ຕອນເຊົ້າ ຂອງວັນທີ 23 ສິງຫາ 2021 ຢູ່ທີ່ສູນປິ່ນປົວພະຍາດໂຄວິດ- 19 ຂອງເມືອງຊະນະຄາມໄດ້ມີການນຳສົ່ງຜູ້ປິ່ນປົວຫາຍດີ ຈາກພະຍາດໂຄວິດ-19 ກັບຄືນສູ່ບ້ານ ຂອງຕົນພ້ອມທັງ ເຮັດໃບຢັ້ງຢືນການປິ່ນປົວຫາຍດີຈາກແພດໃຫ້ຜູກ່ຽວທັງ 2 ຄົນ, ທີ່ເປັນແຮງງານນຳເຂົ້າ, ໂດຍປະຕິບັດຕາມແຜນການປິ່ນປົວທີ່ສູນປະຕິບັດການປິ່ນປົວ ກໍຄືທີມງານແພດ ທີ່ໄດ້ເອົາໃຈໃສ່ປິ່ນປົວ ຕາມຫຼັກວິຊາການເປັນຢ່າງດີ ຈຶ່ງເຮັດໃຫ້ຜູ້ເຂົ້າຮັບການປິ່ນປົວ ມີສຸຂະພາບດີຂຶ້ນ ຈົນຫາຍດີເປັນປົກກະຕິ ບວກກັບການເກັບຕົວຢ່າງມາກວດ ທັງ 2 ຄົນແມ່ນບໍ່ພົບເຊຶ້ອ ທາງຄະນະສະເພາະກິດຂັ້ນເມືອງ ຈຶ່ງໄດ້ນໍາສົ່ງພວກກ່ຽວທັງ 2 ຄົນກັບຄືນບ້ານຂອງຕົນກໍຄື ບ້ານປາກພາງ ແລະທາງອຳນາດການປົກຄອງ ບ້ານປາກພາງ ຈະໄດ້ນຳເອົາທັງ 2 ຄົນນີ້ ໄປກັກຕົວຢູ່ສູນ ຂອງບ້ານ ອີກ 7 ວັນ ແລ້ວຈຶ່ງໃຫ້ກັບຄືນໄປສູ່ຄອບຄົວເພື່ອໃຊ້ຊິວິດໃນສັງຄົມ ຕາມປົກກະຕິ.
