ສະຫງວນລິຂະສິດ © ສະຖານີ ວິທະຍຸກະຈາຍສຽງແຫ່ງຊາດລາວ

ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຊົມເຊີຍ ວັນສະຖາປະນາ ສປປ ລາວ ຄົບຮອບ 45 ປີ
( 02 ທັນວາ 1975 – 2020 ) ຢ່າງສຸດໃຈ

ເພີ່ມທະວີການຮ່ວມມືດ້ານຊັບພະຍາກອນນໍ້າ, ພ້ອມກັນພັດທະນາ ແມ່ນໍ້າຂອງ-ແມ່ນໍ້າລ້ານຊ້າງແບບຍືນຍົງ

ສົມມາດ ພົລເສນາ, ລັດຖະມົນຕີກະຊວງຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມ.

 

ແຫຼ່ງນໍ້າແມ່ນຊັບພະຍາກອນທໍາມະຊາດທີ່ສໍາຄັນ ແລະລໍ້າຄ່າໃນການດໍາລົງຊີວິດຂອງປະຊາຊົນລາວ ກໍຄືປະຊາຊົນຂອງບັນດາປະເທດການຮ່ວມມື ແມ່ນໍ້າຂອງ-ແມ່ນໍ້າລ້ານຊ້າງ. ການພັດທະນາ ແລະ ບໍລິຫານຊັບພະຍາກອນນໍ້າ ແມ່ນໜຶ່ງໃນບັນດາເປົ້າໝາຍການພັດທະນາແບບຍືນຍົງຂອງສະຫະປະຊາຊາດ ເຊິ່ງເປັນການປະກອບສ່ວນໂດຍກົງໃຫ້ແກ່ການແກ້ໄຂຄວາມທຸກຍາກ, ການຮັບປະກັນສະບຽງອາຫານ, ສຸຂະພາບ, ການສົ່ງເສີມບົດບາດຍິງ-ຊາຍ, ນໍ້າ ແລະ ສຸຂາອະນາໄມ, ພະລັງງານ. ນອກຈາກນັ້ນ ມັນຍັງມີຜົນຕໍ່ການແກ້ໄຂວຽກເຮັດງານທໍາ, ການເຕີບໂຕຂອງເສດຖະກິດ, ການສ້າງໂຄງລ່າງພື້ນຖານ, ການຮັບມືກັບການປ່ຽນແປງ ຂອງດິນຟ້າອາກາດ. ຍ້ອນວ່າຊັບພະຍາກອນນໍ້າມີຄວາມສໍາຄັນຄືແນວນີ້, ການຮ່ວມມືດ້ານຊັບພະຍາກອນນໍ້າ ເຊິ່ງລວມມີການຮ່ວມມື ດ້ານພະລັງງານນໍ້າໄດ້ກາຍເປັນ ໜຶ່ງໃນການຮວມມືສາກົນອັນສໍາຄັນຂອງ ສປປ.ລາວ. ປັດຈຸບັນ, ສປປ.ລາວ ເປັນປະທານໜ່ວຍປະຕິບັດງານຊັບພະຍາກອນນໍ້າອາຊຽນໃນໄລຍະ ປີ2020-2022 ກໍຄືເປັນປະທານ ຂອງຄະນະກໍາມະທິການ ຄູ່ຮ່ວມນໍ້າ ໂລກ-ອາຊີຕາເວັນອອກສ່ຽງໃຕ້ ໃນໄລຍະ ປີ2019-2021),  ຊຶ່ງສປປ ລາວ ຈະສະແດງບົດບາດຢ່າງຕັ້ງໜ້າຂອງຕົນ ເພື່ອເພີ່ມທະວີການຮ່ວມມືສາກົນ ໃນຂົງເຂດຊັບພະຍາກອນນໍ້າ.
ສປປ.ລາວ ເປັນປະເທດໜຶ່ງໃນໂລກທີ່ມີຄວາມອຸດົມສົມບູນດ້ານຊັບພະຍາກອນນໍ້າໂດຍທຽບໃສ່ຫົວຄົນ. ໃນແຕ່ລະປີໂດຍສະເລ່ຍ ປະລິມານນໍ້າຈາກພາຍໃນປະເທດ ແລະ ປະລິມານນໍ້າໄຫຼ ຜ່ານສປປລາວ ມີປະມານ 330 ຕື້ແມັດກ້ອນ. ໃນຊຸມປີທີ່ຜ່ານມາ, ລັດຖະບານ ສປປ.ລາວ ໄດ້ມີຄວາມພະຍາຍາມ ໃນການພັດທະນາ ແລະ ຄຸ້ມຄອງ ຊັບພະຍາກອນນໍ້າແບບຍືນຍົງ, ເຊິ່ງເປັນບົດບາດອັນສໍາຄັນໃນການຊຸກຍູ້ການພັດທະນາເສດຖະກິດ-ສັງຄົມ ຂອງຕົນ. ຍ້ອນໂຄງລ່າງພື້ນຖານຍັງບໍ່ຄົບຖ້ວນສົມບູນ,ການກະຈາຍຝົນຕົກບໍ່ສະໝໍ່າສະເໝີບວກກັບຜົນກະທົບຈາກການປ່ຽນແປງດິນຟ້າອາກາດ, ສປປ.ລາວ ຍັງພົບພໍ້ກັບສິ່ງທ້າທາຍ ຫລາຍປະການ ໃນການຈັດຕັ້ງປະຕິບັດເປົ້າໝາຍ ການພັດທະນາແບບຍືນຍົງ ທີ່ຕິດພັນກັບຊັບພະຍາກອນນໍ້າ (ໂຄງລ່າງພື້ນຖານທີ່ຕິດພັນກັບຊັບ ພະຍາກອນນໍ້າ ເປັນໜຶ່ງໃນໂຄງລ່າງພື້ນຖານອັນສໍາຄັນໃນສັງຄົມ, ປະເທດທີ່ພັດທະນາຈໍານວນໜຶ່ງ ມີຄວາມສາມາດໃນການຄວບຄຸມ ແລະ ຄຸ້ມຄອງຊັບພະຍາກອນນໍ້າໄດ້ເຖິງ 50%-60%,ເຊັ່ນວ່າການເກັບກັກນໍ້າ ໃນອ່າງເກັບນໍ້າທັງໝົດຂອງ ແມ່ນໍ້າໂຄໂລຣາໂດ້ຂອງສະຫະລັດອາເມລິກາແມ່ນມີປະລິມານສະສົມເທົ່າກັບ 3 ເທື່ອຂອງປະລິມານນໍ້າໄຫຼຜ່ານໃນແຕ່ລະປີ. ສ່ວນການກັກເກັບກັກນໍ້າ ຂອງອ່າງເກັບນໍ້າຢູ່ ສປປ.ລາວ ແມ່ນມີພຽງແຕ່ 5% ຕໍ່ປີຂອງປະລິມານນໍ້າໄຫຼຜ່ານ). ໂຄງລ່າງພື້ນຖານຊັບພະຍາກອນນໍ້າທີ່ຍັງບໍ່ທັນ ໄດ້ຮັບການພັດທະນາຍັງເປັນ ສາເຫດໜຶ່ງທີ່ສໍາຄັນ ໃນການຈໍາກັດການພັດທະນາເສດຖະ ກິດ-ສັງຄົມແບບຍືນຍົງຂອງ ສປປ.ລາວ ໃນປັດຈຸບັນ ແລະ ອະນາຄົດໄລຍະໜຶ່ງ. “ການອະນຸລັກຊັບພະຍາກອນນໍ້າ ເພື່ອຫຼີກລຽງໄພພິບັດຈາກນໍ້າ” ແມ່ນຄວາມຮຽກຮ້ອງຕ້ອງການອັນຮີບດ່ວນ ໃນການປັບປຸງຊີວິດການເປັນຢູ່ຂອງປະຊາຊົນ.
