ເມື່ອເວົ້າເຖິງ
ພະນັກງານ – ນັກຮົບ ຜູ້ທີ່ມີຄວາມອົດທົນດຸໝັ່ນ,ຂະຫຍັ່ນພຽນ,ຫ້າວຫັ່ນຕໍ່ໜ້າທີ່ວຽກງານ ແລະ ປະຕິບັດບັນດາຂໍ້ກຳນົດກົດລະບຽບຂອງກອງທັບວາງອອກຢ່າງເຂັ້ມງວດ ນັບວ່າເປັນອີກບຸກຄົນໜື່ງທີ່ຢືນຢູ່ແຖວໜ້າຂອງກົມກອງ ແລະ ຍັງດຸໝັ່ນໃນການອອກແຮງງານເພີ່ມພູນຜະລິດຜົນ ປູກຝັ່ງ-ລ້ຽງສັດ, ປະຍັດມັດທະຍັດ,ບົ້ນຈິດໃຈ ເພິ່ງຕົນເອງ ກຸ້ມຕົນເອງ ແລະ ສ້າງຄວາມເຂັ້ມແຂງດ້ວຍຕົນເອງ ຕາມທິດນຳທີ່ກົມໃຫຍ່ພະລາທິການກອງທັບວາງອອກ. ໃນນີ້ ສະຫາຍ ຮ້ອຍໂທ ບຸນຄໍ້າ ພົມມີສຸກ ເກີດໃນວັນທີ 24 ມີນາ ປີ 1990 ທີ່ບ້ານ ນາສະກາງ ເມືອງ ຊຳເໜືອ ແຂວງ ຫົວພັນ, ເຊິ່ງເປັນລູກຂອງ ສະຫາຍ ສົມສັກ ພົມມີສຸກ ແລະ ສະຫາຍ ນາງປັນພອນ ແກ້ວພິພັກ ເປັນພະນັກງານບຳນານ ຢູ່ບ້ານ ນາສະກາງ ເມືອງ ຊຳເໜືອ ແຂວງຫົວຫົວພັນ ຍ້ອນຄວາມມັກຮັກ ແລະ ຝ່າຍຝັນຢາກເປັນທະຫານ ຕັ້ງແຕ່ຄາວຍັງນ້ອຍ, ພາຍຫຼັງທີ່ຮຽນຈົບຊັ້ນມໍ 6 ສົກປີ 2007- 2008 ສະຫາຍຈິ່ງໄດ້ຕັດສິນໃຈເຂົ້າຮ່ວມການປະຕິວັດ ໃນວັນທີ 01 ມີນາ ປີ 2009 ປັດຈຸບັນແມ່ນສັ່ງກັດຢູ່ທີ່ກອງຮ້ອຍ 01 ໃນກອງພັນ 579 ດັ່ງນັ້ນການຈັດຕັ້ງກົມກອງໄດ້ມອບໝາຍໜ້າທີ່ໃຫ້ສະຫາຍ ຮັບຜິດຊອບເປັນ ຮອງເລຂາໜ່ວຍຊາວໝຸ່ມຢູ່ກອງຮ້ອຍ 01 ກອງພັນ 579 ສະຫາຍ.ຮ້ອຍໂທ ບຸນຄໍ້າ ພົມມີສຸກ ໄດ້ເຂົ້າເປັນສະມາຊິກຊາວໜຸ່ມປະຊາຊົນປະຕິວັດລາວ ໃນວັນທີ 15 ພຶດສະພາ ປີ 2007. ແລະ ເຂົ້າເປັນສະມາຊິກພັກສຳຮອງ ໃນວັນທີ 23 ມັງກອນ ປີ 2018 ແລະ ເຂົ້າສະມາຊິກພັກສົມບູນ ວັນທີ 1 ເມສາ ປີ 2019. ຕະຫຼອດໄລຍະແຫ່ງການດຳລົງຊີວິດໃນຄອບຄົວໃຫຍ່ຂອງກອງທັບປະຊາຊົນລາວ ທີ່ໃສ່ຊຸດສີຂຽວນັ້ນ, ສະຫາຍແມ່ນມີຄວາມກະຕືລືລົ້ນ ແລະ ເອົາໃຈໃສ່ຕັ້ງໜ້າຝຶກຝົນຫຼໍ່ຫຼອມຕົນເອງຢ່າງເປັນເຈົ້າການ, ບໍ່ວ່າຈະເປັນທາງດ້ານຄຸນສົມບັດ – ສິນທຳປະຕິວັດ ການກິນຢູ່, ການປາກເວົ້າ ແລະ ການໄປມາ ເຊິ່ງເປັນຄົນທີ່ເວົ້າຈາສຸພາບອ່ອນໂຍນ, ເບື້ອງຕົນສະຫາຍ ແມ່ນບໍ່ທັນລືງເຄີຍກັບການກິນຢູ່ຮ່ວມກັນຫຼາຍຄົນໃນຄອບຄົວໃຫຍ່ ບວກກັບການມີລະບຽບວິໄນທີ່ເຂັ້ມງວດນັ້ນ, ແຕ່ສະຫາຍກໍ່ຄ່ອຍໆປັບປຸງຕົນເອງຈົນກາຍເປັນບຸກຄົນທີ່ກ້າວໜ້າ. ສະຫາຍໄດ້ຕັ້ງໜ້າປະຕິບັດມະຕິຄຳສັ່ງຂອງຜູ້ບັນຊາ ບັນດາຂໍ້ກຳນົດກົດລະບຽບຂອງກົມກອງ ແລະ ຂອງຊາວໜຸ່ມ ໂດຍສະເພາະ 7 ລະບອບ 18 ວຽກໃນມື້ໜຶ່ງຂອງກອງທັບຢ່າງສະເໝີຕົ້ນສະເໝີປາຍການເຂົ້າ-ອອກຄ້າຍຕ້ອງ ເຄົາລົບ ເຊິ່ງ ກັນ ແລະ ກັນ. ນອກຈາກນັ້ນສະຫາຍ ຍັງໄດ້ເອົາໃຈໃສ່ເຂົ້າຮ່ວມຂະບວນການດ້ານຕ່າງໆຂອງກົມກອງດ້ວຍຄວາມຫ້າວຫັ່ນ, ເປັນຕົ້ນແມ່ນຂະບວນການຝຶກແອບຮໍ່າຮຽນ, ຂະບວນການກິລາ-ສິ້ນລະປະວັນນະຄະດີ ແລະ ຂະບວນການອື່ນໆອີກຢ່າງບໍ່ຮູ້ອິດຮູ້ເມື່ອຍ. ເວົ້າລວມແລ້ວສະຫາຍແມ່ນມີແນວຄິດອຸ່ນອ່ຽງທຸ່ນທ່ຽງ, ເຊື່ອໝັ້ນຕໍ່ການນຳພາຂອງພັກ – ລັດ ແລະ ມີຄວາມສາມັກຄີຮັກແພງກັບໝູ່ເພື່ອນສະຫາຍພາຍໃນ ພາຍນອກຢ່າງແໜ້ນແຟ້ນ. ສະຫາຍບໍ່ເຄີຍຕິວຽກໜັກ ແລະ ເບົາ, ແຕ່ກົງກັນຂ້າມຍິ່ງເຮັດວຽກຫຼາຍຊ່ຳໃດກໍ່ຍິ່ງເຮັດໃຫ້ສະຫາຍມີປະສົບການ ແລະ ມີຄວາມສິ້ນເຄີຍດັ່ງນັ້ນການຈັດຕັ້ງຂັ້ນເທິງຈື່ງໄດ້ສົ່ງສະຫາຍ ໄປສຶກສາຮໍ່າຮຽນ ຢູ່ໂຮງຮຽນນາຍສິບຊ່າງແສງ ( ຊັ້ນຕົ້ນ ) ສົກປີ 2011-2012 ຈົບ ແລະ ມາໃນປີ 2016-2020 ແມ່ນໄດ້ຈົບການສຶກສາລະບົບປະລິນຍາຕີ ຢູ່ວິທະຍາຄານກົມມະດຳ ປັດຈຸບັນແມ່ນກຳລັງສຶກສາຕໍ່ຢູ່ວິທະຍາໄລສີມຸງຄຸນ ( ສາຍພາສາອັງກິດ ). ສະຫາຍ ຮ້ອຍໂທ ບຸນຄໍ້າ ພົມມີສຸກ ຍັງມີທັດສະນະດຸໝັ່ນ ຂະຍັນພຽນ ແລະ ດີເດັ່ນໃນການອອກແຮງງານເພີ່ມພູນຜະລິດຜົນ ປູກຝັ່ງ-ລ້ຽງສັດ, ເຊິ່ງໄດ້ໃຊ້ເວລາຫວ່າງໃຫ້ເປັນປະໂຫຍດ, ເພື່ອຊອກຫາແຫຼ່ງລາຍຮັບເຂົ້າສູ່ຕົນເອງເພື່ອແກ້ໄຂຊີວິດການເປັນຢູ່ໂດຍບໍ່ຄ່ອງຄອຍແຕ່ເງິນເດືອນທີ່ຂັ້ນເທິງຕອບສະໜອງໃຫ້. ສຳລັບໃນ 01 ປີຜ່ານມາ, ສະຫາຍໄດ້ປູກຜັກກາດ, ຜັກບົ້ງ, ໝາກເຜັດ, ໝາກເຂືອ, ແລະ ຜັກຊະນິດຕ່າງໆຈຳນວນໜຶ່ງຕື່ມອີກ. ພ້ອມນັ້ນ, ສະຫາຍຍັງໄດ້ລ້ຽງເປັດ130ໂຕ, ໄກ່ ຈຳນວນ 120 ໂຕ., ເພາະພັນລູກກົບໄດ້ 20,000 ໂຕ.ນົກກາງແກ 30 ໂຕ ແລະ ລ້ຽງປາດຸກພັນ 1.200 ໂຕ, ສະໜອງຂາຍຕາມທອງຕະຫຼາດ ແລະ ປ່ອນເຂົາເຮືອນຄົວລວມ ສະຫຼຸບລວມແລ້ວ ໃນ 01 ປີຜ່ານມາ, ສະຫາຍສາມາດສ້າງລາຍຮັບຈາກການປູກຝັ່ງ-ລ້ຽງສັດໄດ້ : 30 ລ້ານກີບຕໍ່ປີ.ລາຍໄດ້ຈາກການປູກຝັ່ງ-ລ້ຽງສັດ ບວກກັບເງິນເດືອນນັ້ນ ສະຫາຍໄດ້ມີເງິນເກັບໄວ້ຈຳນວນໜຶ່ງ ສາມາດຊື້ດິນ 1ໄດ້ຕອນໃນເນື້ອທີ່ 40 x 20 ແມ້ດ.ຢູ່ບ້ານ ນາຄູນນ້ອຍ ເມືອງ ນາຊາຍທອງ ນະຄອນຫຼວງວຽງຈັນ
ຈາກຄຸນສົມບັດ – ສິນທຳປະຕິວັດ ແລະ ຜົນງານທີ່ຍາດມາໄດ້ນັ້ນ, ສະຫາຍ ໄດ້ຮັບການຍ້ອງຍໍປະເພດຕ່າງໆຈາກການຈັດຕັ້ງເທິງ ໃນນີ້ໄດ້ຮັບໃບຍ້ອງຍໍກະຊວງປ້ອງກັນປະເທດ 5 ໃບ, ໃບຍ້ອງຍໍຊາວໜຸ່ມ4ບຸກ 2 ໃບ ແລະ ໃບຍ້ອງກົມໃຫ່ຍການເມືອງ 4 ໃບຢ່າງສົມກຽດ ປ່ອຍສຽງສຳພາດ:ຮ້ອຍໂທ ບຸນຄໍ້າ ພົມມີສຸປ່ອຍສຽງ ຮ.ທ ບຸນຄໍ້າ…….
ສະຫາຍ ພັນຕີ ອ້ວນໄຈ ຄຳທອງເຫວີນ ວ່າການຫົວໜ້າການທະຫານກອງຮ້ອຍ 1 ກອງພັນ 579 ໄດ້ໃຫ້ການຢັ້ງຢືນວ່າ : ສະຫາຍ ຮ້ອຍໂທ ບຸນຄໍ້າ ພົມມີສຸກ ເປັນພະນັກງານຜູ້ໜຶ່ງທີ່ມີຄຸນທາດການເມືອງໜັກແໜ້ນ, ມີຄວາມສະດຸງໄວ້, ຫ້າວຫັ່ນຕໍ່ໜ້າທີ່ວຽກງານທີ່ໄດ້ຮັບມອບໝາຍ, ສົມແລ້ວທີ່ເປັນຊາວໜຸ່ມຜູ້ນຳໜ້າ ແລ້ວ ເປັນອີກບຸກຄົນທີ່ເປັນແບບຢ່າງທີດີ່ຂອງກົມກອງ.ປ່ອຍສຽງ ພັຕ ອ້ວນໄຈ ຄຳທອງເຫວີນ………

ໂດຍ: ເກນ ວິໄລສານ

Loading...