ກົມລ້ຽງສັດ ແລະ ການປະມົງ ກະຊວງກະສິກຳ ແລະ ປ່າໄມ້ ໄດ້ຈັດກອງປະຊຸມເຜີຍແຜ່ມາດຕະຖານຂັ້ນຕອນການປະຕິບັດ ການເຝົ້າລະວັງພະຍາດສັດປ່າ ຢູ່ ສປປ ລາວ ໄດ້ຈັດຂຶ້ນເມື່ອບໍ່ດົນມານີ້ ທີ່ນະຄອນຫຼວງວຽງຈັນ ໂດຍມີຜູ້ຕາງໜ້າຈາກກະຊວງກະສິກໍາ ແລະປ່າໄມ້, ກະຊວງສາທາລະນະສຸກ, ກະຊວງຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ, ອົງການອະນຸລັກສັດປ່າ ແລະ ຄູ່ຮ່ວມພັດທະນາ, ອົງການຈັດຕັ້ງສາກົນອື່ນໆເຂົ້າຮ່ວມ, ທັງນີ້ເພື່ອສ້າງເຄືອຂ່າຍໃນການຈັດຕັ້ງປະຕິບັດ ການເຝົ້າລະວັງແລະໂຕ້ຕອບການລະບາດຂອງພະຍາດສັດປ່າໂດຍຜ່ານແນວທາງສຸຂະພາບໜຶ່ງດຽວ (One Health).
ການປົກປັກຮັກສາ ແລະ ຕິດຕາມພະຍາດສັດປ່າມີຄວາມສຳຄັນຕໍ່ວຽກງານອະນຸລັກ, ຄວາມອຸດົມສົມບູນຂອງລະບົບນິເວດ, ການພັດທະນາແບບຍືນຍົງແລະຄວາມປອດໄພ, ຄວາມໝັ້ນຄົງທາງຊີວະພາບ. ເປັນທີ່ຮັບຮູ້ກັນດີວ່າສຸຂະພາບຂອງຄົນ, ສັດ, ແລະສິ່ງແວດລ້ອມມີຄວາມເຊື່ອມໂຍງກັນຢ່າງສະໜິດແໜ້ນ ແລະ ກຳລັງໄດ້ຮັບຜົນກະທົບຢ່າງໜັກໜ່ວງຈາກກິດຈະກໍາຂອງມະນຸດ.
ການລະບາດຂອງພະຍາດທີ່ມີສັດປ່າ ເປັນແຫຼ່ງກຳເນີດຂອງເຊື້ອໃນໄລຍະຜ່ານມາເຊັ່ນ: ພະຍາດອີໂບລາ (Ebola), ຊາຣສ໌ (SARS), ແລະໂຄວິດ-19 ໄດ້ຊີ້ໃຫ້ເຫັນວ່າເພື່ອປົກປ້ອງສຸຂະພາບຂອງຄົນ, ພວກເຮົາຕ້ອງດຳເນີນການຕິດຕາມ ແລະ ຫຼຸດຜ່ອນຄວາມສ່ຽງຈາກພະຍາດຕິດຕໍ່ຈາກສັດສູ່ຄົນທີ່ອາດຈະເກີດຂຶ້ນ. ການລະບາດຂອງພະຍາດຕິດຕໍ່ລະຫວ່າງສັດລ້ຽງແລະສັດປ່າເຊັ່ນ: ການລະບາດຂອງພະຍາດອະຫິວາໝູອາຟຣິກາທີ່ຜ່ານມາ ໄດ້ສົ່ງຜົນກະທົບຢ່າງໃຫຍ່ຫຼວງຕໍ່ການລ້ຽງໝູ ແລະ ກະທົບຕໍ່ປະຊາກອນໝູປ່າ.
ດັ່ງນັ້ນ, ຈຶ່ງຈໍາເປັນຢ່າງຍິ່ງທີ່ບັນດາປະເທດຕ່າງໆຈະຕ້ອງໄດ້ສ້າງຄວາມພ້ອມນການຄົ້ນຫາແລະຈັດການກັບບັນຫາຕ່າງໆ ທີ່ກ່ຽວຂ້ອງກັບສຸຂະພາບສັດປ່າໃຫ້ທັນການ ແລະ ສ້າງລະບົບການເຕືອນໄພລ່ວງຫນ້າເພື່ອສືບຄົ້ນຫາ ແລະ ໂຕ້ຕອບຕໍ່ເຫດການການເຈັບຫຼືການຕາຍຂອງສັດປ່າ ທີ່ອາດສົ່ງຜົນກະທົບຢ່າງກວ້າງຂວາງຕໍ່ສຸຂະພາບຂອງຄົນ, ສັດລ້ຽງ, ສັດປ່າ, ແລະສິ່ງແວດລ້ອມ.
ມາດຕະຖານຂັ້ນຕອນການປະຕິບັດ (SOP) ການເຝົ້າລະວັງພະຍາດສັດປ່າ ຢູ່ ສປປ ລາວ ໄດ້ຖືກອອກແບບມາເພື່ອເປັນບ່ອນອີງດ້ານວິຊາການ ໃຫ້ແກ່ການຈັດຕັ້ງປະຕິບັດວຽກງານເຝົ້າລະວັງພະຍາດສັດປ່າ ຢູ່ ສປປ ລາວ. ມາດຕະຖານສະບັບນີ້ຈະຖືກນໍາໃຊ້ນໍາໃຊ້ ສໍາລັບກໍລະນີມີການພົບເຫັນເຫດການເຈັບຫຼືການຕາຍຂອງສັດປ່າ ໂດຍບໍ່ຮູ້ສາເຫດຊຶ່ງອາດພົບຢູ່ໃນຖິ່ນທີ່ຢູ່ອາໄສທໍາມະຊາດ, ຟາມລ້ຽງສັດປ່າ, ສວນສັດ, ສູນຊ່ວຍເຫຼືອແລະຟື້ນຟູສັດປ່າ, ໂຮງລະຄອນສັດ ລວມເຖິງຕ່ອງໂສ້ການຄ້າ-ຂາຍສັດປ່າ, ໃນເຂດຊຸມຊົນ, ຫຼືສະຖານທີ່ອື່ນໆທີ່ກ່ຽວຂ້ອງກັບສັດປ່າ.
ຈຸດປະສົງແມ່ນເພື່ອເປັນຄູ່ມືແນະນໍາດ້ານວິຊາການ ໃຫ້ບັນດາພາກສ່ວນທີ່ກ່ຽວຂ້ອງລວມທັງພາກລັດ, ພາກເອກະຊົນ, ແລະອົງການທີ່ບໍ່ຂຶ້ນກັບລັດຖະບານທີ່ເຮັດວຽກກ່ຽວກັບການອະນຸລັກສັດປ່າ, ໃນການເຝົ້າລະວັງ, ສືບຄົ້ນຫາ, ຄວບຄຸມ, ແລະໂຕ້ຕອບຕໍ່ເຫດການເຈັບ ຫຼືຕາຍຂອງສັດປ່າແລະການລະບາດຂອງພະຍາດສັດປ່າເພື່ອແນໃສ່ ການຫຼຸດຜ່ອນຄວາມສ່ຽງການລະບາດຂອງພະຍາດຕໍ່ສຸຂະພາບຄົນ, ສັດ, ແລະສິ່ງແວດລ້ອມແລະຜົນກະທົບຕໍ່ເສດຖະກິດແລະການດຳລົງຊີວິດ.