ນອກຈາກສປປລາວແລ້ວ, ຫຼາຍປະເທດໃນໂລກ ກໍປະເຊີນໜ້າກັບ ສິ່ງທ້າທາຍ ທີ່ເກີດມາຈາກຊັບພະຍາ ກອນນ້ຳ, ຊຶ່ງໃນນັ້ນກໍມີບັນດາປະເທດລຽບຕາມແມ່ນ້ຳຂອງ. ອັນນີ້ໄດ້ເປັນການຮັບຮູ້ໂດຍທົ່ວໄປຂອງປະຊາຄົມໂລກ. ຕໍ່ໜ້າສິ່ງທ້າທາຍດັ່ງກ່າວ ໄດ້ເລັ່ງທວງໃຫ້ບໍ່ພຽງແຕ່ຕ້ອງການໃຫ້ມີການປະສານສົມທົບ ລະຫວ່າງ ຂະແໜງການຂອງລັດ ກໍຄືການປະສານສົມທົບລະ ຫວ່າງລັດຖະບານ ແລະ ມວນຊົນຂອງແຕ່ລະປະເທດ. ພ້ອມກັນນັ້ນ ກໍຮຽກຮ້ອງໃຫ້ມີການຮ່ວມມືຢ່າງແໜ້ນແຟ້ນລະຫວ່າງບັນດາປະເທດ. ໂດຍຢຶດຖືແນວຄວາມຄິດການພັດທະນາແບບຍືນຍົງ ປະຊາຄົມໂລກ ຄວນຈະສຸມທຶນຮອນ, ຮ່ວມກັນປະຕິບັດງານ, ແລກປ່ຽນບົດຮຽນຊຶ່ງກັນ ແລະກັນ, ຮັບປະກັນໃຫ້ແຕ່ລະປະເທດ ໄດ້ຮັບຜົນສຳເລັດ ໃນການບັນລຸເປົ້າໝາຍການພັດທະນາ ແບບຍືນຍົງ ຢ່າງບໍ່ຢຸດຢັ້ງ.
“ດື່ມນໍ້າແມ່ນໍ້າສາຍດຽວກັນ ແລະ ຮ່ວມຊາຕາກໍານຳກັນຢ່າງໝັ້ນໝາຍ”. ນັບຕັ້ງແຕ່ລິເລີ່ມການຮ່ວມມືແມ່ນໍ້າຂອງ-ແມ່ນໍ້າລ້ານຊ້າງເປັນເວລາສີ່ປີປາຍ ທີ່ໄດ້ຜ່ານໄປນັ້ນ ມັນໄດ້ກາຍເປັນໜຶ່ງໃນກົນໄກທີ່ມີໝາກຜົນສໍາເລັດ ແລະ ເກີດຜົນປະໂຫຍດຢ່າງຫຼາຍໃນພາກພື້ນ. ການຮ່ວມມືແມ່ນໍ້າຂອງ-ແມ່ນໍ້າລ້ານຊ້າງ ໄດ້ກາຍເປັນການຮ່ວມມືແບບຕ່າງຝ່າຍຕ່າງມີຜົນປະໂຫຍດຂອງ 6 ປະເທດ, ເປັນເວທີການຮ່ວມມືເພື່ອຮັບມືກັບສິ່ງທ້າທາຍດ້ານຊັບພະຍາກອນນໍ້າໃນພາກພື້ນ. ການຮ່ວມມືດ້ານຊັບພະຍາກອນນໍ້າແມ່ນໜຶ່ງໃນຂົງເຂດບູລິມະສິດຂອງການຮ່ວມມືແມ່ນໍ້າຂອງ-ແມ່ນໍ້າລ້ານຊ້າງ. ໄດ້ສ້າງກົນໄກການການປະສານງານຂອງຄະນະວິຊາກນຮ່ວມ ແລະ ກອງປະຊຸມລັດຖະມົນຕີໃນຂົງເຂດຊັບພະຍາກອນນໍ້າຂອງ 6 ປະເທດແມ່ນໍ້າຂອງ-ລ້ານຊ້າງ. ພວກເຮົາໄດ້ພ້ອມກັນກໍານົດ《ແຜນຈັດຕັ້ງປະຕິບັດ 5 ປີການຮ່ວມມືຊັບພະຍາກອນນໍ້າ ແມ່ນໍ້າຂອງ-ແມ່ນໍ້າລ້ານຊ້າງ》,ໄດ້ສ້າງຕັ້ງສູນຮ່ວມມືຊັບພະຍາກອນນໍ້າແມ່ນໍ້າຂອງ-ລ້ານຊ້າງ, ເຄົາລົບສິດ ແລະຜົນປະໂຫຍດການນໍາໃຊ້ ແລະພັດທະນາຊັບພະຍາກອນນໍ້າຂອງແຕ່ລະປະເທດ.