ວັນທີ 19 ມີນາ 2021 ຫ້ອງການແຮງງານ ແລະສະຫວັດດີການສັງຄົມ ເມືອງຊະນະຄາມ ແຂວງວຽງຈັນໄດ້ເປີດກອງປະຊຸມ ວຽກງານກອງທຶນຊ່ວຍເຫຼືອເຊິ່ງກັນແລະກັນ ຂັ້ນເມືອງ ຢູ່ທີ່ສະໂມສອນ ຂອງເມືອງໂດຍພາຍໃຕ້ການເປັນປະທານ ຂອງທ່ານ ແກ້ວ ພິມມະວົງ ຮອງເລຂາພັກເມືອງ ຜູ້ຊີ້ນຳ ວຽກງານພັກ-ພະນັກງານ, ມີທ່ານ ດອນລາດສະວົງ ຮອງເລຂາພັກເມືອງ ປະທານກວດກາພັກ-ລັດ ເມືອງ,ມີຄະນະປະຈຳພັກເມືອງ, ກຳມະການພັກເມືອງ, ຫົວໜ້າຫ້ອງການ, ພະນັກງານທີ່ຮັບຜິດຊອບວຽກກອງທຶນ, ຫົວໜ້າໂຮງຮຽນ ໄດ້ເຂົ້າຮ່ວມຢ່າງພ້ອມພຽງ.
ຈຸດປະສົງໃນກອງປະຊຸມໃນຄັ້ງນີ້ ເພື່ອເປັນການສະຫຼຸບຕີລາຄາ ການຈັດຕັ້ງປະຕິບັດວຽກງານກອງທຶນຊ່ວຍເຫຼືອ ເຊິ່ງກັນ ແລະກັນໃນໄລຍະ 2 ປີທີ່ຜ່ານມາ(2019-2020) ພ້ອມທັງຈະໄດ້ວາງທິດທາງແຜນການເຄື່ອນໄຫວວຽກງານກອງທຶນໃນຕໍ່ໜ້າ ເຊິງກອງທຶນດັ່ງກ່າວນີ້ ໄດ້ສ້າງຂື້ນບົນພື້ນຖານ ການຕົກລົງເຫັນດີເປັນເອກະພາບ ຂອງຄະນະບໍລິຫານງານພັກເມືອງຊະນະຄາມສະໄໝທີ່ V ເປັນຕົ້ນມາ ເພື່ອເປັນການ ຊ່ວຍເຫຼືອເບິ່ງແຍງປະກອບສ່ວນທາງດ້ານເຫື່ອແຮງ, ສະຕິປັນຍາ, ວັດຖຸເງິນຄຳຕ່າງໆ ໃນເວລາພະນັກງານ, ລັດຖະກອນ, ທະຫານ, ຕໍ່າຫຼວດ, ພະນັກງານບຳນານ, ພະນັກງານເສຍອົງຄະ, ລູກ, ເມຍ ຂອງພະນັກງານ ທີ່ເປັນສະມາມາຊິກກອງທຶນທີ່ໄດ້ເສຍຊີວິດ ໂດຍຈະຕ້ອງໄດ້ປະຕິບັດພັນທະເສຍເງິນໃຫ້ກອງທຶນໃຫ້ແກ່ຄອບຄົວທີ່ເສຍຊິວິດຜູ້ລະ 10 000ກີບ ຕໍ່ຄັ້ງ, ພ້ອມນີ້ກໍ່ລະນີທີ່ພະນັກງານຫາກຈະເອົາພໍ່, ແມ່, ຍາດຕິພີ່ນ້ອງເຂົ້າກອງທຶນ, ຕ້ອງໄດ້ເສຍຄ່າສະໝັກຄື: ອາຍຸເກນ 50 ປີ ລົງມາ ແມ່ນໃຫ້ເສຍ 150 000 ກີບ ຕໍ່ຄົນ, ເກນອາຍຸ 51-60 ປີແມ່ນ 200 000ກີບຕໍ່ຄົນ ແລະເກນອາຍຸ 61-65 ປີແມ່ນ 300 000 ກີບຕໍ່ຄົນ. ໃນປັດຈຸບັນ ກອງທຶນຊ່ວຍເຫຼືອເຊິ່ງກັນ ແລະກັນມີສະມາຊິກກອງທຶນທັງໝົດ 1 237 ຄົນ, ມີເງິນກອງທຶນທັງໝົດ 238.433.000 ກີບ, ໃນກອງປະຊຸມຍັງໄດ້ມີການຜັດປຽ່ນກັນຂື້ນປະກອບຄໍາຄິດຄໍາເຫັນຕໍ່ກອງປະຊຸມເພື່ອປັບປຸງລະບຽບ ຂອງກອງທຶນໃຫ້ມີຄວາມເປັນເອກະພາບ ເຂັ້ມແຂງ ສົມບູນ ຮັດກຸມເພື່ອເຮັດໃຫ້ການຈັດຕັ້ງປະຕິບັດວຽກງານກອງທຶນຊ່ວຍເຫຼືອເຊິ່ງກັນ ແລະກັນໃນຕໍ່ໜ້າມີຄວາມສະດວກວ່ອງໄວຂື້ນກ່ວາເກົ່າ.
ຕອນທ້າຍຂອງກອງປະຊຸມ ທ່ານ ແກ້ວ ພິມມະວົງໄດ້ກ່າວຕໍ່ກອງປະຊຸມວ່າ: ກອງທຶນ (ກຊກ)ເປັນກອງທຶນທີ່ຕັ້ງຂຶ້ນຕາມແນວທາງ ຂອງຄະນະນຳຂັ້ນເມືອງເປັນການຊ່ວຍເຫຼຶອເບິ່ງແຍງຄອບຄົວ, ຍາດຕິພີ່ນ້ອງພະນັກງານ,ທະຫານຕໍ່າຫຼວດ ພະນັກງານອາວຸໂສບຳນານ ໃນເວລາຄອບຄົວຂອງພະນັກງານທີ່ເສຍຊິວິດ, ພ້ອມທັງກ່າວຍ້ອງຍໍຊົມເຊີຍບັນດາສະມາຊິກກອງທຶນທີ່ໄດ້ມີຄວາມສາມັກຄືເປັນເອກະພາບໃນການຈັດຕັ້ງໃນການເສຍພັນທະຕໍ່ກອງທຶນຢ່າງສະເໝີຕົ້ນສະເໝີປາຍ ເຮັດໃຫ້ກອງທຶນມີຄວາມເຕີບໃຫຍ່ ແລະຂະຫຍາຍຕົວສູງຂື້ນເລື໊ອຍໆ.



