ຕອນແລງ ຂອງວັນທີ 27 ມັງກອນ 2022 ຢູ່ທີ່ຫ້ອງປະຊຸມໃຫ່ຍ ຂອງເມືອງຊະນະຄາມ ແຂວງວຽງຈັນ ໄດ້ມີກອງປະຊຸມເຜີຍແຜ່ສັນຍາ ວ່າດ້ວຍ: ການສຳຫຼວດແຮ່ທອງ ແຮ່ຄຳ ແລະແຮ່ຕິດພັນ ຂອງບໍລິສັດ GLM Lao Co Ltd ແລະລັດວິສາຫະກິດພັດທະນາແຮ່ທາດລາວ ຢູ່ຂອບ ເຂດ ບ້ານນາປາຝາ ເມືອງຊະນະຄາມ ແຂວງວຽງຈັນ ໂດຍການເປັນກຽດເຂົ້າຮ່ວມ ຂອງທ່ານ ສະໝານ ວິເສດຍະພົງສ໌ ກຳມະການພັກແຂວງ ເລຂາພັກເມືອງ ເຈົ້າເມືອງໆຊະນະຄາມ, ມີທ່ານ ສີໄຄ ວົງຄຳຈັນ ຮອງຫົວນ້າພະແນກ ພະລັງງານບໍແຮ່ ແຂວງວຽງຈັນ ມີທ່ານ ຄຳຜາຍ ສານລາສີ ຫົວໜ້າພະແນກທໍລະນີສາດ-ແຮ່ທາດ ກົມທໍລະ ນີສາດ ກະຊວງພະ ລັງງານ ບໍແຮ່, ມີຄະນະປະຈຳພັກເມືອງ, ກຳມະ ການພັກເມືອງ ຫົວ ໜ້າຫ້ອງການ ທະຫານ, ຕໍ່າຫຼວດກໍເປັນກຽດເຂົ້າຮ່ວມ.
ໃນກອງປະຊຸມໄດ້ຮັບຟັງການເຜີຍແຜ່ເນື້ອໃນ ສັນຍາ ວ້າດ້ວຍ: ການສຳຫຼວດ ຊອກຄົ້ນສຳຫຼວດແຮ່ທອງ ແຮ່ຕິດພັນ ແລະນິຕິກຳຕ່າງໆ ທີ່ກ່ຽວຂ້ອງ ກັບວຽກທໍ ລະນີສາດ-ແຮ່ທາດ ພ້ອມນີ້ໃນກອງປະຊຸມ ພາກສ່ວນທີ່ກ່ຽວ ຂ້ອງ ກໍ່ໄດ້ຜັດປ່ຽນກັນປະກອບຄຳຄິດ-ຄຳເຫັນ ຕໍ່ກອງປະຊຸມ ເພື່ອພ້ອມກັນຜັນຂະຫຍາຍແນວທາງ ແລະທັດສະນະ ຂອງພັກຕໍ່ວຽກງານທໍລະນີສາດ ແລະແຮ່ທາດ, ເພື່ອຮັບປະກັນການນຳໃຊ້ຊັບພະຍາກອນແຮ່ທາດ ທີ່ປະ ເທດເຮົາມີຢູ່ ໃຫ້ສົມເຫດສົມຜົນ, ການຂຸດຄົ້ນຊັບພະຍາກອນແຮ່ທາດ ຕ້ອງຕິດພັນກັບການພັດ ທະນາ ເສດຖະກິດ-ສັງຄົມ ແລະປົວແປງຊີວິດການເປັນຢູ່ໃຫ້ແກ່ປະຊາຊົນ ຢູ່ເຂດຂຸດຄົ້ນ ໃຫ້ດີຂຶ້ນ ເທື່ອລະກ້າວ ແລະພ້ອມກັນປົກປັກຮັກສາ ສິ່ງແວດລ້ອມໃຫ້ມີຜົນກະທົບໜ້ອຍທີ່ສຸດຕໍ່ທຳມະ ຊາດ ແລະສັງຄົມ.
ນອກຈາກນີ້ໃນກອງປະຊຸມຍັງໄດ້ມີການມອບ-ຮັບເງິນພັດທະ ນາທ້ອງຖິ່ນ ແລະຊຸກຍູ້ເມືອງຈາກບໍລິສັດ GLM Lao Co Ltd ຈຳນວນ 15.000 US $ ແລະທາງການນຳຂັ້ນເມືອງຊະນະຄາມກໍໄດ້ມອບໃບກຽດຕິຄຸນໃຫ້ແກ່ບໍລິສັດ GLM Lao Co Ltd ທີ່ໄດ້ປະກອບສ່ວນໃນການຕ້ານ ແລະສະກັດກັ້ນການແຜ່ລະບາດ ຂອງພະຍາດໂຄວິດ-19 ຢູ່ເມືອງຊະນະຄາມ.
ພາບ-ຂ່າວ ເມືອງຊະນະຄາມ ແຂວງວຽງຈັນ
Loading...