ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກ ເຂົ້າສູ່ຊີວິດຈິງ
ລະຫວ່າງນວັນທີ 19-28 ເມສາ 2022ນີ້ ຄະນະເຮັດວຽກຂອງອົງການກາແດງແຫ່ງຊາດລາວ ລົງສົມທົບກັບອົງການກາແດງແຂວງຫຼວງພະບາງ, ອຸດົມໄຊ, ຜົ້ງສາລີ ແລະ ແຂວງຫຼວງນ້ຳທາ ເພື່ອເຜີຍແຜ່ຄວາມຮູ້ກ່ຽວກັບວຽກງານກາແດງ ແລະສືບທາວຫາຍາດພີ່ນ້ອງ ໂດຍການນຳພາຂອງທ່ານ ພອນຄຳ ແກ້ວວິໄລ ຫົວໜ້າກອງໂຄສະນາຂົນຂວາຍການກຸສົນ , ພ້ອມດ້ວຍພະນັກງານວິຊາການ ຈາກອົງການກາແດງແຫ່ງຊາດລາວ, ກາແດງແຂວງ, ເມືອງ ແລະ ປະຊາຊົນເຂົ້າຮ່ວມຮັບຟັງ ຫຼາຍກວ່າ 600 ຄົນ.
ໃນການລົງເຜີຍແຜ່ຄັ້ງນີ້ ໄດ້ນຳສະເໜີປະຫວັດຄວາມເປັນມາຂອງກາແດງ, ຂະບວນການກາແດງສາກົນ, ເຈັດຫຼັກການພື້ນຖານ, ເຄື່ອງໝາຍມະນຸດສະທຳ ພາລະບົດບາດ ແລະ 9 ໜ້າວຽກຕົ້ນຕໍຂອງອົງການກາແດງແຫ່ງຊາດລາວ ໂດຍສະເພາະ ວຽກງານສືບທາວຫາຍາດພີ່ນ້ອງ ເພື່ອໃຫ້ເຂົ້າເຖິງພໍ່ແມ່ປະຊາຊົນໃນເຂດຫ່າງໄກ ສອກຫຼີກ ເພື່ອແນະນຳວິທີການປ້ອງກັນການພັດພາກ ແລະ ການຊ່ວຍເຫລືອປະຊາຊົນທີ່ ຜູ້ທີ່ຕ້ອງການຢາກສືບທາວຫາສະມາຊິກຄອບຄົວອັນເປັນທີ່ຮັກຂອງຕົນທີ່ໄດ້ຂາດການຕິດຕໍ່ເປັນເວລາດົນນານ ເພື່ອຫຼຸດຜ່ອນຄວາມກັງວົນຂອງຄອບຄົວ ເຮັດໃຫ້ເຂົາເຈົ້າສາມາດກັບມາພົບກັນອີກ. ນອກນັ້ນ, ການລົງເຮັດວຽກຄັ້ງນີ້ ເພື່ອສ້າງຄວາມຮູ້ ຄວາມສາມາດໃຫ້ພະນັກງານຂັ້ນທ້ອງຖິ່ນໃນການເປັນນັກໂຄສະນາ ແລະ ດຳເນີນການສືບທາວຫາຍາດພີ່ນ້ອງ.