ເບິ່ງແຍງບັນຫາທີ່ເປັນຫ່ວງກັງວົນຫຼັກເຊິ່ງກັນ ແລະກັນ, ການເຈລະຈາປຶກສາຫາລື ແລະແລກປ່ຽນເຕັກນິກອັນກວ້າງຂວາງ, ສົ່ງເສີມການແລກປ່ຽນ ຂໍ້ມູນສະຖິຕິ ແລະ ປະສົບການ, ພ້ອມກັນກະກຽມ ແລະຈັດຕັ້ງປະຕິບັດໂຄງການການຮ່ວມມືຈໍານວນໜຶ່ງ, ນອກຈາກນີ້ຍັງຮ່ວມມືຢ່າງຕັ້ງໜ້າກັບອົງການຈັດຕັ້ງພາກພື້ນ ຈໍານວນໜຶ່ງເຊັ່ນ: ກອງເລຂາຄະນະກໍາມະການແມ່ນໍ້າຂອງເປັນຕົ້ນ. ການພັດທະນາດັ່ງກ່າວນີ້ຈະກາຍເປັນສ່ວນສໍາຄັນໃນການຊຸກຍູ້ການບັນລຸເປົ້າ   ໝາຍຂອງການອະນຸລັກຊັບພະຍາກອນນໍ້າເພື່ອການພັດທະນາແບບຍືນຍົງໃນພາກພື້ນແມ່ນໍ້າຂອງ-ແມ່ນ້ຳລ້ານຊ້າງ.
ພາຍໃຕ້ກອບຂອງການພັດທະນາຢ່າງມີທ່າກ້າວຂອງການຮ່ວມມືແມ່ນໍ້າຂອງ-ລ້ານຊ້າງ, ການຮ່ວມມືການອະນຸລັກນໍ້າຂອງສອງ ປະເທດ ລາວ-ຈີນ ນັບມື້ນັບສະໜິດແໜ້ນຂື້ນກວ່າເກົ່າ, ພຽງແຕ່ໃນປີ 2019 ຂ້າພະເຈົ້າໄດ້ປະຊຸມກັບ ສະຫາຍ ເອີ້ຈິ້ງຜິງ ລັດຖະມົນຕີກະຊວງຊັບພະຍາກອນນໍ້າ ສປ.ຈີນ ເຖິງ 3 ຄັ້ງ, ການຮ່ວມມືສອງຝ່າຍກໍໄດ້ບັນລຸໝາກຜົນໃນການຈັດຕັ້ງປະຕິບັດ ເຊັ່ນວ່າ: ສປ.ຈີນ ໄດ້ຊ່ວຍເຫຼືອກໍ່ສ້າງສູນຊໍ້ມູນຊັບພະຍາກອນນໍ້າແຫ່ງຊາດລາວ, ສະຖານີສາທິດອຸທົກກະສາດ ອັດຕະໂນມັດ ທີ່ທັນສະ  ໄໝ 50 ກວ່າແຫ່ງໄດ້ຖືກຈັດຕັ້ງ ດໍາເນີນງານຢ່າງຕໍ່ເນື່ອງ, ການສຶກສາ ຄວາມປອດໄພຂອງເຂື່ອນ, ເປີດໂຄງການສາທິດນໍ້າດື່ມປອດໄພ, ສປຈີນຍັງໄດ້ ຊ່ວຍພວກເຮົາໃນການສ້າງຄຸ້ມຄອງ ອ່າງຮັບນ້ຳຫຼັກສອງແຫ່ງ, ຈັດການຝຶກອົບຮົມນັກວິຊາການ ແລະຜູ້ບໍລິຫານຄຸ້ມຄອງນໍ້າເປັນຈໍານວນຫຼາຍ,ຊຶ່ງເປັນການສະໜັບສະໜຸນພວກເຮົາ ໃນການເພີ່ມທະວີການບໍລິຫານຄຸ້ມຄອງຊັບພະຍາກອນນໍ້າຢ່າງມີວິທະຍາສາດ.
