ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກ ເຂົ້າສູ່ຊີວິດຈິງ
ຂົວນໍ້າພະນາຍໃນຮູບແບບຂົວເບເລ່(ຂົວເຫຼັກ)ໄດ້ເລີ່ມລົງມືກໍ່ສ້າງ ໂດຍຖືເອົາວັນທີ 24 ກັນຍາ 2021 ເຊິ່ງເປັນເລີກງາມຍາມດີເລີ່ມຈັດຕັ້ງປະຕິບັດ, ພາຍຫລັງທີ່ໄດ້ມີການກະກຽມເປັນທີ່ຮຽບຮ້ອຍ ເປັນຕົ້ນການລະດົມແນວຄິດ, ລຸລ່ວງຄອບຄົວພໍ່ແມ່ປະຊາຊົນຕາມແລວເສັ້ນທາງແຕ່ຈຸດກໍ່ສ້າງຂົວຫາ 3 ແຍກໝື່ນໝັ້ນ, ໂດຍການເຂົ້າຮ່ວມປຶກສາຫາລືກັບການຈັດຕັ້ງ ແລະ ປະຊາຊົນທີ່ຖືກຜົນກະທົບໃນຕອນເຊົ້າຂອງວັນດຽວກັນທີ່ວັດບ້ານເກິນກາງ ຂອງຄະນະຜິດຊອບການກໍ່ສ້າງ, ອາດີດການນໍາ, ຜູ້ຊົງຄຸນວຸດທິ, ແລະ ພາກສ່ວນກ່ຽວຂ້ອງ ດ້ວຍຈິດໃຈທີ່ເປັນເອກະພາບກັນ ແລ້ວຈຶ່ງໄດ້ລົງໄປກວດກາວັດແທກໝາຍຈຸດທີ່ຕ້ອງໄດ້ແກ້ໄຂຮື້ຖອນ;ເຊິ່ງແຕ່ເດີມມາກໍ່ເຄີຍມີຂົວມາແລ້ວ ຫາກບໍ່ແມ່ນຂົວທີ່ແໜ້ນໜາຖາວອນ ແຕ່ກໍ່ສາມາດແກ້ໄຂເດີນທາງຂ້າມໄປມາໄດ້, ໂດຍແມ່ນອາດີດການນໍາຮຸ່ນກ່ອນ, ບັນດານັກທຸລະກິດ ແລະ ປະຊາຊົນເຂດບ້ານເກິນຮ່ວມກັນເຮັດ ອີງໃສ່ການເວລາຫລາຍປີຂົວດັ່ງກ່າວຈຶ່ງເປ່ເພຫັກລົງ, ສະນັ້ນການຕົກລົງສ້າງຂົວແຫ່ງດັ່ງກ່າວນີ້ຂຶ້ນຕື່ມ ກໍ່ຍ້ອນແນວຄວາມຄິດລິເລີ່ມຂອງການນໍາເມືອງ, ຂະແໜງການກ່ຽວຂ້ອງ ພາຍໃຕ້ການເຫັນດີເຫັນພ້ອມຂອງຫລາຍພາກສ່ວນ ເພື່ອເປັນການປະກອບສ່ວນສ້າງສາພັດທະນາຖະໜົນຫົນທາງ, ຮອງຮັບການສັນຈອນບໍ່ໃຫ້ມີຄວາມແອອັດ, ສ້າງສິ່ງອໍານວຍຄວາມສະດວກໃຫ້ລູກຫລານ- ພໍ່ແມ່ປະຊາຊົນຊາວເມືອງ ກໍ່ຄືຜູ້ທີ່ສັນຈອນໄປມາຜ່ານເມືອງທຸລະຄົມ ໂດຍໝູນໃຊ້ຂົວເຫຼັກຊິ້ນສ່ວນຂົວນໍ້າພະນາຍເກົ່າ ແລະ ສະເໜີພະແນກໂຍທາທິການ ແລະ ຂົນສົ່ງສະໜອງໃຫ້ຕື່ມ, ເປັນຂົວສໍາຮອງໃຊ້ສະເພາະລົດເບົາທີ່ນໍ້າໜັກບໍ່ເກີນ 8 ໂຕນ, ຄວາມຍາວ 33 ແມັດ, ກວ້າງ 4 ແມັດ, ໂດຍແມ່ນບໍລິສັດຟ້າໃສກໍ່ສ້າງຂົວທາງ ແລະ ເຄຫະສະຖານ ຈໍາກັດ ເປັນຜູ້ຮັບເໝົາ ໃນມູນຄ່າ 120.000.000 ກີບ ຄາດວ່າການກໍ່ສ້າງຈະໃຫ້ສໍາເລັດທ້າຍເດືອນຕຸລາ 2021 ນີ້;
ໂອກາດທີ່ໄດ້ເຂົ້າຮ່ວມກວດກາການລົງມືກໍ່ສ້າງເທື່ອນີ້ ທ່ານເຈົ້າເມືອງ ແລະ ຄະນະຮັບຜິດຊອບການກໍ່ສ້າງໄດ້ຮຽກຮ້ອງໃຫ້ບໍລິສັດຮັບເໝົາຮີບຮ້ອນລົງກໍ່ສ້າງໃຫ້ຂົວສໍາເລັດຕາມເວລາທີ່ກໍານົດໄວ້ ແລະ ມອບໃຫ້ວິຊາການຂອງຫ້ອງການໂຍທາທິການ ແລະ ຂົນສົ່ງເມືອງ ຕິດຕາມແນະນໍາໃຫ້ຖືກຕາມເຕັກນິກ, ສ່ວນກຸ່ມບ້ານ, ການຈັດຕັ້ງບ້ານເກິນກາງ ໃຫ້ຕິດຕາມການຮື້ຖອນສິ່ງປຸກສ້າງທີ່ກີດຂວາງ ອໍານວຍຄວາມສະດວກໃຫ້ການກໍ່ສ້າງ ພ້ອມກັນນີ້ ທ່ານ ເຈົ້າເມືອງທຸລະຄົມ ຍັງໄດ້ໄປຕິດຕາມຊຸກຍູ້ການກໍ່້ສ້າງຂົວນໍ້າພະນາຍຂອງກຸ່ມບໍລິສັດມາລີນີຕື່ມອີກ ເພື່ອໃຫ້ຮັບຮູ້ເຫັນຕົວຈິງ ແລະ ປຸກລະດົມໃຫ້ຄະນະຮັບຜິດຊອບການກໍ່ສ້າງ ເອົາໃຈໃສ່ຈັດຕັ້ງປະຕິບັດໂຄງການເທົ່າທີ່ໄວໄດ້ແຕ່ໃຫ້ມີຄວາມຮັບ ປະກັນຕາມມາດຕະຖານ.