ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກ ເຂົ້າສູ່ຊີວິດຈິງ
ວັນ​ທີ 28 ມິ​ຖຸ​ນາ 2022 ທ່ານ​ສີ​ຈິ້ນ​ຜິງ ປະ​ທານ​ປະ​ເທດ ສປ​ ຈີນ​ໄດ້​ເດີນ​ທາງ​ໄປສຳ​ຫຼວດ​ວຽກ​ງານ​ຢູ່​ນະ​ຄອນ​ອູ​ຮັ້ນ ແຂວງ​ຫູ​ເປີຍ​ຂອງ​ຈີນ ເຊິ່ງ​ເປັນ​ຄັ້ງ​ທີ​ສອງ​ທີ່​ທ່ານ​ໄປ​ຮອດ​ນະ​ຄອນ​ອູ​ຮັ້ນ​ໃນ​ໄລ​ຍະ​ເກີດ​ມີ​ສະ​ພາບ​ໂຄວິດ-19 ເຊິ່ງ​ການ​ລົງ​ຮາກ​ຖານ​ຄັ້ງ​ນີ້ ທ່ານ​ໄດ້​ໄປ​​ສຳ​ຫຼວດ​ວິ​ສາ​ຫະ​ກິດ​ວິ​ທະ​ຍາ​ສາດ​ເຕັກ​ນິກ ແລະ​ເຂດ​ຊຸມ​ຊົນ. ເຂດ​ຊຸມ​ຊົນ​ແມ່ນ​ເປັນ​ແນວ​ໜ້າ​ໃນ​ການ​ຕ້ານ​ກັບ​ພະ​ຍາດ​ໂຄວິດ-19 ນີ້​ກໍ່​ແມ່ນ​ສາ​ເຫດ​ທີ່​ທ່ານ​ໄດ້​ລົງ​ກວດ​ກາ​ວຽກ​ຢູ່​ເຂດ​ຊຸມ​ຊົນ​ໃນ​ສອງ​ຄັ້ງ​ທີ່​ມາ​ຮອດ​ອູ​ຮັ້ນ​ໃນ​ໄລ​ຍະ​ເກີດ​ພະ​ຍາດ​ໂຄວິດ-19. ໃນ​ການ​ລົງ​ກວດ​ກາ​ຢູ່​ເຂດ​ຊຸມ​ຊົນ​ໃນ​ຄັ້ງ​ນີ້, ທ່ານ​ສີ​ຈິ້ນ​ຜິງ​ກ່າວ​ວ່າ, ພວກ​ເຮົາ​ໄດ້​ປະ​ຕິ​ບັດ​ມາດ​ຕະ​ການ​ໃຫ້​ໂຄວິດ-19 ເປັນ​ສູນ​ແມ່ນ​ເລີ່ມ​ຈາກ​ສະ​ພາບ​ຕົວ​ຈິງ​ຂອງ​ປະ​ເທດ​ຈີນ, ພວກ​ເຮົາ​ແໜງ​ໃຫ້​ການ​ພັດ​ທະ​ນາ​ເສດ​ຖະ​ກິດ​ຊ້າ​ລົງ​ໜ໊ອຍ​ໜຶ່ງ ກໍ່​ບໍ່​ຢາກ​ໃຫ້​ຊີ​ວິດ​ແລະ​ສຸ​ຂະ​ພາບ​ຂອງ​ປະ​ຊາ​ຊົນ​ຖືກ​ກະ​ທົບ, ໂດຍ​ສະ​ເພາະ​ແມ່ນ​ຕ້ອງ​ຮັກ​ສາ​ຜູ້​ເຖົ້າ​ແກ່​ຊາ​ລາ​ແລະ​ເດັກ​ນ້ອຍ​ໃຫ້​ດີ.