ສປ.ຈີນ ເປັນປະເທດໜຶ່ງທີ່ມີຄວາມຫຍຸ້ງຍາກສັບສົນຫລາຍປະການ ກ່ຽວກັບຊັບ ພະຍາກອນນໍ້າ, ລັດຖະບານ ສປ. ຈີນ ແຕ່ລະສະໄຫມໄດ້ໃຫ້ຄວາມສໍາຄັນສູງຕໍ່ວຽກງານການອະນຸລັກຊັບພະຍາກອນນນໍ້າ, ສປ.ຈີນ ມີປະສົບການສູງໃນການປ້ອງກັນນໍ້າຖ້ວມ, ໄພແຫ້ງແລ້ງ ແລະ ການປົກປັກຮັກສາ ຊັບພະຍາກອນນໍ້າ ໃຫ້ມີຜົນປະໂຫຍດ, ຮັບປະກັນຄວາມປອດໄພໃນການປ້ອງກັນໄພນໍ້າຖ້ວມຢ່າງມີປະສິດຕິພາບ, ມີຄວາມໝັ້ນຄົງທາງດ້ານສະໜອງນໍ້າປະປາ, ຄວາມໝັ້ນຄົງທາງດ້ານສະບຽງອາຫານ ແລະ ຄວາມໝັ້ນຄົງທາງດ້ານພະລັງງານ, ເຮັດໃຫ້ປະຊາຊົນຈີນໄດ້ມີຊີວິດການເປັນຢູ່ອັນອຸດົມສົມບູນນັບມື້ນັບຫຼາຍຂື້ນ. ຂ້າພະເຈົ້າໂຊກດີທີ່ໄດ້ມີໂອກາດ ໄປທັດສະນະສຶກສາການບໍລິຫານຄຸ້ມຄອງໂດຍລວມແຫຼ່ງນໍ້າ ຂອງແມ່ນໍ້າຢັງຊີຈຽງ ແລະ ແມ່ນໍ້າເຫຼືອງຂອງ ສປ.ຈີນ, ໄດ້ໄປຢ້ຽມຊົມໂຄງການເຂື່ອນສາມຜາ ແລະ ໂຄງການອ່ວາຍນໍ້າຈາກພາກໃຕ້ ໄປສູ່ພາກເໜືອ, ເຊິ່ງໄດ້ເຫັນດ້ວຍຕົນເອງກ່ຽວກັບຜົນສໍາເລັດຂອງກິດຈະການກໍ່ສ້າງອະນຸລັກຊັບພະຍາກອນນໍ້າຂອງ ສປ.ຈີນ, ສິ່ງທີ່ເຮັດໃຫ້ຂ້າພະເຈົ້າປະທັບໃຈທີ່ສຸດຄື ສປ.ຈີນ ໄດ້ໃຫ້ຄວາມສໍາຄັນຂື້ນອີກບາດກ້າວໜຶ່ງ ຕໍ່ການປົກປັກຮັກສາ ແລະ ການພັດທະນາທາງດ້ານເຕັກນິກວິທະຍາສາດຢ່າງກົມກຽວ ຕາມແນວຄວາມຄິດ “ແມ່ນໍ້າສົດໃສ ແລະ ທ້ອງຟ້າສີຄາມ ກໍມີຄຸນຄ່າປຽບ   ເໝືອນພູເງິນ, ພູຄໍາ”, ຮັບປະກັນການພັດທະນາເສດຖະກິດ-ສັງຄົມຂອງຕົນທີ່ມີຄຸນນະພາບ. ແນວຄວາມຄິດ ແລະ ພຶດຕິກໍາການຈັດຕັ້ງປະຕິບັດຕົວຈິງ ໃນການຄຸ້ມຄອງຊັບພະຍາກອນນໍ້າ ຂອງ ສປ.ຈີນ ເປັນບົດຮຽນອັນລໍ້າຄ່າໃນການຮຽນຮູ້ໃຫ້ແກ່ບັນດາປະເທດທີ່ກໍາລັງພັດທະນາລວມທັງ ສປປ.ລາວ.
