ເພື່ອເປັນການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດຂອງເມືອງທີ່ວາງອອກ ໃນການສົ່ງເສີມການປູກພືດລະດູແລ້ງເປັນສິນຄ້າ ປະຈຳສົກປີ 2021-2022 ຢູ່ພາຍໃນເມືອງຊຽງຮ່ອນ ແລະ ເພື່ອເປັນການສ້າງວຽກເຮັດງານທຳ, ສ້າງລາຍຮັບໃຫ້ປະຊາຊົນຈາກການເຊົ່າທີ່ດິນ, ຄ່າແຮງງານກໍາມະກອນ ແລະ ອື່ນໆ ເເນໃສ່ຍົກສູງຊີວິດການເປັນຢູ່ຂອງຊາວກະສິກອນໃນເມືອງຊຽງໃຫ້ມີຊີວິດການເປັນຢູ່ດີຂຶ້ນເປັນກ້າວໆ ອົງການປົກຄອງເມືອງຊຽງຮ່ອນຈຶ່ງຊຸກຍູ້ສົ່ງນັກລົງທຶນເຂົ້າມາລົງທຶນໃຫ້ນັບມື້ນັບຫຼາຍຂຶ້ນ.
ຕາມການລາຍງານຂອງທ່ານ ເບີ້ຍ ເກດສີທອງ ຮັກສາການຫ້ອງການກະສິກຳ ແລະ ປ່າໄມ້ເມືອງຊຽງຮ່ອນ ໃຫ້ຮູ້ວ່າ ການປູກພືດລະດູແລ້ງຂອງຊາວກະສິກອນຢູ່ເມືອງຊຽງຮ່ອນ ເປັນຕົ້ນແມ່ນເຂົ້ານາແຊງໃນເນື້ອທີ່ແຜນການ 850 ເຮັກຕາ ປະຕິບັດໄດ້ 255 ເຮັກຕາ, ປູກຄໍ້າປະກັນສະບຽງອາຫານ 96,32 ເຮັກຕາ ປູກເປັນສິນຄ້າ 155 ເຮັກຕາ ແລະ ປູກເປັນແນວພັນ 3,18 ເຮັກຕາ ຕໍ່ກັບການຊຸກຍູ້ສົ່ງເສີມການປູກພືດຂອງຊາວກະສິກອນພາຍໃນເມືອງແລ້ວ ທາງອົງການປົກຄອງເມືອງ ຮ່ວມກັບຂະແໜງການທີ່ກ່ຽວຂ້ອງຍັງໄດ້ຊຸກຍູ້ສົ່ງເສີມໃຫ້ນັກລົງທຶນພາຍໃນ ແລະ ຕ່າງປະເທດເຂົ້າມາລົງທຶນເຂົ້າໃນການປູກພືດລະດູແລ້ງ ຢູ່ໃນເມືຶອງມີ: ບໍລິສັດນໍ້າເຜິ້ງ ສົ່ງເສີມປູກໜາກໂມ ຈຳນວນ 304 ເຮັກຕາ , ບໍລິສັດ ມະນີວົງ ຈຳກັດ ສົ່ງເສີມປູກໜາກໂມ 13 ເຮັກຕາ. ບໍລິສັດ ກະສິກຳ ແລະ ລ້ຽງສັດກັງສຽງ ສົ່ງເສີມການປູກໝາກຖົ່ວເຫຼືອງມີ ເນື້ອທີທັງໝົດ 157 ເຮັກຕາ ແລະ ສະຫະກອນຫົງສາ ສົ່ງເສີມການປູກໝາກເຜັດເນື້ອທີ່ 2,85 ເຮັກຕາ ນອກຈາກນີ້ຍັງສົ່ງເສີ່ມ ແລະ ອຳນວຍຄວາມສະດວກໃຫ້ ບໍລິສັດ ລາວ -ຈູນທົງຢາງພາລາ ຈຳກັດ ໄດ້ລົງທຶນສ້າງຕັ້ງບໍລິສັດ ເກັບຊື້ຢາງພາລາ ແລະ ສົ່ງເສີມ ການປູກຢາງພາລາ ໃຫ້ຊາວກະສິກອນຢູ່ເມືອງຊຽງຮ່ອນອີກດ້ວຍ. ທັງໝົດນີ້ກໍເພື່ອເປັນການສ້າງວຽກເຮັດງານທຳໃຫ້ຊາວກະສິກອນຢູ່ເມືອງຊຽງຮ່ອນ ແລະ ສ້າງລາຍຮັບໃຫ້ປະຊາຊົນຈາກການເຊົ່າທີ່ດິນ, ຄ່າແຮງງານກໍາມະກອນ ແລະ ອຶ່ນໆ ເເນໃສ່ຍົກສູງຊີວິດການເປັນຢູ່ຂອງຊາວກະສິກອນໃນເມືອງຊຽງໃຫ້ມີຊີວິດການເປັນຢູ່ດີຂຶ້ນເປັນກ້າວໆ.
ໂດຍ: ດອນ ຂຽວພະນາ


