ຕອນເຊົ້າ ຂອງວັນທີ 07 ມີນາ 2022 ເມືອງຊະນະຄາມ ແຂວງວຽງຈັນໄດ້ປາຖະກະຖາ ວັນແມ່ຍິງ ສາກົນ ຄົບຮອບ 112 ປີ, ພາຍໃຕ້ຄຳຂວັນ ສິດສະເໝີພາບ ຍິງ-ຊາຍ ເພື່ອຄວາມຍຶນຍົງໃນອານາຄົດ ຢູ່ຫ້ອງປະຊຸມໃຫຍ່ ຂອງເມືອງ ໂດຍການເປັນກຽດເຂົ້າຮ່ວມ ຂອງທ່ານ ສະໝານ ວິເສດຍິພົງ ກຳມະການພັກແຂວງ ເລຂາພັກເມືອງ ເຈົ້າເມືອໆຊະນະຄາມ, ມີທ່ານ ນາງໄກສອນ ທິບທຳມະວົງ ກຳມະການພັກເມືອງ ປະທານສະຫະພັນແມ່ຍິງເມືອງ, ມີຄະນະປະຈຳພັກເມືອງ ກຳ ມະການພັກເມືອງ ຫົວໜ້າຫ້ອງການ, ໜ່ວຍສະຫະພັນແມ່ຍິງ ອ້ອມຂ້າງເມືອງ, ບ້ານ, ກໍເປັນກຽດເຂົ້າ ຮ່ວມຢ່າງພ້ອມພຽງ.
ໃນພິທີດັ່ງກ່າວທ່ານເຈົ້າເມືອງ ໄດ້ຂຶ້ນປະຖະກະຖາ ວັນແມ່ຍິງສາກົນ ຄົບຮອບ 122 ປີ, ພາຍໃຕ້ຄຳຂວັນ ສິດສະເໝີພາບ ຍິງ-ຊາຍ ເພື່ອຄວາມຍຶນຍົງໃນອານາຄົດ ທ່ານໄດ້ຍົກໃຫ້ເຫັນ ປະຫວັດຄວາມເປັນມາ ຂອງການກຳເນີດ ວັນແມ່ຍິງສາກົນ ກໍຄືມູນເຊື້ອ ຂອງແມ່ຍິງໃນພາກພຶ້ນສາກົນ ເພື່ອສະທ້ອນໃຫ້ເຫັນເອື້ອຍນ້ອງແມ່ຍິງເມືອງຊະນະຄາມ ຮັບຮູ້ເຂົ້າໃຈເຖິງຄວາມເປັນມາ ຂອງວັນແມ່ຍິງ ທີ່ໄດ້ພ້ອມກັນລຸກຮື້ ຂຶ້ນຕໍ່ສູ້ ເພື່ອປະທ້ວງ ຕໍ່ນາຍທຶນ ທວງເອົາສິດສະເໝີພາບ ຍິງ-ຊາຍ ໃຫ້ມີຄວາມເທົ່າທຽມກັນໃນສັງຄົມ ປະທ້ວງໃຫ້ຫຼຸດຜ່ອນ ຊົ່ວໂມງຮັດວຽກ ເປັນວັນລະ 08 ຊົ່ວໂມງ, ນອກຈາກນີ້ຍັງຍົກໃຫ້ເຫັນ ເຖິງຜົນງານການເຄື່ອນ ໄຫວ, ການຕໍ່ສູ້ ຂອງເອື້ອຍນ້ອງແມ່ຍິງ ທີ່ຖືກກົດຂີ່ຂູດຮີດຈາກນາຍຈ້າງ, ຮຽກຮ້ອງນະໂຍບາຍ ທີ່ຄວນໄດ້ຮັບ ແລະສະຫວັດດີການທີ່ຄວນໄດ້ຮັບຢ່າງເໝາະສົມ. ຕົກມາໃນປັດຈຸບັນພາຍໃຕ້ການນຳພາ ຂອງພັກ ສະຫະພັນແມ່ຍິງລາວກໍ່ຄືສະຫະພັນແມ່ຍິງເມືອງຊະນະຄາມໄດ້ຮັບການຍົກລະດັບ ສິດສະເໝີພາບຍິງ-ຊາຍ, ມີການພັກທະນາໃນການສ້າງອາຊີບວຽກເຮັດງານທຳ ດ້ານການຜະລິດກະສິກຳ ທີ່ສ້າງລາຍຮັບໃຫ້ແກ່ຄອບຄົວ, ປະປ່ອຍຮີດຄອງທີ່ຫຼ້າຫຼັງ ທີ່ກົດໜ່ວງທ່ວງດຶງໃນການພັດທະນາເສດຖະກິດໃຫ້ໜົດໄປເທື່ອລະກ້າວ.
ຕອນທ້າຍ ຂອງພິທີ ຍັງໄດ້ມອບ-ຮັບ ໃບຍ້ອງຍໍ ຂອງປະ ທານ ຄະນະບໍລິຫານງານ ສະຫະ ພັນແມ່ຍິງລາວ ໃຫ້ບັນດາໜ່ວຍສະຫະພັນ ແມ່ຍິງໜ່ວຍອ້ອມຂ້າງເມືອງ ແລະບ້ານ ຈະນວນ 487 ໃບ, ນອກຈາກນີ້ບັນດາສໍານັກງານ, ກົມກອງອ້ອມຂ້າງເມືອງ, ບ້ານ ໄດ້ມອບ ຂອງຂວັນໃຫ້ປະທານສະຫະພັນແມ່ຍິງເມືອງໃນການປະຕິບັດໜ້າທີ່ວຽກງານ ແລະເພື່ອເປັນການ ຍົກສູງບົດ ບາດ ສິດສະເໝີພາບເອື້ອຍນ້ອງແມ່ຍິງ ໃນການປະຕິບັດໜ້າທີ່ ປົກປ້ອງສິດທິ ຂອງແມ່ຍິງ ເສີມຂະຫຍາຍຮັກສາມູນເຊື້ອຮີດຄອງ ປະເພນີ ຂອງແມ່ຍິງບໍໃຫ້ເຊື່ອມສູນໄປ.
ພາບ-ຂ່າວ ເມືອງຊະນະຄາມ ແຂວງວຽງຈັນ