“ພີ່ນ້ອງຜູ້ຢູ່ຫ່າງໄກ ບໍ່ທໍ່ເພື່ອນຜູ້ທີ່ຢູ່ບ້ານໃກ້ເຮືອນຄຽງ”, ສປ.ຈີນ ໃນນາມເປັນຄູ່ຮ່ວມທີ່ມີຄວາມຮັບຜິດຊອບສູງ ໄດ້ສະໜອງຂໍ້ມູນດ້ານອຸທົກກະສາດໃຫ້ແກ່ປະເທດແມ່ນໍ້າຂອງຕອນລຸ່ມ, ສປ. ຈີນໄດ້ໃຫ້ການຮ່ວມມືໃນການຮັບມືກັບໄພແລ້ງ ແລະ ອຸທົກກະໄພ ປີ 2016 ແລະ 2019, ບັນດາປະເທດລຽບຕາມແມ່ນໍ້າຂອງຕອນລຸ່ມ ໄດ້ຮັບຜົນກະທົບຈາກໄພແຫ້ງແລ້ງຢ່າງໜັກນ່ວງ, ສປ.ຈີນ ໄດ້ເພີ່ມທະວີການດັດປັບປະລິມານນໍ້າ ຂອງແມ່ນໍ້າລ້ານຊ້າງຢ່າງມີວິທະຍາສາດ ເພື່ອບັນເທົາໄພແລ້ງຢ່າງມີປະສິດຕິພາບ, ເຊິ່ງໄດ້ຮັບການຕີລາຄາຍົກຍ້ອງຢ່າງສູງ ລັດຖະບານຂອງບັນດາປະເທດຕາມລໍາແມ່ນໍ້າຕອນລູ່ມຂອງເຊິ່ງລວມທັງ ສປປ.ລາວ ແລະ ຈາກສາກົນ.
ກອງປະຊຸມຜູ້ນໍາແມ່ນໍ້າຂອງ-ແມ່ນໍ້າລ້ານຊ້າງ ຄັ້ງທີ 3 ຈະໄດ້ເປີດຂື້ນ ໃນໄລຍະໄວໆນີ້ ຢູ່ນະຄອນຫຼວງວຽງຈັນ, ການຮ່ວມມືໃນດ້ານຊັບພະຍາກອນນໍ້າ ຍັງຈະເປັນໜຶ່ງໃນວາລະທີ່ສໍາຄັນ ຂອງກອງປະຊຸມຄັ້ງນີ້. ຂ້າພະເຈົ້າມີຄວາມ ຄອງຄອຍຕໍ່ຜົນສໍາເລັດ ຂອງກອງປະຊຸມຄັ້ງນີ້. ກະຊວງຊັບພະຍາກອນ ທໍາມະຊາດ ແລະ ສິ່ງແວດລ້ອມ ແຫ່ງ ສປປລາວ ຈະພ້ອມກັບຄູ່ຮ່ວມງານຈາກ ບັນດາປະເທດສະມາຊິກ ແມ່ນໍ້າຂອງ-ແມ່ນໍ້າລ້ານຊ້າງ ຮ່ວມກັນຕັ້ງໜ້າ ຜັນຂະຫຍາຍ ຂໍ້ຕົກລົງຂອງກອງ ປະຊຸມຄັ້ງນີ້ ເພື່ອບັນລຸເປົ້າໝາຍ ການພັດທະນາແບບຍືນຍົງ ໃນຂະແໜງຊັບພະຍາກອນນໍ້າ.