
ຕອນເຊົ້າ ຂອງວັນທີ 15 ທັນວາ 2021 ເມືອງຊະນະຄາມ ແຂວງວຽງຈັນ ໄດ້ຈັດພິທິ ປາ ຖະກະຖາ 2 ວັນປະຫວັດສາດຄື: ວັນຊາດທີ 2 ທັນວາ ຄົບຮອບ 46 ປີ ( 02 ທັນວາ 1975-02 ທັນວາ 2021), ວັນຄ້າຍວັນເກິີດ ຂອງປະທານ ໄກສອນ ພົມວິຫານ ຄົບຮອບ 101 ປີ (13 ທັນວາ 1920-13 ທັນວາ 2021) ໂດຍການໃຫ້ກຽດຂຶ້ນ ເປັນປະທານ ຂອງທ່ານ ແກ້ວ ພິມມະວົງ ຮອງເລຂາພັກເມືອງ ຜູ່ຊີ້ນຳວຽກງງານພັກ-ພະນັກງານ, ມີທ່ານ ດອນ ລາດສະວົງ ຮອງເລຂາພັກເມືອງ ປະທານກວດກາພັກ-ລັດເມືອງ, ສະມາຊິກສະພາປະຊາຊົນ ຂັ້ນແຂວງ, ມີຄະນະປະຈຳພັກເມືອງ, ກຳມະການພັກເມືອງ, ຫົວໜ້າຫ້ອງການ, ຮອງຫົວໜ້າຫ້ອງ ການ, ຫົວໜ້າໜ່ວຍງານ ແລະນາຍບ້ານເທດສະບານເມືອງກໍເປັນກຽດເຂົ້າຮ່ວມ ພ້ອມທັງຮັກສາມາດຕະການຮັກສາໄລຍະຫ່າງ ໃສ່ຜ້າອັດປາກ-ດັງ.

ຈຸດປະສົງໃນການໂຄສະນາປາຖະກະຖາໃນຄັ້ງນີ້ກໍເພື່ອທົບທວນຫວນຄືນມູນເຊີື້ອໃຊ້ຊະນະປະຫວັດສາດ, ໃນພາລະກິດແຫ່ງການຕໍ່ສູ້ປົດປ່ອຍຊາດ ໃນເມື່ອກ່ອນ ແລະຜົນສຳເລັດໃນການປົກປັກຮັກສາ, ພັດທະນາປະ ເທດຊາດພາຍໃຕ້ການຊີ້ນຳ ຂອງພັກປະຊາຊົນປະຕິວັດລາວ, ເປັນການເພີ່ມທະວີສຶກສາອົບຮົມ ການເມືອງ-ເມືອງຄິດ ໃຫ້ພະ ນັກງານ, ສະມາຊິກພັກ, ທະຫານ, ຕໍ່າຫຼວດ, ນັກຮຽນ, ນັກສຶກສາ ແລະປະຊາຊົນບັນດາເຜົ່າພາຍໃນເມືອງ ກຳແໜ້ນເນື້ອໃນມູນເຊື້ອສາມັກຄີປອງດອງ ຂອງປະຊາຊົນບັນດາເຜົ່າ ແລະຊັ້ນຄົນ, ນໍ້າໃຈອັນອົງອາດກ້າຫານ ຂອງກອງທັບ ແລະປະຊາຊົນລາວເຮົານອກຈາກນີ້ ກໍເພື່ອຄົ້ນຄ້ວາຮໍ່າຮຽນ ເອົາມູນເຊຶ້ອປະຕິວັດ, ຄຸນທາດການເມືອງ, ຄຸນສົມບັດສິນທຳປະຕິ ວັດ ແບບແຜນວິທີເຮັດວຽກ ການດຳລົງຊີວິດ ຄວາມເປັນແບບຢ່າງນໍາໜ້າ ຂອງປະທານ ໄກສອນ ພົມວິຫານ ເປັນທິດນຳໃນການຈັດຕັ້ງ ປັບປຸງ ເຄື່ອນໄຫວ ວຽກ ງານຕົວຈິງຢູ່ໃນແຕ່ລະຂົງເຂດວຽກງານ ທີ່ຕົນຮັບຜິດຊອບ ໃນພາລະກິດປ່ຽນແປງໃໝ່ຄື: ການປົກປັກຮັກສາ ແລະສ້າງສາພັດ ທະນາປະເທດຊາດ ເຊິ່ງຕະຫຼວດຊີວິດ ຂອງເພິ່ນໄດ້ເສຍສະຫຼະທຸກສິ່ງຢ່າງ ທຸມເທໃຫ້ແກ່ພາລະ ກິດປະຕິວັດ ເພື່ອຄວາມເປັນເອກະພາບ, ຄວາມເປັນເອກະ ລາດແຫ່ງຊາດ ຄວາມມັ່ງຄັ່ງເຂັ້ມແຂງ ຂອງປະເທດຊາດ ແລະຄວາມສົມບູນພູນສຸກ ຂອງປະຊາຊົນລາວບັນດາເຜົ່າຢ່າງແທ້ຈິງ.


ຂ່າວ: ເມືອງຊະນະຄາມ ແຂວງວຽງຈັນ