຂອງທົ່ວໂລກ. ບັນດາຊ່ຽວຊານ ໄດ້ສະ ແດງຄວາມຊົມເຊີຍຕໍ່ການພັດ ທະນາຢ່າງຮອບດ້ານຂອງຈີນ, ພາຍໃຕ້ການນໍາພາຂອງພັກກອມມູນິດຈີນ ເສດຖະກິດ- ສັງ ຄົມຂອງຈີນ ເຕີບໃຫຍ່ຂະຫຍາຍຕົວຢ່າງຕໍ່ເນື່ອງໃນທຸກດ້ານ ເຮັດໃຫ້ຈີນກາຍເປັນປະເທດທີ່ມີເສດຖະກິດຂະຫຍາຍຕົວ ໃຫຍ່ເປັນອັນດັບທີ 2 ຂອງໂລກ ແລະ ເປັນຄູ່ຄ້າທີ່ສໍາຄັນຂອງຫລາຍປະເທດທົ່ວໂລກ, ຈີນສາມາດແກ້ໄຂຄວາມທຸກ ຍາກຂອງປະຊາຊົນພາຍໃນປະເທດເກືອບ 100 ລ້ານຄົນໄດ້ໃນເວລາບໍ່ດົນຢ່າງມະຫັດສະຈັນ, ຂໍ້ລິເລີ່ມຫນຶ່ງແລວ ຫນຶ່ງເສັ້ນທາງຂອງຈີນ ໄດ້ຮັບຄວາມນິຍົມຊົມຊອບຈາກທົ່ວໂລກ ເຊີ່ງປັດຈຸ ບັນ ມີຫລາຍກວ່າ 140 ປະເທດ ແລະ ອົງການຈັດຕັ້ງເຂົ້າຮ່ວມ. ຂະນະດຽວກັນ ຈີນ ແມ່ນປະເທດຫນຶ່ງທີ່ໃຫ້ການຊ່ວຍ ເຫລືອຕ່າງ ປະເທດຢ່າງຕໍ່ເນື່ອງ ທັງດ້ານໄພພິບັດທາງທໍາມະຊາດ, ພະຍາດລະ ບາດ ແລະ ອື່ນໆ ເຮັດໃຫ້ມາຮອດປັດຈຸບັນ ຊື່ສຽງ, ຖານະບົດບາດ ແລະ ອິດທິພົນຂອງຈີນນັບມື້ສູງເດັ່ນຂຶ້ນໃນເວທີສາກົນ ກໍຄື ທົ່ວໂລກ.
ນອກຈາກນີ້, ບັນດາຜູ້ຊ່ຽວຊານ ຕ່າງສະແດງຄວາມເຊື່ອຫມັ້ນວ່າ ພາຍໃຕ້ການນໍາພາຂອງພັກກອມມູນິດຈີນ ໂດຍມີ ທ່ານ ສີ ຈິ້ນຜິງ ເປັນແກນກາງ, ຈີນ ຈະປະສົບຜົນສໍາເລັດໃນການປະຕິບັດເປົ້າຫມາຍ 100 ປີ ເຫດການທີ 2 ກໍຄື ທຸກຄາດຫມາຍທີ່ວາງໄວ້ໃນກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ XX ຂອງພັກກອມມູນິດຈີນ ເຊີ່ງຈະເຮັດໃຫ້ພາລະກິດສ້າງສັງຄົມນິຍົມທີ່ມີສີສັນພິເສດຂອງຈີນປະສົບຜົນສໍາເລັດຕາມເປົ້າຫມາຍທີ່ວາງໄວ້.



