ເມືອງຈໍາປາສັກຕ້ອນຮັບການພົບປະ ແລະສະເໜີຕົວ ຂອງຜູ້ສະໝັກຮັບເລືອກຕັ້ງ ສສຊ ແລະ ສສຂ
ໃນຕອນບ່າຍວັນທີ 15 ກຸມພາ 2021 ນີ້ທີ່ສະໂມສອນເມືອງ ຈໍາປາສັກໄດ້ຈັດພິທີຕ້ອນຮັບການພົບປະ ແລະສະເໜີຕົວ ຂອງຄະນະຜູ້ສະໝັກຮັບເລືອກຕັ້ງ ສະມາຊິກສະພາແຫ່ງຊາດ (ສສຊ) ຊຸດທີ IX ເຂດເລືອກຕັ້ງທີ 15 ແຂວງຈໍາປາສັກ ຈໍານວນ 10 ທ່ານ ເຊິ່ງນໍາໂດຍ ທ່ານ ສົມມາດ ພົລເສນາ ກໍາມະການສູນກາງພັກ, ລັດຖະມົນຕີກະຊວງຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມ ແລະ ຄະນະຜູ້ສະໝັກ ສສຂ ເມືອງຈໍາປາສັກຈໍານວນ 5 ທ່ານ ນໍາໂດຍ ທ່ານ ສົມສີ ມະນີນິນ ກໍາມະການພັກແຂວງ ຜູ້ສະໝັກ ສສຂ ເມືອງຈໍາປາສັກ . ໃຫ້ກຽດຮັບມີທ່ານ ສະຫວາດ ແກ້ວບັນດິດ ກໍາມະການພັກແຂວງ ເລຂາພັກເມືອງ ເຈົ້າເມືອງໆຈໍາປາສັກ ພ້ອມດ້ວຍຄະນະ ແລະພະນັກງານ,ລັດຖະກອນໃຫ້ການຕ້ອນຮັບຢ່າງອົບອຸ່ນ. ໃນພິທີໄດ້ຜ່ານຊີວະປະຫວັດຫຍໍ້ຂອງ ຜູ້ສະໝັກຮັບເລືອກຕັ້ງແຕ່ລະທ່ານ,ຟັງຄໍາສະເໜີຕົວ ແລະຄໍາປະຕິຍານຂອງແຕ່ລະທ່ານ ຊຶ່ງລ້ວນແຕ່ກ່າວວ່າ:ຖ້າຕົນເອງໄດ້ຮັບຄວາມໄວ້ວາງໃຈໄດ້ຮັບການເລືອກຕັ້ງເປັນ ສສຊ ແລະ ສສຂ ແລ້ວ ກໍຈະສືບຕໍ່ຕັ້ງໜ້າເຮັດໜ້າທີ່ເປັນຕົວແທນແຫ່ງສິດຜົນປເປັນໂຫຍດຂອງປະຊາຊົນ ແລະ ປະເທດຊາດຢ່າງແທ້ຈິງ. ທ່ານ ສະຫວາດ ແກ້ວບັນດິດ ເຈົ້າເມືອງໆຈໍາປາສັກ ປະທານຄະນະກໍາມະການເລືອກຕັ້ງຂັ້ລນເມືອງ ໄດ້ກ່າວວ່າ: ການກະກຽມໃຫ້ແກ່ການເລືອກຕັ້ງ ສສຊ ແລະ ສສຂ ຢູ່ເມືອງຈໍາປາສັກໃນຄັ້ງນີ້ ແມ່ນມີຄວາມພ້ອມແລ້ວ 100%,ທົ່ວເມືອງມີ73 ບ້ານ,5 ກຸ່ມ,11. 748 ຄອບຄົວ.ພົນລະເມືອງ 69.948 ຄົນ ໜ່ວຍປ່ອນບັດທັງໝົດ 45 ໜ່ວຍ,ຜູ້ມີສິດປ່ອນບັດທັງໝົດ 30.451 ຄົນ,ຍິ່ງ 15.861 ຄົນ.ຄາດຄະນເນການປ່ອນບັດເລືອກຕັ້ງຈະໃຫ້ສໍາເລັດຕາມລະດັບຄາດໝາຍ 300%. ໃນພິທີນອກຈາກແນະນໍາຕົວ ເພື່ອທໍາຄວາມຮູຈັກຮັກແພງລະຫວາງຜູ້ສະໝັກ ສສຊ ແລະ ສສຂ ແລ້ວ ທາງອົງການປົກຄອງເມືອງຍັງໄດ້ຈັດພິທີບາສີສູ່ຂວັນແກ່ຄະນະຜູ້ສະໝັກ ແລະ ພະນັກງານເຊິ່ງກັນ ແລະກັນຕາມຮີດຄອງປະເພນີອີກດ້ວຍ.
Loading...