ໃນວັນທີ 6 ທັນວາ 2022 ນີ້ ທີ່ຫ້ອງປະຊຸມເຮືອນພັກພອຍດາລິນ ເມືອງລະຄອນເພັງ, ແຂວງສາລະວັນ, ກົມສັງຄົມສົງເຄາະ ກະຊວງແຮງງານ ແລະສະຫວັດດີການສັງຄົມ ສົມທົບກັບພະແນກແຮງງານ ແລະສະຫວັດດີການສັງຄົມແຂວງສາລະວັນ ໄດ້ຈັດຊຸດເຝິກອົບຮົມ ວຽກງານການປ້ອງກັນ ແລະຊ່ວຍເຫຼືອກຸ່ມສ່ຽງຖືກເຄາະຮ້າຍຈາກການຄ້າມະນຸດ ເພື່ອຍົກລະດັບຄວາມຮັບຮູ້ເຂົ້າໃຈ ແລະຄວາມສາມາດໃນການປົກປ້ອງ ແລະຊ່ວຍເຫຼືອກຸ່ມສ່ຽງ ຖືກເຄາະຮ້າຍຈາກການຄ້າມະນຸດໃຫ້ຄະນະກໍາມະການປົກປ້ອງ ແລະຊ່ວຍເຫຼືອເດັກຂັ້ນເມືອງ ແລະຕາໜ່າງປົກປ້ອງເດັກຂັ້ນບ້ານ ໂດຍໃຫ້ກຽດເຂົ້າຮ່ວມເປັນປະທານ ຂອງທ່ານ ໄຊຊະນະ ສີສະຫວັດ ຮອງເຈົ້າເມືອງລະຄອນເພັງ, ຜູ້ຊີ້ນໍາຂົງເຂດວັດທະນະທໍາ-ສັງຄົມຂັ້ນເມືອງ, ທ່ານ ວົງຄໍາ ພັນທະນຸວົງ ຫົວໜ້າກົມສັງຄົມສົງເຄາະ ກະຊວງ ຮສສ, ທ່ານ ຄໍາໃບ ສີມຸງຄຸນ ຮອງຫົວໜ້າພະແນກ ຮສສ ແຂວງສາລະວັນ ມີວິທະຍາກອນບຈາກພະແນກ ຮສສ ແຂວງ, ພະແນກຕ້ານ ແລະສະກັດກັ້ນການຄ້າມະນຸດ ປກສ ແຂວງ ແລະສໍາມະນາກອນຈາກຫ້ອງການກ່ຽວຂ້ອງ ແລະຄະນະຕາໜ່າງປົກປ້ອງເດັກຂັ້ນບ້ານ 6 ບ້ານເຂົ້າຮ່ວມ.

ໃນໂອກາດມີຄໍາເຫັນ ກ່າວໄຂຊຸດເຝິກອົບຮົມ ທ່ານ ໄຊຊະນະ ສີສະຫວັດ ຮອງເຈົ້າເມືອງລະຄອນເພັງ ໄດ້ສະແດງຄວາມດີໃຈ ແລະຊົມເຊີຍຕໍ່ ກົມສັງຄົມສົງເຄາະກະຊວງ ຮສສ ແລະພະແນກ ຮສສ ແຂວງ ທີ່ໄດ້ເລືອກເມືອງລະຄອນເພັງ ເປັນເປົ້າໝາຍຈັດຊຸດເຝິກອົບຮົມ ເພື່ອສ້າງຄວາມເຂັ້ມແຂງ ວຽກງານປົກປ້ອງ ແລະຊ່ວຍເຫຼືອກຸ່ມສ່ຽງຖືກເຄາະຮ້າຍຈາກການຄ້າມະນຸດ ກໍຄືວຽກງານຕ້ານ ແລະສະກັດກັ້ນການຄ້າມະນຸດ ຊຶ່ງເຊື່ອວ່າຈະສ້າງຄວາມຮັບຮູ້ເຂົ້າໃຈ ແລະຄວາມສາມາດໃນການຈັດຕັ້ງປະຕິບັດ ໃຫ້ຄະກໍາມະການປົກປ້ອງ ແລະຊ່ວຍເຫຼືອເດັກຂັ້ນເມືອງ ແລະຄະນະຕາໜ່າງປົກປ້ອງເດັກຂັ້ນບ້ານ. ພ້ອມທັງ, ຮຽກຮ້ອງໃຫ້ສໍາມະນາກອນທຄເອົາໃຈໃສ່ ຕິດຕາມ ແລະມີສ່ວນຮ່ວມສົນທະນາ ແລກປ່ຽນ ແລະເກັບກໍາເອົາບົດຮຽນທີ່ໄດ້ຮັບການຖ່າຍທອດໃຫ້ໄດ້ຫຼາຍທີ່ສຸດ ເພື່ອນໍາໄປໃຊ້ໃນການຈັດປະຕິບັດຕົວຈິງ.


ຊຶ່ງຊຸດເຝິກອົບຮົມໄດ້ດໍາເນີນເປັນເວລາ 1 ວັນ ໂດຍຕະຫຼອດ 1 ວັນ ຂອງຊຸດເຝິກອົບຮົມ ສໍາມະນາກອນໄດ້ຮຽນຮູ້ໃນ 3 ຫົວຂໍ້ຄື: ຄວາມຮູ້ພື້ນຖານກ່ຽວກັບຕາໜ່າງປົກປ້ອງເດັກ ແລະພາລະບົດບາດຂອງຄະນະຕາໜ່າງປົກປ້ອງເດັກ; ຄວາມຮູ້ພື້ນຖານກ່ຽວກັບການຄ້າມະນຸດ ແລະ ຄວາມຮູ້ພື້ນຖານກ່ຽວກັບການເຄື່ອນຍ້າຍແຮງງານ, ສາເຫດ ແລະວິທີການເຄື່ອນຍ້າຍແຮງງານ.