ທ່ານສຸພາວັນແກ້ວວິໄລ, ຮອງຫົວໜ້າກົມລ້ຽງສັດແລະການປະມົງ, ກະຊວງກະສິກຳແລະປ່າໄມ້ກ່າວວ່າ: “ມາດຕະຖານຂັ້ນຕອນການປະຕິບັດການເຝົ້າລະວັງພະຍາດສັດປ່າ ຢູ່ ສປປ ລາວ ແມ່ນມີຄວາມສຳຄັນຫຼາຍເພື່ອຮັບປະກັນ ການຄົ້ນພົບກໍລະນີແຕ່ຫົວທີ ແລະ ການໂຕ້ຕອບໄວຕໍ່ເຫດການເຈັບຫຼືຕາຍຂອງສັດປ່າ. ຂ້າພະເຈົ້າຂໍຂອບໃຈບັນດາຄູ່ຮ່ວມງານທີ່ມີສ່ວນຮ່ວມ ແລະ ປະກອບສ່ວນໃນການພັດທະນາ ແລະ ແນ່ໃຈວ່າມາດຕະຖານສະບັບນີ້ຈະຕອບໂຈດຕາມຄວາມຮຽກຮ້ອງຕ້ອງການ ຂອງທຸກພາກສ່ວນທີ່ກ່ຽວຂ້ອງ.”
ມາດຕະຖານນີ້ໄດ້ກໍານົດໜ້າທີ່ຄວາມຮັບຜິດຊອບ ຂອງແຕ່ລະພາກສ່ວນທີ່ກ່ຽວຂ້ອງ ແລະກໍານົດຂັ້ນຕອນການປະຕິບັດ ເມື່ອກໍລະນີພົບເຫດການເຈັບ ຫຼື ຕາຍຂອງສັດປ່າທີ່ຜິດປົກກະຕິ ແລະ ການລະບາດຂອງພະຍາດສັດປ່າ. ໃນນີ້ລວມມີຂັ້ນຕອນການເກັບກຳຂໍ້ມູນ, ການລາຍງານ, ການເກັບຕົວຢ່າງແລະຊາກສັດ ແລະ ການວິໄຈຫາສາເຫດຂອງການເຈັບຫຼືຕາຍ, ພ້ອມທັງກຳນົດວິທີການໂຕ້ຕອບເບື້ອງຕົ້ນ ຕໍ່ເຫດການລະບາດຂອງພະຍາດສັດປ່າ, ການຮ່ວມມືກັບພາກສ່ວນທີ່ກ່ຽວຂ້ອງ ແລະ ຂັ້ນຕອນການຄຸ້ມຄອງຂໍ້ມູນພະຍາດສັດປ່າ.
ທ່ານ ສັນຕິ ໄຊປັນຍາ, ຫົວໜ້າອົງການອະນຸລັກສັດປ່າ ປະຈໍາ ສປປ ລາວ ໄດ້ກ່າວວ່າ: “ມາດຕະຖານຂັ້ນຕອນການປະຕິບັດນີ້ຈັດຕັ້ງປະຕິບັດ ໂດຍກະຊວງກະສິກໍາ ແລະ ປ່າໄມ້ຮ່ວມກັບອົງການອະນຸລັກສັດປ່າ ປະຈໍາ ສປປ ລາວ ເຊິ່ງໄດ້ປຶກສາຫາລືຢ່າງກວ້າງຂວາງ ກັບຜູ້ຊ່ຽວຊານ ແລະ ນັກວິຊາການທັງສູນກາງ ແລະ ທ້ອງຖິ່ນ ຈະເພີ່ມທະວີການສ້າງຄວາມອາດສາມາດຂອງທຸກພາກສ່ວນກ່ຽວຂ້ອງ ທັງລັດຖະບານ ແລະ ຊຸມຊົນໃນການແກ້ໄຂໄພຂົ່ມຂູ່ດ້ານສຸຂະພາບ ທີ່ອາດເກີດຂຶ້ນໂດຍຜ່ານການຮ່ວມມືຈາກຫຼາຍຂະແໜງການ ຢູ່ ສປປ ລາວ.
ຂ່າວ: ອົງການອະນຸລັກສັດປ່າ