ສະ​ນັ້ນ, ກ່ຽວ​ກັບ​ຊີ​ວິດ​ຕົວ​ຈິງ​ຢູ່​ເມືອງ​ອູ​ຮັ້ນ​ແມ່ນ​ເປັນ​ແນວ​ໃດ​ແທ້? ນັກ​ຂ່າວ CRI ແມ່ນ​ໄດ້​ມີ​ໂອ​ກາດ​ສຳ​ພາດ​ນ້ອງ​ນັກ​ສຶກ​ສາ​ລາວ​ຜູ້​ທີ່​ຮຽນ​ແລະ​ໃຊ້​ຊີ​ວິດ​ຢູ່​ອູ​ຮັ້ນ​ຕະ​ຫຼອດ​ໄລ​ຍະ​ເກີດ​ມີ​ໂຄວິດ-19 ໃຫ້​ນ້ອງ​ມາ​ເລົ່າ​ສູ່​ຟັງ​ວ່າ,ການ​ຮຽນ​ແລະ​ການ​ໃຊ້​ຊີ​ວິດ​ຢູ່​ອູ​ຮັ້ນ​ແມ່ນ​ເປັນ​ແນວ​ໃດ​ແທ້.
ທ້າວ ຈີ​ລະ​ພອນ ​ພົມມະ​ແກ້ວ ( ​ແອນ​ດິວ )​ແມ່ນ​ນັກ​ສຶກສາລາ​ວທີ່​ໄດ້​ຮັບ​ທືນການ​ສຶກສາຈາກ​ລັດຖະບານຈີນ​ເມື່ອ​ສົກຮຽນ 2018-2019 ​ໃນ​ລະດັບ​ປະລິນຍາ​ຕີ ທີ່​ມະຫາວິທະຍາ​ໄລ​ຄູ​ພາກ​ກາງ​ອູ​ຮ້ານ​ແຂວງ​ຫູ​ເປີ​ຍ ​ເຊິ່ງມາ​ຮອດ​ປັດຈຸບັນ​ນີ້ແມ່ນ​ຮຽນ​ປີ​ທີ4​ແລ້ວ.
ທ້າວ​ແອນ​ດິວ​ເວົ້າ​ສູ່​ຟັງ​ວ່າ​ຕອນ​ເກີດ​ມີ​ພະຍາດ​ໂຄ​ວິດ-19 ຕົນ​ເອງ​ບໍ່​ໄດ້​ອອກ​ໄປ​ໃສ​ຢູ່​ແຕ່​ໃນ​ໂຮງຮຽນຕົ້ນ​ຕໍ່​ແມ່ນ​ໄດ້ປະຕິບັດ​ຕາມລະບຽບ,ຕາມ​ຄໍາ​ແນະ​ນໍາ​ຂອງ​ຄູ​ອາຈານຢ່າງ​ເຄັ່ງ​ຄັດ​ເພື່ອ​ຄວາມ​ປອດ​ໄພຂອງ​ຕົນ​ເອງ​ແລະ​ໂຮງຮຽນ​ນໍາ.
​ເມື່ອ​ນັກ​ຂ່າວຖາມ​ວ່າການ​ປ້ອງ​ກັນ​ແກ້​ໄຂ​ແລະ​ຄວາມ​ເອົາ​ໃຈ​ໃສ່​ຂອງ​ລັດຖະບານ​ຈີນ​ກ່ຽວ​ກັບ​ພະ​ບາດ​ໂຄ​ວິດ-19 ​ແອນ​ດິວ​ເຫັນ​ວ່າ​ໄດ້​ຮັບ​ຜົນ​ແນວ​ໃດ​ບໍ? ​ທ້າວ​ແອນ​ດິວບອກວ່າ, ​ໃນ​ຄວາມ​ຄິດ​​ເຮົາ​ເອງ​​​ເຫັນ​ໄດ້​​ເລີຍວ່າ​ປະ​ເທດ​ຈີນ​ເລື່ອງ​ມາດ​ຕະການ​ຕໍ່ຕ້ານ​ພະຍາດ​ໂຄ​ວິດ-19 ​​ແມ່ນເພີ່ນ​ເຂັ້ມ​ງວດ​ແລະ​ເອົາ​ໃຈ​ໃສ່​ກັບ​ນັກ​ສຶກສາ​ຕ່າງປະ​ເທດບໍ່​ວ່າ​ຈະ​ແມ່ນ​ນັກຮຽນ​ລາວ​ຫຼື​ມາ​ຈາກ​ປະ​ເທດ​ອື່ນ​ບໍ່​ວ່າ​ຈະ​ແມ່ນ​ໂຮງຮຽນ​ໃດ ຮູ້ສຶກ​ວ່າ​ເຂັ້ມງວດ​ກວ່າ​ປົກກະຕິ ​ເພື່ອ​ຄວາມ​ປອດ​ໄພ​ຂອງ​ນັກ​ສຶກສາ​ຕ່າງປະ​ເທດ​ນີ້ລະ ​ແລະ​ເພີ່ນ​ຍັງ​ເອົາ​ໃຈ​ໃສ່​ບໍ່​ວ່າ​ເລື່ອງ​ຜ້າ​ອັດ​ປາກ​ຕ່າງໆ​ແມ່ນ​ແຈກ​ໃຫ້​ລ້າໆ ​ແລະ​ໄລຍະ​ທີ່​ມັນ​ໜັກໆ​ເຮົາ​ຢູ່​ໃນ​ອູ​ຮ້ານ​ນີ້​ເພີ່ນ​ກໍ​ໄດ້​ມີ​ການ​ແຈກ​ເຂົ້າ​ອາ​ຫາ​ການ​ກິນ​ໃຫ້​ກັບ​ນັກ​ສຶກສາ​ຕ່າງປະ​ເທດ ​ເຮົາ​ກໍ​ຮູ້ສຶກ​ວ່າ​ເພີ່ນ​ເອົາ​ໃຈ​ໃສ່​ດີ ​ແຕ່​ກໍ​ມີ​ນັກຮຽນ​ບາງ​ຄົນມີ​ຜົນ​ກະທົບ​ທາງ​ຄວາມ​ຮູ້ສຶກ​ຈິດ​ໃຈ​ເພາະວ່າ​ກັກ​ໂຕ​ເປັນ​ເວລາ​ດົນ​ບໍ່​ໄດ້​ອອກ​ໄປ​ພໍ້ໝູ່​ພໍ້​ຄູ່ ​ແຕ່ກໍ​ດີ​ຂື້ນ​ແລ້ວ​ເພາະ​ມີ​ການ​ເຊີນ​ຈິດຕະ​ແພດ​ຕ່າງໆ​ມາ​ໂຮງຮຽນ​ກວດ​ເບິ່ງ​ວ່າ​ຜູ້​ໃດ​ມີ​ບັນຫາ​ເລື່ອງ​ນີ້​ແດ່ ໄລຍະ​ຜ່ານ​ມາ​ນັ້ນ​ແມ່ນ​ດີ​ໝົດ​ແລ້ວ.
ກ່ຽວ​ກັບ​ສະ​ພາບໃນປັດ​ຈຸ​ບັນນີ້​ ການ​ໃຊ້​ຊີ​ວິດ​ຂອງ​ຄົນ​ທົ່ວ​ໄປ​ຕະຫຼອດ​ເຖິງ​ແອນ​ດິວ​ເອງ​ເປັນ​ຈັ່ງ​ໃດ? ​ແອນ​ດິວ​ເວົ້າ​ວ່າ, ດຽວ​ນີ້ ການ​ໃຊ້​ຊີ​ວິດ​ແລະ​ການ​ຮຽນແມ່ນເຂົ້າ​ມາສູ່​ສະພາບ​ປົກກະຕິ​ແລ້ວ ຍັງ​ແຕ່​ວ່າ​ຂໍ້​ຍົກ​ເວັ້ນ​ເຮົາ​ແມ່ນ​ຕ້ອງ​ໃສ່​ຜ້າ​ອັດ​ປາກ​ທຸກ​ຄັ້ງ, ​ເວລາ​ເຮົາ​ອອກ​ໄປ​ນອກ ​ເວົ້າ​ງ່າ​ຍໆ​ເວລາ​ຢູ່​ໂຮງຮຽນ​ຈະ​ອອກ​ໄປ​ນອກ​ເຮົາ​ຕ້ອງ​ໃສ່ ​ແລະ​ຂໍ​ອະນຸຍາດ​ໂດຍ​ຈະ​ມີ​ລະບົບ​ໃນ​ໂທລະສັບ ຂຽນ​ເປັນ​ຂໍ້ຄວາມ​​ຄອບ​ອາ​ຈານ, ແລະບອກ​ວ່າ​ຈຸດປະສົງ​ຈະ​ໄປ​ໃສ​ບ່ອນ​ໃດ​ເພື່ອ​ເປັນ​ການ​ບັນທຶກ​ວ່າ​ນັກຮຽນ​​ອອກ​​​ໄປໃສ​ມາ​ໃສ ​ແລະ​ເພື່ອ​ຄວາມ​ປອດ​ໄພ​ຂອງ​ທຸກ​ຄົນ​ ສົມ​ມຸດ​ວ່າ​ເກີດ​ການລະບາ​ດອີກ​ກໍ​ສາມາດ​ແກ້​ໄຂ​ໄດ້​ຢ່າງ​ທັນ​ການ. ​
