ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກ ເຂົ້າສູ່ຊີວິດຈິງ
ສະຖານນີລົດໄຟກາສີເປັນໜຶ່ງໃນໜຶ່ງໃນສະຖານີຂອງໂຄງການເສັ້ນທາງລົດໄຟລາວ-ຈີນ,ໄດ້ສ້າງສໍາເລັດແລ້ວ ທັງທາງດ້ານໃນ ແລະດ້ານນອກ, ເດີ່ນຕໍ່ໜ້າສະຖານີ, ຫຼັງຄາກັນຝົນແລະສິ່ງອໍານວຍຄວາມສະດວກອື່ນໆ ແລະໄດ້ເຜີຍໂສມໜ້າຢ່າງເປັນທາງການໃນວັນທີ 27 ກັນຍານີ້.
ສະຖານີດັ່ງກ່າວຕັ້ງຢູ່ເມືອງກາສີແຂວງວຽງຈັນ ເຊິ່ງຮັບເໝົາກໍ່ສ້າງສະຖານີໂດຍກຸ່ມບໍລິສັດກໍ່ສ້າງທາງລົດໄຟ ສປ ຈີນ ໄດ້ຮັບການອອກແບບເປັນສະຖານນີຂົນສົ່ງໂດຍ ສານ, ມີບ່ອນລໍຖ້າຂຶ້ນລົດ 1ບ່ອນ ໂດຍມີເສັ້ນທາງລົດໄຟຂັ້ນກາງ 3 ສາຍ, ສາມາດບັນຈຸຜູ້ໂດຍສານໄດ້ສູງສຸດ 150ຄົນ. ອາຄານສະຖານີລວມພື້ນທີ່ກໍ່ສ້າງ 1498,7 ຕາລາງແມັດ. ໂດຍລວມແລ້ວການອອກແບບສະຖານີກາສີ ແມ່ນໄດ້ປະສົມປະສານກັນລະຫວ່າງສະຖາປັດຕະຍະກໍາແບບດັ້ງເດີມຂອງລາວ ແລະຈີນເຊິ່ງມີຄວາມສວຍງາມແລະມີສະເໜ່ດ້ວຍວັດທະນະທໍາລາວ ແລະຈີນ.
ຄະນະບໍລິສັດຮັບເໝົາກໍ່ສ້າງສະຖານີກາສີແຈ້ງໃຫ້ຮູ້ວ່າ: ພວກເຮົາໄດ້ນໍາໃຊ້ເຕັກນິກສ້າງແບບຈຳລອງ BIMແລະໄດ້ຜ່ານຜ່າຄວາມຫຍຸ້ງຍາກໃນການກໍ່ສ້າງໃນລະດູຝົນ, ການປ້ອງກັນພະຍາດໂຄວິດ-19, ການຂົນສົ່ງວັດສະດຸກໍ່ສ້າງແລະອື່ນໆ ແລະສາມາດສໍາເລັດໂຄງລ່າງສ່ວນຫຼັກຂອງອາຄານສະຖານີກ່ອນເວລາກໍານົດ 15 ມື້. ປັດຈຸບັນ, ສະຖານີດັ່ງກ່າວພວມດໍາເນີນການກວດຮັບ ແລະຄາດວ່າຈະໄດ້ເປີດນໍາໃຊ້ຕາມແຜນ ທີ່ວາງໄວ້.
ທາງລົດໄຟລາວ-ຈີນແມ່ນໂຄງການເຊື່ອມຕໍ່ລະຫວ່າງຂໍ້ລິເລີ່ມ “ໜຶ່ງແລວໜຶ່ງເສັ້ນ ທາງ” ຂອງຈີນ ກັບຍຸດທະສາດຫັນຈາກປະເທດທີ່ບໍ່ມີຊາຍແດນຕິດກັບທະເລເປັນປະເທດເຊື່ອມໂຍງເຊື່ອມຈອດຂອງລາວ ເຊິ່ງເລີ່ມຈາກນະຄອນຄຸນໝິງ ແຂວງຢຸນນານຂອງຈີນໄປສິ້ນສຸດທາງຕອນໃຕ້ຢູ່ນະຄອນຫຼວງວຽງຈັນ, ໃນນັ້ນ, ຊ່ວງໄລຍະຢູ່ລາວມີຄວາມຍາວ ທັງໝົດ 422,4 ກິໂລແມັດ, ທາງລົດໄຟສາຍນີ້ສ້າງຕາມມາດ ຕະຖານການບໍລິຫານ ແລະມາດຕະຖານເຕັກນິກຂອງຈີນ, ຖືກອອກແບບໃຫ້ມີຄວາມໄວ 160 ກິໂລແມັດຕໍ່ຊົ່ວໂມງ, ເປັນທາງລົດໄຟໃຊ້ໄຟຟ້າທີ່ຂົນສົ່ງສິນຄ້າ ແລະຜູ້ໂດຍ ສານ ແລະຈະເປີດໃຫ້ບໍລິການໃນເດືອນທັນວາປີ 2021 ຕາມແຜນການ.
May be an image of indoor