ໃນວັນທີ 18 ພະຈິກ 2021, ທີ່ກະຊວງຖະແຫລງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ (ຖວທ) ນະຄອນຫລວງວຽງຈັນ, ຈັດຊຸດຝຶກອົບຮົມກ່ຽວກັບຂັ້ນຕອນການສ້າງ ແລະ ປັບປຸງກົດໝາຍ ແລະ ການຂຽນບົດປະເມີນໃນຂົງເຂດ ຖວທ ໂດຍການເປັນປະທານຂອງ ທ່ານ ບົວໄລ ພານຸວົງ ຫົວໜ້າຫ້ອງການກະຊວງ ຖວທ, ມີບັນດາສຳມະນາກອນພາຍໃນກະຊວງ ແລະ ວິທະຍາ ກອນ ຈາກກະຊວງຍຸຕິທຳ, ພ້ອມດ້ວຍພາກສ່ວນກ່ຽວຂ້ອງ ເຂົ້າຮ່ວມ.
ໃນໂອກາດດັ່ງກ່າວ, ທ່ານ ບົວໄລ ພານຸວົງ ໄດ້ກ່າວວ່າ: ການຝຶກອົບຮົມໃນຄັ້ງນີ້, ເພື່ອສ້າງຄວາມຮູ້ຄວາມເຂົ້າໃຈຢ່າງຖືກຕ້ອງ ກ່ຽວກັບຂະບວນການ, ຂັ້ນຕອນການຮ່າງ ແລະ ສ້າງນິຕິກຳ ລວມທັງແນະນຳ ກ່ຽວກັບການຂຽນບົດປະເມີນຜົນກະທົບຂອງຮ່າງກົດໝາຍ ໃຫ້ພະນັກງານຂັ້ນກົມ,ວິຊາການ ໃຫ້ມີຄວາມເປັນເອກະພາບກັນ ສອດຄ່ອງຕາມລະບຽບ ແລະ ຫລັກການ ໃນການສ້າງກົດໝາຍຂອງກະຊວງຍຸຕິທຳໄດ້ກຳນົດໄວ້ ແລະ ສາມາດນຳໄປໝູນໃຊ້ເຂົ້າໃນວຽກງານຕົວຈິງ ໃນຂະ ແໜງການຂອງຕົນໃຫ້ແທດເໝາະ ແລະ ມີປະສິດທິຜົນ.
ເນື້ອໃນເອກະສານ ທີ່ວິທະຍາກອນ ນຳມາສະເໜີໃນການຝຶກອົບຮົມຄັ້ງນີ້, ປະກອບດ້ວຍ ຂັ້ນຕອນການສ້າງ ແລະ ປັບປຸງກົດໝາຍ, ການຂຽນບົດປະເມີນຜົນກະທົບຂອງຮ່າງກົດໝາຍ.
ຂ່າວ-ພາບ : ສົມຫວັງ