​ແອນ​ດິວຍັງ​ບອກ​ໃຫ້​ນັກ​ຂ່າວ​ຮູ້​ວ່າ, ​ໃນ​ນາມ​ຄົນ​ລາວ​ກໍ​ຄື​ຄົນ​ຕ່າງປະ​ເທດ​ທີ່​ໃຊ້​ຊີວິດ​ຢູ່​ອູ​ຮ້ານ​ມີ​ຄວາມໝັ້ນ​ໃຈ​ກັບ​ລັດຖະບານ​ຈີນ​ໃນ​ການ​ປ້ອງ​ກັນ​ສະກັດ​ກັ້ນ​ພະຍາດ​ໂຄ​ວິດ-19. ລາວ​ວ່າ: ​ໃນ​ຄວາມ​ຄິດ​ສ່ວນ​​ໂຕ ກ່ອນ​ທີ່​ພະຍາດ​ຊິ​ລະບາດ​ມີ​ຂ່າວ​ລື​ມາ​ຈາກ​ຫຼາຍໆ​ບ່ອນ​ ​ເຊິ່ງຕອນ​ນັ້ນ​ມັນ​ພໍດີ​ຖືກ​ກັບ​ໄລຍະ​ທີ່​ເຮົາ​ຈະ​ກັບ​ໄປ​ລາວ​ໄປ​ຢາມ​ພໍ່​ແມ່ ​ແຕ່​ເຮົາ​ກໍ​ຕັດສິນ​ໃຈ​ຢູ່​ບໍ່​ກັບລາວ ​ເພາະ​ຢູ່​ນີ້​ເຮົາ​ເຊື່ອ​ໝັ່ນ​ວ່າ​ບັນຫາ​ໂຕ​ນີ້​ລັດຖະບານ​ຈີນ​ຕ້ອງ​ແກ້​ໄຂ​ໄດ້​ຢ່າງ​ແນ່ນອນ​ຢູ່​ແລ້ວ​ ​ເຮົາ​ກໍ​ເລີຍ​ຕັດສິນ​ໃຈ​ຢູ່​ຈີນ​ຕໍ່.ລັດຖະບານ​ຈີນ​​ໂດຍ​ຜ່ານ​ທາງ​ໂຮງຮຽນ​ໃຫ້​ໄດ້​ໄປ​ຮັບ​ວັກ​ຊິນ(ສັກ) ​ເຮົາ​ສ່ວນ​ຕົວ​ແມ່ນ​ຮັບ​ແລ້ວ​3​ເຂັມ ​ແລະ​ສ່ວນ​ໃຫຍ່​ນັກຮຽນ​ທຸກ​ຄົນ​ແມ່ນ​ໄດ້​ຮັບ​ວັກ​ຊິນ​ໝົດ​ແລ້ວ​ທີ່​​ຍັງ​ຢູ່​ໃນ​ຈີນ​ນີ້. ຫຼັງ​ຈາກ​ໄດ້​ຮັບ​ວັກ​ຊິນ​ມາ​ຮູ້ສຶກ​ວ່າ​ໝັ້ນ​ໃຈ​ໃນ​ລະດັບ​ໜຶ່ງ​ເຮົາ​ຈະ​ສາມາດ​ໃຊ້​ຊີວິດ​ແບບ​ປົກກະຕິ ອີກ​ຢ່າງ​ໜຶ່ງ​ເພື່ອ​ຄວາມ​ປອດ​ໄພ​ຂອງ​ຕົວ​ເຮົາ​ເອງ​ແລະ​ໝູ່​ເພື່ອນ​ອ້ອມ​ຂ້າງ​ທີ່​ວ່າ​ອາ​ໃສ​ດໍາລົງ​ຊີວິດ​ຢູ່​ນໍາ​ກັນ ຊັ້ນ​ຕ້ອງ​ໄດ້​ໄປ​ສັກ​ວັກ​ຊິນ.
