ພາຍຫຼັງທີ່ໄດ້ດຳເນີນກອງປະຊຸມໃຫຍ່ ຜູ້ແທນອົງຄະນະພັກເມືອງຍອດອູ ຄັ້ງທີ່ IX ມາເປັນເວລາ 2 ວັນ ຈຶ່ງໄດ້ສຳເລັດລົງຢ່າງຈົບງາມ ໃນວັນທີ 28 ກຸມພາ 2020 ນີ້, ທີ່ສະໂມສອນໃຫຍ່ຂອງເມືອງຍອດອູ ໂດຍການເປັນປະທານຂອງສະຫາຍ ສົມຫັວງ ສຸມວີໄລ ກຳມະການພັກແຂວງ, ເລຂາຄະນະບໍລິຫານງານພັກເມືອງ, ເຈົ້າເມືອງໆຍອດອູ, ເປັນກຽດເຂົ້າຮ່ວມຂອງສະຫາຍ ຄຳຜອຍ ວັນນະສານ ຮັກສາການເລຂາພັກແຂວງ, ເຈົ້າແຂວງໆຜົ້ງສາລີ, ມີສະຫາຍ ທອງສະຫວັນ ທຳມະວົງ ກຳມະການປະຈຳພັກແຂວງ, ປະທານແນວລາວສ້າງຊາດແຂວງ, ທັງເປັນຜູ້ຊີ້ນຳວຽກງານຮອບດ້ານຂອງເມືອງຍອດອູ, ມີບັນດາທ່ານຈາກພາກສ່ວນທີ່ກ່ຽວຂ້ອງ, ແຂກເຊີນ ແລະ ຜູ້ແທນສົມບູນເຂົ້າຮ່ວມທັງໝົດ 145 ສະຫາຍ, ຍິງ 23 ສະຫາຍ, ທີ່ເປັນຕົວແທນໃຫ້ແກ່ສະມາຊິກພັກ, ທີ່ມາຈາກຄະນະພັກຮາກຖານ ແລະ ໝ່ວຍພັກທົ່ວເມືອງຍອດອູທັງໝົດ 1.456 ສະຫາຍ, ຍິງ 436 ສະຫາຍ.
ໃນກອງປະຊຸມໄດ້ສະຫຼູບຕີລາຄາຄືນການຈັດຕັ້ງປະຕິບັດ ມະຕິກອງປະຊຸມໃຫຍ່ ຄັ້ງທີ VIII ຂອງອົງຄະນະພັກເມືອງຍອດອູ ຕະຫຼອດໄລຍະ 5 ປີຜ່ານມາເຫັນວ່າມີຜົນສໍາເລັດຫຼາຍດ້ານເປັນຕົ້ນທົ່ວເມືອງ ຍອດອູ ແມ່ນມີສະຖຽນລະພາບທາງດ້ານການເມືອງອັນໜັກແໜ້ນ, ທົ່ວສັງຄົມມີຄວາມສະຫງົບ ແລະ ມີຄວາມເປັນລະບຽບຮຽບຮ້ອຍ, ເສດຖະກິດ – ສັງຄົມ ມີການຂະຫຍາຍຕົວດ້ວຍຈັງຫວະຕໍ່ເນື່ອງ ແລະ ມີທ່ວງທ່າໃໝ່ທີ່ດີ, ປະຊາຊົນບັນດາເຜົ່າມີຄວາມສາມັກຄີປອງດອງ, ພື້ນຖານໂຄງລ່າງຂອງເມືອງກໍ່ໄດ້ຮັບການປັບປຸງ, ຊີວິດການເປັນຢູ່ຂອງປະຊາຊົນກໍ່ໄດ້ຮັບການແກ້ໄຂດີຂຶ້ນເປັນກ້າວໆ, ອັດຕາສ່ວນຄວາມທຸກຍາກໄດ້ຫຼຸດໜ້ອຍຖອຍລົງເທື່ອລະກ້າວ. ໃນກອງປະຊຸມໄດ້ຮັບຟັງການປະກອບຄຳຄິດຄໍາເຫັນຈາກຜູ້ຕາງໜ້າຈາກຫຼາຍພາກສ່ວນ, ເຊິ່ງສ່ວນຫຼາຍໄດ້ລົງເລິກລາຍງານຜົນສໍາເລັດແຫ່ງການຜັນຂະຫຍາຍ ແລະ ຈັດຕັ້ງປະຕິບັດມະຕິກອງປະຊຸມໃຫຍ່ ຄັ້ງທີ VIII ເຂົ້າໃນແຕ່ລະຂົງເຂດວຽກງານກົມກອງ, ຂະແໜງ ການຂອງຕົນເອງ, ອັນໄດ້ເຮັດໃຫ້ກອງປະຊຸມມີເນື້ອໃນສົມບູນຄົບຖ້ວນ ພ້ອມນັ້ນກໍໄດ້ເຫັນພ້ອມ ແລະ ເປັນເອກະສັນກັນຮັບຮອງແຜນພັດທະນາເສດຖະກິດ – ສັງຄົມ 5 ປີ ຕໍ່ ໜ້າ ແຕ່ປີ 2020 – 2024. ເຊິ່ງຈະສູ້ຊົນໃຫ້ເສດຖະກິດເຕີບໂຕໃນລະດັບ 8,09 % ຕໍ່ປີ, ໃນນັ້ນຂົງເຂດກະສິກຳ – ປ່າໄມ້ ເພີ້ມຂຶ້ນ 8,78 %, ອຸດສະຫະກຳ ແລະ ຫັດຖະກຳ ເພີ່ມຂຶ້ນ 8,31 % ແລະ ການບໍລິການເພີ້ມຂຶ້ນ 10,26 % ເຮັດໃຫ້ໂຄງປະກອບເສດຖະກີດມີການປ່ຽນແປງເຊັ່ນ: ດ້ານກະສີກຳ – ປ່າໄມ້ ກວມ 80,39 %, ອຸດສະຫະກຳ ແລະ ຫັດຖະກຳ ກວມ 4,31 % ແລະ ການບໍລິການກວມ 15,30 %, ລວມຍອດມູນຄ່າລາຍຮັບຮອດປີ 2024 ໃຫ້ບັນລຸ 477,39 ຕື້ກີບ, ສະເລ່ຍໃສ່ຫົວຄົນໝຶ່ງໃຫ້ໄດ້ 12,85 ລ້ານກີບ ຫຼື ເທົ່າກັບ 1.477 ໂດລາຕໍ່ຄົນຕໍ່ປີ. ຮອດປີ 2024 ສູ້ຊົນເຮັດໃຫ້ຄອບຄົວທຸກຍາກຫຼຸດລົງໃຫ້ຍັງເຫຼືອ 41,79%, ບ້ານທຸກຍາກໃຫ້ຍັງເຫຼືອ 53,94 %, ສ້າງບ້ານພັດທະນາໃຫ້ໄດ້ 7 ບ້ານ, ສ້າງບ້ານໃຫຍ່ໃຫ້ກາຍເປັນຕົວເມືອງນ້ອຍໃນຊົນນະບົດໃຫ້ໄດ້ 1 ບ້ານ ( ຕາມການປະເມີນດຳລັດ 348/ລບ).
ໃນກອງປະຊຸມໄດ້ສຳຫຼວດຕີລາຄາການເຄື່ອນໄຫວ ຊີ້ນຳໆພາ ຂອງຄະນະບໍລິຫານງານພັກເມືອງ ຊຸດທີ VIII ເຊິ່ງໄດ້ເສີມຂະຫຍາຍມູນເຊຶື້ອຄວາມສາມັກຄີເປັນປຶກແຜ່ນແໜ້ນໜາ ມີຄວາມເດັດດ່ຽວໜຽວແໜ້ນ ມີຄວາມຕັດສິນໃຈສູງຜ່ານຜ່າຄວາມຫຍຸ້ງຍາກນາໆປະການນໍາພາປະຊາຊົນບັນດາເຜົ່າພາຍໃນເມືອງຍອດອູ ເດີນຕາມແນວທາງນະໂຍ ບາຍ ຂອງພັກ ແລະ ບັນລຸຜົນສໍາເລັດຫຼາຍດ້ານ.
ພາບ – ຂ່າວ: ແສງຄຳ ສາລີວັນ