ໃນວັນທີ 25 ສິງຫາ 2021 ນີ້ ຢູ່ທີ່ສູນປິ່ນປົວພະຍາດໂຄວິດ-19 ເມືອງຊະນະຄາມ, ໄດ້ມີການນໍາສົ່ງຜູ່ປິ່ນປົວດີຈາກພະຍາດໂຄວິດ-19 ກັບຄືນສູ່ບ້ານອີກ ຈໍານວນ 7 ຄົນ ກັບລູກແຝດ 2 ຄົນອາຍຸ 3 ເດືອນ ທີ່ເປັນແຮງງານນໍາເຂົ້າຈາກຕ່າງປະເທດ, ໂດຍການເປັນກຽດນໍາສົ່ງບັນດາແຮງງານດັ່ງກ່າວຂອງທ່ານ ບຸນຊ່ວງ ວັນສີ ຄະນະປະຈໍາພັກເມືອງ ຮອງເຈົ້າເມືອງຊະນະຄາມທັງເປັນຫົວໜ້າສະເພາະກິດສະກັດກັ້ນ ແລະ ແກ້ໄຂ ການແຜ່ລະບາດຂອງພະຍາດໂຄວິດ -19 ເມືອງ, ມີ ທ່ານ ໂພຄໍາ ແສງລະດີ ກໍາມະການພັກເມືອງ ຫົວໜ້າຫ້ອງການສາທາລະນະສຸກເມືອງ ແລະ ມີອົງການປົກຄອງບ້ານ ທີ່ມາຕ້ອນຮັບບັນດາແຮງງານດັ່ງກ່າວກັບຄືນສູ່ບ້ານຂອງຕົນເຂົ້າຮ່ວມ.
ໂດຍປະຕິບັດຕາມຫຼັກການປິ່ນປົວຂອງຄະນະແພດ-ໝໍ ແລະ ອາສາສະໝັກໄດ້ເອົາໃຈໃສ່ຕິດຕາມເປັນແຕ່ລະໄລຍະ, ຈົນມາເຖິງປະຈຸບັນເຮັດໃຫ້ຜູ່ເຂົ້າຮັບການປິ່ນປົວ ໄດ້ມີສຸຂະພາບທີ່ແຂງແຮງບວກກັບການເກັບຕົວຢ່າງກວດຫາເຊື້ອພະຍາດມີຜົນເປັນລົບ ຈຶ່ງສາມາດຢັ້ງຢືນວ່າບໍ່ມີເຊື້ອ, ດັ່ງນັ້ນ ຄະນະສະເພາະກິດຂັ້ນເມືອງ ຈຶ່ງໄດ້ນໍາສົ່ງພວກກ່ຽວໃຫ້ແກ່ອົງການປົກຄອງບ້ານຂອງຕົນຄື: ບ້ານຕາກແດດ 3 ຄົນ, ບ້ານນາດີ 2 ຄົນ,ບ້ານບົວຈະເລີນ 1 ຄົນ ແລະ ບ້ານຄົກເຂົ້າດໍ 1 ຄົນ, ເພື່ອສືບຕໍ່ໃນການກັກກັນຢູ່ບ້ານຂອງຕົນອີກຕື່ມ 7 ວັນ, ຈຶ່ງນໍາສົ່ງພວກກ່ຽວກັບຄືນສູ່ຄອບຄົວ.