ກ່ຽວ​ກັບ​ສະ​ພາບ​ການ​ທຸກ​ມື້​ນີ້​ຢູ່​ອູ​ຮ້ານບັນຍາກາດ​ເປັນ​ແນວ​ໃດ ທຸກ​ຄົນ​ມີ​ຄວາມ​ເບີກບານ​ມ່ວນ​ຊື່ນ​ກັບ​ມາ​ໃຊ້​ຊີວິດ​ຢ່າງ​ມີ​ຄວາມສຸກ​ລະ​ບໍ່​ຫຼື​ວ່າ​​ເປັນ​ຈັ່ງ​ໃດ? ​ແມ່ນ​ແລ້ວ​ກັບ​ມາ​ໃຊ້​ຊີວິດ​ປົກກະຕິ​ ມີ​ຄວາມສຸກ​ສະໜຸກ​ສະໜານ​ຕ່າງໆ ​ມີ​ແຕ່​ຕ້ອງ​ໃຊ້​ມາດ​ຕະ​ການ​ປ້ອງ​ກັນ​ພະ​ຍາດ​ທີ່​ອາດ​ເກີດ​ຄືນ​ໃໝ່ ເຊັ່ນ​ວ່າ ທຸກ​ມື້​ອອກ​ໄປ​​ໃສ​ກໍ​ຕ້ອງ​ໃສ​ຜ້າ​ອັດ​ປາກ​ແລະ​ຕ້ອງ​ໄປ​ກວດ​ເຊື້ອ​, ​ອັນ​ນີ້​ກໍ​ແມ່ນ​ສິ່ງ​ໃໝ່ ແຕ່​ກໍ່​ບໍ່​ສັບ​ສົນ ເພາະ​ບ່ອນກວດ​ເຊື້ອ​ມີ​ຫຼາຍ​ບ່ອນ ໄປ​ໄດ້​ງ່າຍ, ​ບໍ່​ມີ​ບັນຫາ​ຫຍັງ ​ເຮົາ​ເຫັນ​ດີ​ສຸດ​ໃນ​ເລື່ອງ​ທີ່​ເພີ່ນ​ກວດກາ​ໂຄ​ວິດ-19ຕະຫຼອດ​ເວລາ​ເພາະວ່າ, ​ເວົ້າ​ງ່າຍໆ​ສາ ມັນ​ປອດ​ໄພ.ທຸກ​ຢ່າງ​ປົກກະຕິ.
ເວົ້າ​ເຖິງ​ການ​ໃຊ້​ຊີ​ວິດ​ປະ​ຈຳ​ວັນ​ຢູ່​ອູ​ຮັ້ນ ນັກ​ຂ່າວ​ຖາມ​ວ່າ ນະ​ຄອນ​ອູ​ຮັ້ນ​ເປັນ​ນະ​ຄອນ​ໜຶ່ງ​ທີ່​ມີ​ອາ​ຫານ​ແຊບ​ຊ້ອຍ​ເປັນ​ພິ​ເສດ​ຂອງ​ຕົນ, ປັດຈຸບັນ​ນີ້​ການ​ໄປ​ກິນ​ອາຫານ​ຢູ່​ຕາມ​ຮ້ານ​ຄ້າ​ຕ່າງ​ໃນ​ອູ​ຮ້ານ​ເປັນ​ແນວ​ໃດ​ສະດວກ​ສະບາຍ​ລະ​ບໍ? ແອ​ນ​ດິວ​ເວົ້າ​ວ່າ, ສະ​ກວກ​ສະບາຍ​ແລ້ວ​ເພາະວ່າ​ຢູ່​ຈີນ​ເພີ່ນ​ຈະ​ມີ​ລະບົບ​ທີ່​ເອີ່​ນວ່າ ຈຽງ​ຄາງ​ມາ​ແອບ​ສຸຂະພາບ ​ເຂົາ​ຈະ​ກວດ​ແອບ​ນີ້​ຕະຫຼອດ, ​ເຮົາ​ຊິ​ເຂົ້າ​ໄປ​ຮ້ານ​ອາຫານ​ກໍ​ຕ້ອງ​ໄດ້​​ເອົາ​ໂທລະສັບ​ສະ​ແກນ​ໃຫ້​ເຫັນ​ຄິວ​ອາ​ໂຄດ​ຂອງ​ເຮົາວ່າ​ມັນ​ເປັນ​ສີ​ຫຍັງ, ສົມ​ມຸກ​ວ່າ​ມັນ​ເປັນ​ສີຂຽວ​ກໍ​ສະ​ແດງ​ວ່າ​ປົກກະຕິ,ຖ້າ​ສີ​ເຫຼືອງ​ກໍ​ຢູ່​ໃນ​ລະດັບ​ສ່ຽງ ຖ້າ​ເປັນ​ສີ​ແດງ​ຖື​ວ່າ​ບໍ່​ປອດ​ໄພ​ແລ້ວ ​ສ່ວນ​ໃຫຍ່​ແຕ່​ລະ​ບ່ອນ​ໃນ​ອູ​ຮ້ານ​ແມ່ນ​ເຂົ້າ​ໄດ້​ປົກກະຕິ ​​ແລະ​ຕອນ​ນີ້​ເພື່ອ​ນລາວ​ຢູ່​ໂຮງຮຽນ​ດຽວ​ກັນ​ແມ່ນ​ມີ​ສອງ​ຄົນ ​ແຕ່​ສໍາ​ລັບ​ຢູ່​ທົ່ວອູ​ຮ້ານ​ນີ້​ຍັງ​ບໍ່​ແນ່​ໃຈ ​ແຕ່​ຄິດ​ວ່າ​ບໍ່​ຮອດ10ຄົນ​ປະມານ5-6ຄົນ.
ສຸດ​ທ້າຍ ແອນ​ດິວແມ່ນ​ໄດ້ສະ​ແດງ​ຄວາມ​ຂອບ​ໃຈ​ແລະ​ເຊື່ອໝັ້ນ​ຕໍ່​ລັດຖະບານ​ຈີນ​ ໃນ​ນາມ​ເປັນ​ຄົນ​ຕ່າງປະ​ເທດ​ທີ່​ມາ​ອາ​ໃສ​ຢູ່​ອູ​ຮ້ານ​ນີ້, ລາວບອກວ່າ ​ໃນ​ສ່ວນ​ໂຕ​ເຮົາ​ກໍ​ເຄີຍ​ຕ່າງ​ໜ້າ​ນັກຮຽນ​ລາວ​ຂອບ​ອົກຂອບ​ໃຈ​ອາຈານ​ທີ່ຢູ່​ໂຮງຮຽນ​​ມາ​ກ່ອນໜ້ານີ້​ແລ້ວ ​ແລະ​ຕອນ​ນີ້​ກໍ​ຢາກ​ຂອບ​ໃຈ​ອີກ​ເທື່ອ​ໜຶ່ງ​ເພາະວ່າ​ໃນ​ການ​ຊ່ວຍ​ເຫຼືອ​ແລະ​ເບິ່ງ​ແຍງ,ຮັກສາ​ໃຫ້​ພວກ​ເຮົາ​ຢູ່​ຢ່າງ​ປອດ​ໄພມາ​ໂດຍ​ຕະຫຼອດ​​ເພາະວ່າ ​ເຮົາ​ກໍ​ຮັບ​ຮູ້​ລັດຖະບານ​ຈີນ​ມີ​ມາດ​ຕະການ​ປອດ​ໄພ​ຕໍ່​ນັກ​ສຶກສາ​ຕ່າງປະ​ເທດ​ມັນ​ດີ​ສໍາ​ໃດ ຢູ່​ນີ້​ເຮົາ​ຮັບ​ຮູ້​ໄດ້​ດ້ວຍ​ໂຕ​​ເອງ.
Skharn Tnfkl and 33 others
3 Shares
Like

Comment
Share